ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ມັງກອນ 2026

  

ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II
ເວລາອອກຂ່າວ: 2025-09-10 15:57:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7021 | ຄວາມນິຍົມ:



ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງໄຊສົມບູນ ດໍາເນີນໃນລະຫວ່າງວັນທີ 9-10 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງໄຊສົມບູນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ການນໍາກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຈາກແຂວງອ້ອມຂ້າງ, ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 135 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກຈໍານວນ 5.127 ສະຫາຍ ໃນທົ່ວແຂວງໄຊສົມບູນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມໃຫຍ່ ໄດ້ເປັນເອກກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ I, ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະປີ 2025-2029, ພ້ອມຕີລາຄາເລິກເຊິ່ງຢ່າງກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ I ຂອງອົງຄະນະພັກແຂວງ ຜ່ານມາ ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານ ຂອງຄະນະພັກແຂວງ ໃຫ້ສາມາດເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນໃນຊຸມປີຕໍ່ໜ້າ, ທັງຮັບປະກັນໃນການເປັນເສນາທິການໃຫ້ສູນກາງພັກຢ່າງໜັກແໜ້ນ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ II ຂອງອົງຄະນະພັກແຂວງ ເຂົ້າໃນວຽກງານຕົວຈິງຢ່າງຕັ້ງໜ້າ ເຮັດໃຫ້ແຂວງໄຊສົມບູນ ມີການພັດທະນາໜັກແໜ້ນຂຶ້ນເປັນກ້າວໆ ແລະ ພ້ອມກັນສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບການມອບໜາຍ. ຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ແຂວງໄຊສົມບູນ ຊຸດໃໝ່ ບົນພື້ນຖານການໃຊ້ສິດປະຊາທິປະໄຕຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ຈໍານວນ 35 ສະຫາຍ ເລືອກເອົາ 31 ສະຫາຍ, ຍິງ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II ໄດ້ເປັນເອກະພາບເລືອກເອົາຄະນະປະຈໍາພັກແຂວງ 9 ສະຫາຍ, ຍິງ 2 ສະຫາຍ ໃນນີ້, ໄດ້ເລືອກເອົາ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ພົນຈັດຕະວາ ບົວພັນ ອິນທະປັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ທອງວັນ ທໍາມະວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ. ພ້ອມທັງ ເລືອກຕັ້ງປະທານ ແລະ ຮອງປະທານກວດກາພັກ ຄື: ສະຫາຍ ອຸດອນ ສິງດາລາ ເປັນປະທານກວດກາພັກແຂວງ, ສະຫາຍ ຄໍາເພັດ ດວງມາລາ ເປັນຮອງປະທານກວດກາພັກແຂວງ, ສະຫາຍ ບຸນຖະໜອມ ສິດທິນໍລາດ ເປັນຮອງປະທານກວດກາພັກແຂວງ ແລະ ສະຫາຍ ຕຸ້ຍ ອ່ອນດວງພະຈັນ ເປັນຮອງປະທານກວດກາພັກ ແຂວງໄຊສົມບູນ. ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 16 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ຕື່ມອີກ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ I ທີ່ໄດ້ນຳພາ-ຊີ້ນໍາ ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ການເມືອງຂອງຕົນ ສ້າງໄດ້ຜົນສຳເລັດຫຼາຍດ້ານ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນການທົ່ວປວງຊົນຮອບດ້ານ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດລົງເທື່ອລະກ້າວ, ເອົາໃຈໃສ່ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ແກ້ໄຂບັນຫາເຄັ່ງຮ້ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ສ້າງເງື່ອນໄຂ ແລະ ກາລະໂອກາດຍູ້ແຮງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃນຫຼາຍຂະແໜງການ ເພື່ອສ້າງລາຍຮັບໃຫ້ຫຼາຍກວ່າເກົ່າ, ຊຸກຍູ້ການລົງທຶນໃນຂະແໜງອຸດສາຫະກໍາປຸງແຕ່ງ ຕິດພັນກັບກະສິກໍາ-ຫັດຖະກໍາ ທີ່ເປັນມູນເຊື້ອຂອງແຂວງ ແລະ ຍູ້ແຮງການຜະລິດ ເພື່ອສົ່ງອອກໃຫ້ຫຼາຍຂຶ້ນ ໄປພ້ອມກັບການແກ້ໄຂ ແລະ ພັດທະນາພື້ນຖານໂຄງລ່າງ ເສັ້ນທາງ-ຂົວ ເພື່ອສະດວກໃນການຂົນສົ່ງຕ່າງໆ, ເອົາໃຈໃສ່ພັດທະນາຂົງເຂດວັດທະນະທໍາ-ສັງຄົມ ໂດຍສະເພາະສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ, ຕົວຊີ້ວັດ ຂອງການພັດທະນາແບບຍືນຍົງ ໃນຂະແໜງສຶກສາ ແລະ ສາທາລະນະສຸກ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນໍາພາສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ຕໍ່ວຽກງານພະນັກງານ ເພື່ອສ້າງໃຫ້ໄດ້ຖັນແຖວພະນັກງານ ທີ່ມີຄຸນທາດການເມືອງໜັກແໜ້ນ, ເພີ່ມທະວີນໍາພາວຽກງານກວດກາ ໃຫ້ແຂງແຮງກວ່າເກົ່າ, ຖືເອົາວຽກງານກວດກາເປັນການສ້າງ-ປັບປຸງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ທັງເປັນມາດຕະການສໍາຄັນ ເພື່ອຈໍາກັດສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວກົງຈັກ ຂອງພັກ-ລັດ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ. ພ້ອມກັນນັ້ນ, ຄະນະບໍລິຫານງານພັກແຂວງຊຸດໃໝ່ ຕ້ອງຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ II ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການລະອຽດ, ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ ຢ່າງລະອຽດ, ຈະແຈ້ງ ເຊື່ອແນ່ວ່າພາຍໃຕ້ການນໍາພາ ຂອງຄະນະພັກຊູດໃໜ່ ຈະເຮັດໃຫ້ແຂວງໄຊສົມບູນມີການພັດທະນາຢ່າງຮອບດ້ານ, ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນເປັນກ້າວໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ