ປະກາດການຈັດຕັ້ງສະພາ ວສ-ປສ ການທະຫານຢູ່ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2025-09-10 15:50:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7417 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວປະກາດການຈັດຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນຈົດຕະວາ ບຸນທັນ ຈັນທະລີມາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ, ມີບັນດາສະຫາຍ ຄະນະພັກ-ຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາພ້ອມດ້ວຍພະນັກງານຄູອາຈານ-ນັກຮົບພາຍໃນໂຮງຮຽນທິດສະດີການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງກົມ ວສ-ປສ ການທະຫານໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຂັ້ນຮາກຖານຢູ່ໂຮງຮຽນທິດສະດີການເມືອງກອງທັບ, ກະຊວງປ້ອງກັນປະເທດອອກຂໍ້ຕົກລົງ ມາດຕາ 1 ແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານຢູ່ຂັ້ນຮາກຖານຢູ່ໂຮງຮຽນທິດສະດີການເມືອງກອງທັບປະກອບມີ 9 ສະຫາຍ. ໃນນີ້ ແຕ່ງຕັ້ງສະຫາຍ ພົນຈັດຕະວາ ບຸນທັນ ຈັນທະລີມາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ ເປັນປະທານ, ສະຫາຍ ພັນເອກ ທິມສາວ ດວງຈຳປາ ຫົວໜ້າການເມືອງໂຮງຮຽນ ເປັນຮອງປະທານ, ສະຫາຍ ພັນໂທ ສຸກກັນທາ ໂງ່ນວິໄລ ຫົວໜ້າ ພະແນກວິທະຍາສາດ-ປະຫວັດສາດການທະຫານເປັນຜູ້ປະຈຳການ ພ້ອມດ້ວຍຄະນະ 6 ສະຫາຍ ລວມທັງໝົດມີ 9 ສະຫາຍ. ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ເນັ້ນໜັກໃຫ້ຄະນະສະພາວິທະຍາສາດ ໂຮງຮຽນທິດສະດີການເມືອງກອງທັບ ຈົ່ງກຳໄດ້ສິດໜ້າທີ່ພາລະບົດບາດຂອງຕົນພ້ອມກັນຈັດຕັ້ງປະຕິບັດມະຕິຄຳສັ່ງ ແລະ ຂໍ້ຕົກລົງຂອງຂັ້ນເທິງໃຫ້ເປັນຮູບປະທຳເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕແບ່ງວຽກໃຫ້ບຸກຄົນຮັບຜິດຊອບແບບລະອຽດ, ມີວິທະຍາສາດມີການປະຊຸມປຶກສາຫາລືບັນຫາ, ຮັບຮອງເອົາບັນຫາ, ຕົກລົງບັນຫາໃຫ້ເປັນລະບົບມີແຜນການງົບປະມານ ແລະ ແຜນວຽກຈະແຈ້ງມີການກວດກາແຕ່ລະໄລຍະ ຢາກເຮັດໄດ້ແນວນັ້ນຕ້ອງມີຄວມສາມັກຄີກັນພາຍໃນຄະນະຖອດຖອນບົດຮຽນຮ່ວມກັນໂດຍສະເພາະວຽກງານວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ວຽກຂຽນປະຫວັດສາດມູນເຊື້ອວຽກງານຍຸດທະສາດການທະຫານ ແລະ ວຽກຂໍ້ມູນຂ່າວສານໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ ທັງນີ້ກໍ່ເປັນການປະກອບສ່ວນສ້າງສາພັດທະນາປະເທດຊາດໂດຍສະເພາະກົມກອງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ.
ໂດຍ: ນາງພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















