ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ຮັບປະກັນ​ການ​ເບີກ-ຈ່າຍ ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ບັນດາ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ
ເວລາອອກຂ່າວ: 2025-08-12 09:35:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1236 | ຄວາມນິຍົມ:



ສາງ​ອຸປະໂພກ-ບໍລິໂພກ ກົມ​ອຸປະໂພກ-ບໍລິໂພກ ກົມ​ໃຫຍ່​ພະ ລາທິການ​ກອງທັບ ແມ່ນ​ກົມ​ກອງ​ໜຶ່ງ ມີໜ້າ​ທີ່​ຮັບປະກັນ​ການ​ເບີກ-ຈ່າຍ ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ບັນດາ​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ຖືກຕ້ອງ​ຕາມຫຼັກ ການ​ວິຊາ​ສະເພາະ ແລະ ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ສະຫາຍ ພັນ​ໂທ ແສງ​ອາ​ລຸນ ແກ້ວ​ອຸ​ທອງ ຫົວໜ້າ​ການເມືອງ ສາງ​ອຸປະໂພກ-ບໍລິໂພກ ກົມອຸປະ ໂພກ-ບໍລິໂພກ ກົມ​ໃຫຍ່​ພະລາ ທິການ​ກອງທັບ ໄດ້​ໃຫ້​ສຳພາດ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ ກົມ ​ໃຫຍ່​ພະລາທິການ​ກອງທັບ ຄົບ ຮອບ 69 ປີ (5 ສິງຫາ 1956-5 ສິງຫາ 2025) ແລະ ການ​ສ້າງ​ຂະ​ບວນ​ການ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຊິກ​ພັກ​ທົ່ວ​ກອງທັບ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນປະ ເທດ ນີ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາສາງອຸ ປະໂພກ-ບໍລິໂພກ ໄດ້​ຈັດ​ຕັ້ງນຳ ພາ-ຊີ້​ນຳ​ປະຕິບັດ​ການ​ຄຸ້ມ​ຄອງ​ ປົກ​ປັກ​ຮັກສາ, ອະນາໄມ​ສັບ​ຊ້ອນ​ພິກ​ປີ້ນ​ວັດຖຸ​ອຸປະໂພກ-ບໍລິໂພກ ແລະ ການ​ຮັບ-ການ​ຈ່າຍ ໃຫ້​ບັນ ດາ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ໃນ​ທົ່ວ​ກອງທັບ​ໄດ້​ຄົບ​ຖ້ວນ ແລະ ທັນ​ເວລາ, ພ້ອມ​ທັງ​ປະຕິບັດ​ກຽມພ້ອມ​ສູ້​ຮົບ​ໃນ​ພາວະ​ເພີ່ມ​ທະວີ ແລະ ພາວະ​ຄົບ​ຖ້ວນ ຕາມ​ຄຳ​ສັ່ງ, ແຈ້ງ​ການ​ຂັ້ນ​ເທິງ​ວາງ​ອອກ​ເມື່ອ​ມີ​ສະພາບ​ການ​ເກີດ​ຂຶ້ນ. ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ຮັບປະກັນ​ດ້ານ​ວິຊາ​ສະເພາະ​ແລ້ວ​ຍັງ​ໄດ້​ຊີ້​ນຳ​ພະນັກ ງານ-ນັກຮົບ ຈັດ​ຕັ້ງ​ປະຕິບັດ​ຕາມ​ທິດ 4 ປູກ 4 ລ້ຽງ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ຕາມ​ເງື່ອນໄຂ​ທ່າແຮງ ແລະ ຄວາມ​ອາດ​ສາ ມາດ​ຂອງ​ກົມ​ກອງ​ໃນ​ການ​ສ້າງ​ເສດຖະກິດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໃນ​ນັ້ນ​ກົມ​ກອງ​ມີ​ໜອງ​ປາ 1 ໜອງ​ປ່ອຍ​ປາ​ແລ້ວ 16 ພັນ​ໂຕ ຂາຍ​ໄດ້ 709 ກິ​ໂລກ​ຣາມ ເປັນ​ເງິນ 18.969.000 ກີບ, ລ້ຽງ​ໄກ່​ພັນ​ໄຂ່ 100 ກວ່າ​ໂຕ, ເກັບ​ໄຂ່​ໄດ້ 1.060 ແຕະ, ຊື້​ໝູ​ມາ​ຂ້າ​ຂາຍ​ແກ້​ໄຂ​ຊີວິດ​ການ ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບຈຳນວນ 7 ໂຕ ເປັນ​ເງິນ 28.542.000 ກີບ, ປູກ​ພືດ​ຜັກ​ຕາມ​ລະດູ​ການ​ສາມາດ​ເກັບ​ກູ້​ໄດ້ 497 ກິ​ໂລກ​ຣາມ; ວຽກ​ງານ​ການ​ເງິນ ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ການ​ເບີກ​ຈ່າຍ​ຕາມ​ລະບອບ​ອັດຕາທີ່​ ຂັ້ນ​ເທິງ​ກຳນົດ ຮັບປະກັນ​ໄດ້​ເງິນເດືອນ, ເງິນ​ກິນ, ເງິນ​ອຸດໜູນ ແລະ ຮ່ວງ​ເງິນ​ບໍລິຫານ ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ ແລະ ນະໂຍບາຍ​ຂອງ​ຂັ້ນ​ເທິງ​ວາງ​ອອກ; ວຽກ​ງານ​ນ້ຳມັນ​ເຊື້ອ​ໄຟ ໄດ້ມີ​ ການ​ຄຸ້ມ​ຄອງ, ເບີກຈ່າຍ​ຮັບໃຊ້​ ບໍລິຫານ​ສາມາດຮັບປະກັນໜ້າ ທີ່​ການເມືອງ​ຂອງ​ກົມ​ກອງ ເຊິ່ງ​ໃນ 6 ເດືອນ​ຕົ້ນ​ປີ 2025 ໄດ້ຮັບ​ ນ້ຳມັນ​ເຊື້ອ​ໄຟ ປະເພດນ້ຳມັນ​ ແອັດ​ຊັງ 480 ລິດ, ນ້ຳມັນ​ກາ​ຊວນ 800 ລິດ; ວຽກ​ງານ​ຮັບ ປະກັນ​ສຸຂະພາບ ໄດ້​ເອົາໃຈໃສ່​ໂຄສະນາ​ສຸ​ຂະ​ສຶກ​ສາ ຕ້ານພະ ຍາດ​ຕາມ​ລະດູ​ການ ແລະ ອະນາ ໄມ​ສະຖານທີ່​ຄ້າຍ​ຄູ​ໃຫ້​ສະອາດ​ຈົບງາມ ຮັບປະກັນ​ການ​ປິ່ນປົວ​ສຸຂະພາບ​ຂອງ​ນາຍ ແລະ ພົນ ທະຫານ ເມື່ອ​ເຈັບເປັນ​ກໍ​ໄດ້​ມີ​ການ​ປິ່ນປົວ​ຂັ້ນ​ຕົ້ນ ແລະ ນຳ​ສົ່ງ​ໄປ​ໂຮງໝໍ; ວຽກ​ງານ​ການ​ພົວພັນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ເຄື່ອງ​ຈາກ​ບັນດາ​ບໍລິສັດ, ໂຮງງານ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຈຳນວນ 55 ຄັ້ງ, ມີ 207 ລາຍການ ແລະ ເບີກ-ຈ່າຍ​ເຄື່ອງ​ໃຫ້​ກົມ​ກອງ​ໃນ​ທົ່ວ​ກອງທັບ ຈຳນວນ 232 ຄັ້ງ, ມີ 38.256 ແຮງ​ງານ, ສັບ​ຊ້ອນ​ພິກ​ປີ້ນ​ເຄື່ອງ​ພາຍ​ໃນ​ສາງ​ຈຳນວນ 366 ຄັ້ງ ມີ 8.469 ແຮງ​ງານ. ສະຫາຍ ພັນ​ໂທ ແສງ​ອາລຸນ ແກ້ວ​ອຸ​ທອງ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ນອກ​ນັ້ນ, ຍັງ​ໄດ້​ຊີ້​ນຳຈຸປະຈຳ ການ​ແຕ່​ລະ​ຂັ້ນ​ເປັນ​ປົກກະຕິ​ຮັບ ປະກັນ​ຄວາມ​ປອດ​ໄພ​ພາຍ​ໃນ​ກົມ​ກອງ ແລະ ຊີ້​ນຳກຳລັງລົງ​ກໍ່ ສ້າງ​ຮາກ​ຖານ​ປະສານສົມທົບ ​ບັນດາ​ກົມກອງອ້ອມຂ້າງໃກ້ຊິດ ຕິດແທດ​ກັບ​ອຳນາດ​ການ​ປົກ ຄອງ​ທ້ອງຖິ່ນ ແລະ ປະຊາຊົນ​ເພື່ອ​ເກັບ​ກຳ​ສະພາບ​ການ​ຊ່ວຍເຫຼືອ​ຮາກ​ຖານ​ປະຊາຊົນ​ໃນ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ, ອັກຄີ​ໄພ, ຂີ້ລັກ​ງັດ​ແງະ ແລະ ບັນຫາ​ອື່ນໆ ໂດຍ​ເອົາ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ສຳຄັນ​ຜ່ານ​ການຈັດຕັ້ງ​ປະຕິບັດ​ເຫັນ​ວ່າ​ແຕ່​ລະ​ບັນຫາ​ໄດ້​ຮັບ​ການ​ແກ້​ໄຂຫຼຸດ ​ໜ້ອຍ​ຖ່ອຍ​ລົງ; ດ້ານ​ວຽກ​ງານ​ ນະໂຍບາຍ​ຍັງ​ໄດ້​ປະຕິບັດ​ນະໂຍ ບາຍ​ຕໍ່​ພະນັກງານ-ນັກຮົບ ຢ່າງ​ສົມ​ເຫດ​ສົມ​ຜົນ​ແທດເໝາະ​ກັບ​ເງື່ອນໄຂ​ຕົວ​ຈິງ ແລະ ໄດ້​ມີ​ການ​ໄປ​ຢ້ຽມຢາມ​ພ້ອມ​ທັງ​ຊ່ວຍເຫຼືອ​ເປັນ​ເງິນ 6.675.000 ກີບ. ຈາກ​ ຜົນງານ​ທີ່​ກ່າວ​ມານັ້ນກົມກອງ ​ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຕ່າງໆ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ໄດ້​ຮັບ​ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 10 ສະຫາຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 16 ສະ ຫາຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ III ຈຳນວນ 10 ສະຫາຍ ແລະ ຫຼຽນ​ໄຊ​ພິລະ​ອາດ​ຫານຊັ້ນ II ຈຳນວນ 4 ສະຫາຍ ຢ່າງ​ສົມ​ກຽດ. ໂດຍ: ບຸນ​ຊ້ອຍ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ