ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ມັງກອນ 2026

  

ທະຫານ​ແຂວງ​ຄຳ​ມ່ວນ ມອບ​ເງິນ​ຊົດ​ເຊີຍ ໃຫ້​ພະນັກງານ ພັກ​ການ​ຮັບ​ບຳນານ
ເວລາອອກຂ່າວ: 2025-09-11 09:07:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4603 | ຄວາມນິຍົມ:



ວັນ​ທີ 5 ກັນຍາ 2025, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ມອບ​ເງິນ​ຊົດ​ເຊີຍ 15% ແລະ 5% ໃຫ້​ພະນັກງານ​ທີ່​ພັກ​ການ ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ພະນັກງານ​ທີ່​ພັກ​ການ​ຮັບ​ບຳນານ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ເຂືອງ​ຄຳ ສີດາ​ຄຳ ຫົວໜ້າ​ພະ​ແນກ​ພະນັກ ງານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ​ຮັບ​ບຳນານ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ແລະ ອີງ​ຕາມ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະຕິບັດ​ເງິນ​ອຸດ​ໜູນ ແລະ ເງິນ​ນະໂຍບາຍ​ຕ່າງໆ ກະຊວງ​ປ້ອງ​ກັນ​ປະເທດ​ອະນຸມັດ​ຈ່າຍ​ເງິນ​ນະໂຍບາຍ​ອຸດ​ໜູນ ແລະ ເງິນ​ຊົດ​ເຊີຍ 15% ແລະ 5% ໃຫ້​ພະນັກງານ ທີ່​ພັກ​ການ​ຮັບ​ບຳນານ ຢູ່ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຄຳ​ມ່ວນ ຈຳນວນ 19 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 312.233.877 ກີບ. ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ໄດ້​ຮຽກຮ້ອງ​ມາ​ຍັງ ພະ ນັກງານ ທີ່​ພັກ​ການ​ຮັບ​ບຳນານ​ຄັ້ງ​ນີ້ ຈົ່ງ​ສືບຕໍ່​ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ຕົນ ເຂົ້າ​ໃນ​ການ​ປຸກລະດົມ​ຊຸກຍູ້​ລູກ​ຫຼານ ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ກົດໝາຍ​ຂອງ​ລັດ ໃນ​ໄລຍະ​ໃໝ່, ພ້ອມ​ນັ້ນ ກໍ​ຕ້ອງ​ຮັກສາ​ສຸຂະພາບ​ຂອງ​ຕົນ​ໃຫ້​ແຂງແຮງ ເພື່ອ​ເປັນ​ແວ່ນ​ແຍງ​ໃຫ້​ແກ່​ລູກ​ຫຼານ ແລະ ສ້າງ​ໃຫ້​ເຂົາເຈົ້າ​ກາຍເປັນ​ພະນັກງານ​ຮຸ່ນ​ສືບ​ທອດ​ໃນ​ອະນາຄົດ. ໂດຍ: ລາ​ກີ ພົມ​ມີ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ