ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 19 ເມສາ 2026

  

ກອງ​ພົນ​ທີ 3 ລຸ​ລ່ວງ​ນາຍ​ທະຫານ ພັກ​ການ​ກຽມ​ຮັບ​ບຳນານ
ເວລາອອກຂ່າວ: 2025-09-05 09:43:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1024 | ຄວາມນິຍົມ:



ວັນ​ທີ 2 ກັນຍາ 2025 ນີ້, ກອງ​ພົນ​ທີ 3 ໄດ້​ຈັດ​ພິທີ​ປະກາດ​ການ​ລຸ​ລ່ວງ​ໃຫ້​ນາຍ​ທະຫານ ພັກ​ການ​ເພື່ອ​ກຽມ​ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສາຍທອງ ປີ​ຊາ​ຈັນ ຫົວໜ້າ​ການເມືອງ ກອງ​ພົນ​ທີ 3, ມີ​ຄະນະ​ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ວົງ​ປະເສີດ ນັດ​ອຸດົມ ຫົວໜ້າ​ພະ​ ແນກ​ພະນັກງານ ກອງ​ພົນ​ທີ 3 ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້ ສະຫາຍ ພັນ​ເອກ ບຸນ​ຫຼາຍ ອຸດົມ​ຮຸນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3 ພັກ​ການ​ກຽມ​ຮັບ​ບຳນານ. ໂອກາດ​ນີ້, ສະຫາຍ ພົນຈັດ ຕະວາ ສາຍທອງ ປີ​ຊາ​ຈັນ ໄດ້ສະ ແດງ​ຄວາມ​ຍ້ອງຍໍຊົມເຊີຍຕໍ່​ສະຫາຍ ຫົວໜ້າ​ຫ້ອງ​ການເມືອງ ທີ່​ໄດ້​ສຸມ​ສະຕິ​ປັນຍາ, ອຸທິດ​ເຫື່ອ ແຮງປະກອບສ່ວນ​ເຂົ້າໃນພາ ລະກິດ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດ​ຊາດ, ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ ກໍ​ຄື ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ແລະ ນີ້​ກໍ​ເປັນ​ການ​ປະຕິບັດ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ກະຊວງ​ປ້ອງ​ກັນ​ປະເທດ ທີ່​ມີ​ຕໍ່​ ພະນັກງານ-ນັກຮົບໃນກອງທັບ ​ປະຊາຊົນລາວ ເມື່ອ​ຮອດ​ອາຍຸ​ກະສຽນ ກໍ​ຕ້ອງ​ມີ​ການ​ປະຕິບັດ​ນະໂຍບາຍ ໃຫ້​ຖືກຕ້ອງ​ຕໍ່​ແນວ ທາງ​ຂອງ​ພັກ, ພ້ອມທັງເນັ້ນໜັກ​ ໃຫ້ສະຫາຍ ຈົ່ງ​ສືບຕໍ່ສຶກ​ສາ​ອົບ ຮົມ​ລູກ​ຫຼານ ໃຫ້​ປະຕິບັດ​ລະບຽບ​ກົດໝາຍ​ຂອງ​ລັດ, ປະກອບສ່ວນ​ເຂົ້າ​ໃນ​ການເຄື່ອນໄຫວ​ວຽກ​ງານ​ນຳ​ອຳນາດ​ການ​ປົກຄອງ​ທ້ອງ ຖິ່ນ ແລະ ເປັນ​ແບບຢ່າງທີ່​ດີໃຫ້​ແກ່​ພະນັກງານ​ຮຸ່ນ​ສືບ​ທອດ​ຕໍ່​ໄປ. ໂດຍ: ຄຳ​ຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ