ທະຫານເມືອງບໍ່ແຕນ ແຂວງໄຊຍະບູລິ ແຮກສ່ຽວກັບ ອຳນາດການປົກຄອງບ້ານຕາລິ້ງ
ເວລາອອກຂ່າວ: 2025-09-11 09:06:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4954 | ຄວາມນິຍົມ: ![]()
ໃນວັນທີ 4 ກັນຍາ 2025, ກອງບັນຊາການທະຫານເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີແຮກ ສ່ຽວກັບ ອຳນາດການປົກຄອງບ້ານຕາລິ້ງ, ເມືອງບໍ່ແຕນ, ແຂວງໄຊຍະບູລີ; ໂດຍການເປັນປະທານຂອງ ສະຫາຍ ປະດິດ ວິໄລທອງ ກຳມະການພັກເມືອງ ປະທານແນວລາວສ້າງຊາດເມືອງບໍ່ແຕນແຂວງໄຊຍະບູລີ ມີ ສະຫາຍ ພັນໂທ ອານັນ ສາລະພັນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງບໍ່ແຕນ, ມີຄະນະພັກ-ຄະນະບັນ ຊາ, ນາຍບ້ານ ບ້ານຕາລິ້ງ, ພາກສ່ວນທີ່ກ່ຽວຂ້ອງ, ແຂກທີ່ຖືກເຊີນ ພ້ອມດ້ວຍ ປະຊາຊົນ ເຂົ້າຮ່ວມ.
ທັງສອງພາກສ່ວນ ໄດ້ຜັດປ່ຽນກັນ ລາຍງານປະຫວັດຄວາມເປັນມາຂອງກອງບັນຊາການທະຫານເມືອງບໍ່ແຕນ ແລະ ບ້ານຕາລິ້ງ; ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງໄຊຍະບູລີ, ຜ່ານຂໍ້ຕົກລົງຂອງ ເຈົ້າເມືອງບໍ່ແຕນ ວ່າດ້ວຍການອະນຸ ມັດໃຫ້ ກອງບັນຊາການທະຫານເມືອງບໍ່ແຕນ ແຮກສ່ຽວກັບ ອຳ ນາດການປົກຄອງບ້ານຕາລິ້ງ ແລະ ຜ່ານບົດບັນທຶກສັນຍາແຮກສ່ຽວ ເປັນຕົ້ນ ການຈັດຕັ້ງປະຕິບັດຮ່ວມມືແຮກສ່ຽວ ເພື່ອຫວນຄືນມູນເຊື້ອຂອງກອງທັບປະຊາ ຊົນລາວ ແລະ ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ເພື່ອພັດທະ ນາຊົນນະບົດຮອບດ້ານ; ເພື່ອແນໃສ່ເຮັດໃຫ້ທ້ອງຖິ່ນຂອບເຂດກົມກອງຕັ້ງທັບມີຄວາມສະຫງົບປອດໄພ, ພ້ອມກັນສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສ້າງເງື່ອນໄຂໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກສັນຍາແຮກສ່ຽວ ລະຫວ່າງກອງບັນຊາການທະຫານເມືອງບໍ່ແຕນ ກັບ ອຳນາດການປົກຄອງບ້ານຕາລີ້ງ, ເມືອງບໍ່ແຕນ, ແຂວງໄຊຍະບູລີ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















