ກອງພັນ 419 ທະຫານແຂວງຫຼວງນ້ຳທາເຊື່ອມຊື່ມເອກະສານ ຕ່າງໆ
ເວລາອອກຂ່າວ: 2025-09-11 09:05:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5370 | ຄວາມນິຍົມ: ![]()
ໃນວັນທີ 2 ສິງຫາ 2025, ຢູ່ທີ່ ກອງພັນ 419 ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ຕ່າງໆ ຂອງ ຂັ້ນເທິງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ໄມວັນທອງ ອິນຈັກ ຫົວໜ້າການເມືອງ ກອງພັນ 419, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍຕະຫຼອດຮອດພະນັກງານ ຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳລານ ແສງສຸລີ ຮອງຫົວຫນ້າການທະ ຫານ ກອງພັນ 419 ໄດ້ຜ່ານ ຂໍ້ກຳນົດ ຂອງ ຫ້ອງເສນາທິການ ກອງບັນຊາການທະຫານແຂວງຫຼວງນ້ຳທາ ວ່າດ້ວຍ ການປັບປຸ່ງລະບຽບແບບແຜນ ໃນກຳລັງປ້ອງກັນຊາດ ທ້ອງຖິ່ນແຂວງຫຼວງນ້ຳທາ; ຈາກນັ້ນ, ສະຫາຍ ພັນໂທ ໄມວັນທອງ ອິນຈັກ ໄດ້ເລົ່າມູນເຊື້ອ ວັນຍືດອຳນາດ (23 ສິງຫາ 1975) ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945) ແລະ ເອກະສານ ວຽກງານ ໂຄສະນາ; ພ້ອມທັງ ມີຄຳເຫັນໂອ້ລົມ ຕໍ່ ພະນັກງານ-ນັກຮົບ.
ໂດຍ: ບຸນປັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















