ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ກຸມພາ 2026

  

ກອງບັນຊາການທະຫານແຂວງສະຫວັນນະເຂດ ຈັດກິດຈະກໍາແຂ່ງຂັນກິລາເປຕັງ
ເວລາອອກຂ່າວ: 2025-08-12 11:24:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1926 | ຄວາມນິຍົມ:



ໃນວັນທີ 8 ສິງຫາ 2025 ນີ້, ທີ່ເດີນກິລາເປຕັງ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາແຂ່ງຂັນກິລາເປຕັງ ຊາຍ-ຍິງ ຮຸ່ນການນຳ ແລະ ຮຸ່ນທົ່ວໄປ ຊີງຂັນຄະນະກອງບັນຊາການທະຫານແຂວງສະຫວັນນະເຂດ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການການທະຫານແຂວງສະຫວັນນະເຂດ, ມີບັນດາທີມນັກກິລາຈາກອົງການ 5 ຫ້ອງ ກອງບັນຊາການທະຫານແຂວງ, ກົມກອງອ້ອມຂ້າງ ພ້ອມບໍລິສັດ, ຫ່າງຮ້ານຕ່າງໆ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມແຂ່ງຂັນ ຮຸ່ນການນຳ ມີ 16 ທີມ ແລະ ຮຸ່ນທົ່ວໄປ ມີ 16 ທີມ. ການແຂ່ງຂັນກິລາເປຕັງຄັ້ງນີ້ ໄດ້ດຳເນີນເປັນເວລາ 1 ວັນ ເຊິ່ງຜົນການແຂ່ງຂັນ ຮຸ່ນການນຳ: ຊະນະເລີດ ທີມຫ້ອງເຕັກນິກ ກອງບັນຊາການທະຫານແຂວງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ. ຮອງຊະນະເລີດ ທີມກອງຮ້ອຍທະຫານຊາຍແດນ 325 ໄດ້ຮັບລາງວັນເງິນສົດ 1.000.000 ກີບ ແລະ ອັນດັບທີ III ທີມກອງຮ້ອຍ 208 ໄດ້ຮັບລາງວັນເງິນສົດ 700.000 ກີບ. ຮຸ່ນທົ່ວໄປ: ຊະນະເລີດ ທີມປັງປູລີເຢ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 1.500.000 ກີບ, ຮອງຊະນະເລີດ ທີມຜ້າຝ້າຍລາວ ໄດ້ຮັບລາງວັນເງິນສົດ 1.000.000 ກີບ ແລະ ອັນດັບທີ III ທີມຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ຮັບລາງວັນເງິນສົດ 700.000 ກີບ. ໂດຍ: ຄໍາໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ