ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ກອງພັນ​ໃຫຍ່​ປືນ​ໃຫຍ່​ໜ້າດິນ 619 ປະກາດ​ການ​ຍົກ​ຂັ້ນ​ເງິນເດືອນ ແລະ ທຽບ​ຊັ້ນ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ສາຍ​ລັດ
ເວລາອອກຂ່າວ: 2025-09-05 09:39:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1119 | ຄວາມນິຍົມ:



ທ້າຍ​ເດືອນ​ສິງຫາ 2025 ນີ້, ກອງພັນ​ໃຫຍ່ 619 ໄດ້​ປະກາດ​ການ​ຍົກ​ຂັ້ນ​ເງິນເດືອນ ແລະ ທຽບ​ຊັ້ນ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ຈາກ​ສາຍ​ລັດ ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ແສງ​ຟອງ ທິບ​ທິ​ລາດ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່​ປືນ​ໃຫຍ່​ໜ້າດິນ 619, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ພະແນກການ 3 ກອງພັນ​ນ້ອຍ, 4 ກອງຮ້ອຍ​ເອກະລາດ, ພ້ອມ​ດ້ວຍ​ນັກຮຽນ​ທີ່​ຮຽນ​ຈົບ​ຈາກ​ສາຍລັດ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ແດງ ສຸ​ລິ​ວັນ​ໄຕ ຫົວໜ້າ​ຂະແໜງ​ພະນັກງານ​ພະແນກການ​ເມືອງ ກອງພັນ​ໃຫຍ່ 619 ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ ຍົກ​ຂັ້ນ​ເງິນເດືອນ​ໃຫ້​ນາຍ​ທະຫານ ແລະ ວ່າ​ດ້ວຍ​ການ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ​ທີ່​​ຮຽນ​ຈົບ​ຈາກ​ສາຍ​ລັດ ຢູ່​ກອງພັນ​ໃຫຍ່​ປືນ​ໜ້າດິນ 619 ໃນ​ນີ້​ ຍົກ​ຂັ້ນ​ເງິນເດືອນ ມີ 3 ສະຫາຍ ພັນ​ໂທ ຂຶ້ນ​ກິນ​ເງິນ ພັນ​ເອກ 2 ສະຫາຍ, ຮ້ອຍ​ເອກ ຂຶ້ນ​ກິນ​ເງິນ ພັນ​ຕີ 1 ສະຫາຍ ແລະ ທຽບ​ຊັ້ນ ຮ້ອຍ​ໂທ ມີ 12 ສະຫາຍ ຮ້ອຍ​ຕີ ມີ 1 ສະຫາຍ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ເອກ ແສງ​ຟອງ ທິບ​ທິ​ລາດ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ການ​ປະດັບ​ຊັ້ນ​ໃໝ່​ຄັ້ງ​ນີ້ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຈົ່ງ​ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ຄຸນ​ທາດ​ການເມືອງ ຄຸນສົມບັດ​ສິນ​ທຳ​ປະຕິວັດ ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ​ພ້ອມ​ທັງ​ປະຕິບັດ​ກົດ​ລະບຽບ​ຂອງ​ກອງທັບ-ກົດໝາຍ​ຂອງ​ລັດ​ໃຫ້​ເຂັ້ມ​ງວດ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ພະນັກງານ-ນັກຮົບ​ເຮັດ​ສຳເລັດ​ໜ້າທີ່​ທີ​ໄດ້​ຮັບ​ມອບ​ໝາຍ ພາບ: ສອນ​ພາ​ໄຊ ສີ​ລິ​ປັນຍາ​ທອງ; ຂ່າວ: ພູ​ກັນ ສັນຕິ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ