ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ກົມ ວສ-ປສ ການທະຫານ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2025-09-05 09:44:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1970 | ຄວາມນິຍົມ:



ວັນທີ 3 ກັນຍາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ຈັດພິທີປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ແລະ ວັນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 23 ປີ (9 ກັນຍາ 2002-9 ກັນຍາ 2025) ໂດຍການເປັນປະທານ ແລະ ປະຖະກະຖາ ຂອງສະຫາຍ ພົວຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ. ສະຫາຍ ຫົວໜ້າກົມ ວສ-ປສ ການທະຫານ ໄດ້ຫວນຄືນມູນເຊື້ອວັນຊາດ ສສ ຫວຽດນາມ ຕະຫຼອດໄລຍະ 80 ປີຜ່ານມາ, ກ່ອນໜ້ານີ້ ຫວຽດນາມໄດ້ຕົກເປັນຫົວເມືອງຂຶ້ນ ຂອງຝຣັ່ງ ປະຊາຊົນຫວຽດນາມໄດ້ສູນເສຍສິດເປັນເຈົ້າ ບໍ່ມີອິດສະຫຼະພາບ, ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນແຕ່ດ້ວຍນ້ຳໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຂອງຝຣັ່ງຜູ້ຮຸກຮານ, ປະຊາຊົນຫວຽດນາມ ຈຶ່ງໄດ້ລຸກຮືຂຶ້ນຕໍ່ສູ້, ເກີດມີຂະບວນການຕໍ່ສູ້ຫຼາຍຂະບວນການຢູ່ໃນທົ່ວປະເທດເຊັ່ນ: ຂະບວນການລຸກຮືຂຶ້ນບາດິງ (ແທງຮວາ ປີ 1886-1887), ຂະບວນການຕໍ່ສູ້ຂອງຮົງລິງ (ປີ 1886-1892), ຂະບວນການຕໍ່ສູ້ຂອງຟາມຈູຈິງ (ປີ 1872-1926), ຂະບວນການຕໍ່ສູ້ຂອງຟາມໂບກເຈົາ (ປີ 1867-1940) ບັນດາຂະບວນລຸກຮືຂຶ້ນດັ່ງກ່າວນັ້ນ ລ້ວນແຕ່ຖືກປາລາໄຊ ຍ້ອນບໍ່ມີແນວທາງປະຕິວັດທີ່ຖືກຕ້ອງ ແລະ ວິທະຍາສາດ, ວັນທີ 3 ກຸມພາ 1930 ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດ ຂອງການປະຕິວັດຫວຽດນາມ, ພາຍໃຕ້ການນຳພາ ຂອງພັກກອມມູນິດຫວຽດນາມ ແລະ ດ້ວຍໂຄງການ ການເມືອງອັນຖືກຕ້ອງ ການປະຕິວັດຫວຽດນາມໄດ້ຂະຫຍາຍຕົວໄປຕາມທ່າອ່ຽງປະຕິວັດຂອງຍຸກສະໄໝ, ຂະບວນການຕໍ່ສູ້ປະຕິວັດໄດ້ຮັບການເຜີຍແຜ່ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງເຂົ້າໃນຖັນແຖວກຳມະກອນ, ຊາວນາ, ຊົນຊັ້ນປັນຍາຊົນໄດ້ເກີດມີການປະຕິວັດຂຶ້ນຢ່າງຫຼວງຫຼາຍ ແລະ ໄດ້ກ້າວໄປສູ່ລະດັບສູງນຳໄປສູ່ການປະຕິວັດເດືອນສິງຫາ 1945, ວັນທີ 3 ກັນຍາ ປະຊາຊົນຫວຽດນາມໄດ້ໂຮມຊົມນຸມມິງຕິງທີ່ສະໜາມຫຼວງບາດິງ, ປະທານ ໂຮ່ຈິມິນ ຕາງໜ້າໃຫ້ຄະນະລັດຖະບານຊົ່ວຄາວ ໄດ້ອ່ານຖະແຫຼ່ງການເອກະລາດ, ປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ໄຊຊະນະການປະຕິວັດເດືອນສິງຫາ 1945 ໄດ້ມີຄວາມໝາຍສຳຄັນ ເພາະວ່າໄດ້ເຮັດໃຫ້ລະບອບການປົກຄອງລ່າເມືອງຂື້ນ ແລະ ສະຫະພັນ, ອາລັກຂາ ຂອງຝຣັ່ງສິ້ນສຸດລົງ, ໄດ້ລົບລ້າງລະບອບລ່າເມືອງຂຶ້ນ ແລະ ສັກດິນາ, ເປີດສັກກະລາດໃໝ່ໃນປະຫວັດສາດຂອງຊາດ ເຊິ່ງແມ່ນສັກກະລາດ ເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມໃນຍຸກສະໄໝໃໝ່ ຂອງການປະຕິວັດ ມີປະທານໂຮ່ຈີມິນເປັນຜູ້ນຳພາ ໄລຍະການປົກປັກຮັກສາ ແລະ ຂະຫຍາຍຕົວໝາກຜົນ ຂອງການປະຕິວັດເດືອນສິງຫາ, ດຳເນີນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ (ປີ 1945-1975), ການຕໍ່ສູ້ໄລຍະທຳອິດ ແມ່ນການຕໍ່ສູ້ຕີເອົາໄຊຊະນະສົງຄາມຮຸກຮານ ຂອງພວນລ່າເມືອງຂື້ນປົດປ່ອຍພາກເໜືອຫວຽດນາມ ແລະ ທັບມ້າງລັດທິລ່າເມືອງຂື້ນແບບເກົ່າ, ນັບແຕ່ປີ 1945-1975 ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນດຳເນີນຍຸດທະສາດການຕໍ່ສູ້ປະຕິວັດຢູ່ສອງພາກຄື: ປະຕິວັດຊາດ-ປະຊາທິປະໄຕ ປະຊາຊົນຢູ່ພາກໃຕ້ ແລະ ການປະຕິວັດສັງຄົມນິຍົມຢູ່ພາກເໝືອ. ໃນໂອກາດດຽວກັນ, ສະຫາຍ ຍັງໄດ້ຫວນຄືນມູນເຊື້ອສາຍພົວພັນຮ່ວມມື ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານ ພ້ອມທັງ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ຕື່ມອີກ. ໂດຍ: ນາງພອນ ເພັດສຸລິນທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ