ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານຮອບດ້ານປະຈໍາ 6 ເດືອນຕົ້ນປີ 2025
ເວລາອອກຂ່າວ: 2025-08-12 15:19:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1868 | ຄວາມນິຍົມ: ![]()
ໃນວັນທີ 12 ສິງຫາ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2025, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າ ກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດສະຫຼຸບ ວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດ, ຈັດຕັ້ງເຜີຍແຜ່ເອກະສານສໍາຄັນຕ່າງໆ ຂອງຂັ້ນເທິງໃຫ້ພະນັກງານ-ນັກຮົບ ຈໍານວນ 5 ຄັ້ງ ມີ 78 ເທື່ອຄົນ, ຮັບຟັງການເຜີຍແຜ່ເອກະສານຕ່າງໆ ທີ່ຂັ້ນເທິງຈັດຂຶ້ນ 4 ຄັ້ງ ມີ 51 ເທື່ອຄົນ, ວຽກງານວິຊາສະເພາະ ຮັບ ແລະ ແຈກຢາຍວາລະສານ ເດືອນຕຸລາ-ພະຈິກ-ທັນວາ ປີ 2024 ຈໍານວນ 1.500 ຫົວ ໃຫ້ກັບ 425 ກົມກອງ, ຄົ້ນຄວ້າຂຽນບົດ, ກວດແກ້ ແລະ ຈັດພິມຈໍາໜ່າຍວາລະສານ ປະຈໍາເດືອນມັງກອນ-ພຶດສະພາ ປີ 2025 ຈໍານວນ 5.000 ຫົວ, ພິມວາລະສານສະບັບພິເສດ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກົມໃຫຍ່ການເມືອງກອງທັບ, ໃບຂ່າວພາບຂອງຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII, ແຈກຢາຍໜັງສືພິມປະຊາຊົນ ທັງໝົດ 375 ສະບັບ, ຮັບເອກະສານຂາເຂົ້າ ຈໍານວນ 48 ສະບັບ, ເອກະສານຂາອອກ 73 ສະບັບ, ສັງລວມບັນດາບົດທິດສະດີ ແລະ ຂ່າວທີ່ພົ້ນເດັ່ນພາຍໃນກອງທັບ, ລົງ “ເວັບໄຊ” ວາລະສານປ້ອງກັນຊາດ ຈໍານວນ 91 ບົດ, ເຄື່ອນໄຫວຖ່າຍຮູບພາບ, ເກັບກໍາຂໍ້ມູນບັນດາກອງປະຊຸມສໍາຄັນຂອງຊາດ ຈໍານວນ 128 ບົດ.
ໃນໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ຮັບຮູ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ມີຄວາມເປັນເອກະພາບກັນ ບົນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ, ປັບປຸງວາລະສານປ້ອງກັນຊາດ ໃຫ້ມີສີສັນສວຍງາມ, ມີເນື້ອໃນອຸດົມສົມບູນເລິກເຊິ່ງ, ກໍ່ສ້າງພະນັກງານ-ວິຊາການໃຫ້ມີຄວາມຮູ້ ຄວາມສາມາດທີ່ແນ່ນອນ ແລະ ເປັນມືອາຊີບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນ ການດໍາລົງຊີວິດທີ່ຖືກຕ້ອງ.
ໂດຍ: ສອນທະສິນ ໄຊຍົນຕີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















