ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 14 ພຶດສະພາ 2026

  

ອົງການໄອຍະການທະຫານຂັ້ນສູງ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-08-12 10:15:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2130 | ຄວາມນິຍົມ:



ໃນວັນທີ 12 ສິງຫາ 2025 ນີ້, ອົງການໄອຍະການທະຫານຂັ້ນສູງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອຳເພັດ ພົມມະກອນ ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ ແລະ ພະນັກງານ-ນັກຮົບທົ່ວອົງການໄອຍະການທະຫານຂັ້ນສູງເຂົ້າຮ່ວມ. ສະຫາຍ ພັນໂທ ເພັດອຸໃດ ເທບລາວັນ ຫົວໜ້າພະແນກຄົ້ນຄວ້າ-ສັງລວມ ອົງການໄອຍະການທະຫານຂັ້ນສູງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງເປັນກົກ ແລະ ເຮັດເປັນປະຈໍາ ດ້ວຍຫຼາຍຮູບການ-ວິທີການ ທີ່ຖືກຕ້ອງເໝາະສົມຕາມທິດຊີ້ນໍາ, ມະຕິ, ຄໍາສັ່ງຂອງຂັ້ນເທິງ. ພ້ອມນີ້, ໄດ້ຈັດຕັ້ງພະນັກງານເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມເອກະສານ ແນວທາງນະໂຍບາຍ ຂອງພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງ, ເຂົ້າຮ່ວມຮັບຟັງປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງອົງການຈັດຕັ້ງມະຫາຊົນ ແລະ ສ້າງຂະບວນການແຂ່ງຂັນຢູ່ໃນກົມກອງ, ປະຕິບັດລະບອບດໍາເນີນຊີວິດ, ການສ່ອງແສງລາຍງານປະຈຳອາທິດ, ປະຈຳເດືອນ ປົກກະຕິ ໃນຂັ້ນ ຄະນະພັກ-ຄະນະບັນຊາ, ຂັ້ນພະແນກ, ອົງການຈັດຕັ້ງມະຫາຊົນ. ໃນໄລຍະ 6 ເດືອນຕົ້ນປີ 2025 ສາມາດຕີລາຄາໄດ້ວ່າ: ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນທົ່ວອົງການໄອຍະການທະຫານຂັ້ນສູງ ຍັງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມສະຫງົບ, ມີຄວາມຈົງຮັກພັກດີ, ອຸທິດຕົນເພື່ອພາລະກິດຂອງພັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດ ໄດ້ເປັນຢ່າງດີ, ມີຄວາມສາມັກຄີເປັນໜຶ່ງດຽວ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ກອງທັບ ມອບໝາຍໃຫ້. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນ ເພື່ອເຮັດໃຫ້ບົດສະຫຼຸບ ແລະ ທິດທາງແຜນການ ມີເນື້ອໃນຄົບຖ້ວນສົມບູນ ຕື່ມອີກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ອຳເພັດ ພົມມະກອນ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ພ້ອມກັນສ້າງໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້. ໂດຍ: ນາງ ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ