ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກົມ​ກອງ​ຕ່າງ​ປາຖະກະຖາ​ວັນ​ສ້າງຕັ້ງ​ສະຫະພັນ​ນັກ​ເກົ່າແຫ່ງ​ຊາດ​ລາວ
ເວລາອອກຂ່າວ: 2025-09-11 09:13:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5075 | ຄວາມນິຍົມ:



ຕົ້ນ​ເດືອນ​ກັນຍາ 2025 ນີ້, ໂຮງຮຽນ​ທະຫານ​ຊາຍ​ແດນ 712, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ກອງພັນ​ໃຫຍ່​ປືນ​ໃຫຍ່​ໜ້າດິນ 619, ກອງພັນ​ໃຫຍ່​ປືນ​ໃຫຍ່​ໜ້າດິນ 611, ສູນ​ເຝິກ​ອົບ​ຮົມ​ກອງ​ພົນ​ທີ 3 ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ປາຖະກະຖາ​ວັນ​ສ້າງຕັ້ງ​ສະຫະພັນ​ນັກຮົບ​ເກົ່າ​ຄົບຮອບ 23 ປີ ເຊິ່ງ​ແຕ່​ລະ​ກົມ​ກອງ​ຕາງ​ກໍ​ໄດ້​ເຕົ້າໂຮມ​ພະນັກ ງານ​ຫຼັກ​ແຫຼ່ງ, ພະນັກງານ-ນັກຮົບ ເຂົ້າ​ຮ່ວມ​ຮັບ​ຟັງ. ເຊິ່ງ​ຢູ່​ແຕ່​ແຫ່ງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ ​ຄວາມ​ສຳຄັນ, ພາລະ​ບົດບາດ​ໜ້າທີ່ ແລະ ບັນດາ​ຜົນງານ​ຕ່າງໆ ຂອງ​ນັກຮົບ​ປະຕິວັດ​ທີ່​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຊາດ​ລາວ​ເຮົາ​ໄດ້​ຮັບ​ຄວາມ​ເປັນ​ເອກະລາດ. ນັກຮົບ​ເກົ່າ​ໃນ​ປັດຈຸບັນ​ແມ່ນ​ນັກຮົບ​ປະຕິວັດ ເປັນ​ກຳລັງ​ຕົ້ນຕໍ​ທີ່​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະເທດ​ຊາດເປັນ​ຜູ້​ທີ່​ເສຍສະຫຼະ​ເລືອດ​ເນື້ອ, ເພື່ອ​ແລກ​ເອົາ​ຄວາມ​ເປັນ​ເອກະລາດ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ມາ​ໃຫ້​ຊາດ​ລາວ​ເຮົາ ຕະຫຼອດ 23 ປີ​ທີ່​ຜ່ານ​ມາ​ໄດ້​ຕໍ່ສູ້​ຕ້ານຈັກກະພັດ​ທັງ​ແບບ​ເກົ່າ ແລະ ແບບ​ໃໝ່, ນັກຮົບ​ເກົ່າ​ປະຕິວັດ​ໄດ້​ເສຍສະຫຼະ​ຜົນ​ປະໂຫຍດ​ສ່ວນ​ຕົວ ​ເພື່ອ​ປະທດ​ຊາດ, ຫຼາຍ​ສະຫາຍ​ໄດ້​ເສຍ​ຊີວິດ​ຢູ່​ໃນ​ສະໜາມຮົບ, ປະ​ພໍ່​ແມ່​ທີ່​ຄອງ​ຄອຍ​ຢູ່​ບ້ານ, ປະ​ລູກ​ໃຫ້​ເປັນ​ກຳພ້າ, ກຳພອຍ, ປະ​ເມຍ​ໃຫ້​ເປັນ​ໝ້າຍ​ເປັນ​ຮ້າງ ​ກໍເພາະ​ຍົກ​ສູງ​ຜົນ​ປະໂຫຍດ​ສ່ວນ​ລວມ​ຫຼາຍ​ກວ່າ​ຜົນ​ປະໂຫຍດ​ສ່ວນ​ຕົວ, ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ບັນດາ​ສະຫາຍ​ນັກຮົບ​ປະຕິວັດ​ກໍ່​ມີ​ອາຍຸ​ກະສຽນ​ເຖົ້າ​ແກ່, ສຸຂະພາບ​ອ່ອນເພຍ​ຈຳ​ຕ້ອງ​ ໄດ້​ພັກຜ່ອນ​ເຂົ້າ​ຮັບ​ບຳ​ເນັດ, ບຳນານເປັນ​ພົນລະເມືອງ​ດີ ແລະ ສ້າງ​ເສດຖະກິດ​ຄອບຄົວ​ຕາມ​ນະໂຍບາຍ​ຂອງ​ພັກ ນັບ​ແຕ່​ມື້​ສ້າງຕັ້ງ​ອົງການ​ນັກຮົບ​ເກົ່າ​ເປັນຕົ້ນ​ມາ ໄດ້​ຕັ້ງໜ້າ​ປັບປຸງ​ອົງການ​ນັກຮົບ​ເກົ່າ​ແຕ່​ລະ​ຂັ້ນ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ຮອບດ້ານ, ເຕົ້າໂຮມ​ເອົາ​ບັນດາ​ພະນັກງານ​ນັກຮົບ​ເກົ່າ​ທົ່ວ​ປະເທດ​ເຂົ້າ​ຢູ່​ໃນ​ການຈັດຕັ້ງ​ ແຕ່​ລະ​ຂັ້ນ, ເອົາ​ອົງການ​ນັກຮົບ​ເກົ່າ​ເປັນ​ບ່ອນ​ດຳເນີນ​ຊີວິດ​ການເມືອງ, ເປັນ​ບ່ອນ​ສຶກ​ສາ​ອົບຮົມ ແລະ ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ແຕ່​ລະ​ຂັ້ນ, ຈຶ່ງ​ເຮັດ​ໃຫ້​ຖັນ​ແຖວ​ນັກຮົບ​ຂອງ​ພວກ​ເຮົາ​ມີ​ຄວາມເພິງ​ພໍໃຈ​ຕໍ່​ພັກ-ລັດ, ເປັນ​ແບບຢ່າງ​ອັນ​ດີ​ໃຫ້​ແກ່​ລູກ​ຫຼານ​ຮຸ້ນ​ສືບ​ທອດ​ກ່ຽວ​ກັບ​ທາດ​ແທ້​ປະຕິວັດ ແລະ ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ, ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ ມີ​ພາລະ​ບົດບາດ​ທຽບ​ເທົ່າ​ກັບ​ອົງ​ການຈັດຕັ້ງ​ທາງ​ການເມືອງ​ຂອງ​ພັກ, ອົງ​ການຈັດຕັ້ງ​ມະຫາຊົນ ແລະ ອົງການ​ທຽບ​ເທົ່າ​ຂັ້ນ​ຕ່າງໆ, ເປັນ​ເສນາ​ທິ​ການ​ໃຫ້​ແກ່​ກົມ​ການ ເມືອງ​ສູນ​ກາງ​ພັກ ແລະ ຄະນະ​ເລຂາ​ສູນ​ກາງ​ພັກ ເພື່ອ​ເຕົ້າໂຮມ​ຖັນ​ແຖວ​ພະນັກງານ-ນັກຮົບ​ ເກົ່າ​ທີ່​ພັກຜ່ອນ​ຮັບ​ບຳ​ເນັດ, ບຳນານ ແລະ ສ້າງ​ເສດຖະກິດ​ຄອບຄົວ ໃຫ້​ເຂົ້າ​ຢູ່​ໃນ​ອົງ​ການຈັດຕັ້ງ​ຂອງ​ນັກຮົບ​ເກົ່າ​ແຕ່​ລະ​ຂັ້ນ, ພົວພັນ​ຮ່ວມ​ມື​ກັບ​ສະຫະພັນ​ນັກຮົບ​ເກົ່າ​ຕ່າງປະເທດ, ພາກ​ພື້ນ ແລະ ສາກົນ ຢ່າງ​ກວ້າງຂວາງ ໂດຍ​ສະເພາະ​ແມ່ນ​ອົງການ​ນັກຮົບ​ເກົ່າ​ອາ​ຊຽນ ແລະ ເພື່ອນ​ມິດ​ຍຸດ​ທະ​ສາດ ມີໜ້າ​ທີ່​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ ໃຫ້​ແກ່​ຖັນ​ແຖວ​ນັກຮົບ​ເກົ່າ​ທົ່ວ​ປະເທດ, ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ເປັນ​ພື້ນຖານ​ຄວາມ​ສາມັກຄີ​ປອງ​ດອງ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ແຕ່​ລະ​ຂັ້ນ ເພື່ອ​ໃຫ້​ທຸກ​ຄົນ​ຍົກ​ສູງ​ນ້ຳ ໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່ ແລະ ຍຶດ​ໝັ້ນ​ອຸດົມ​ການສັງຄົມ​ນິຍົມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກໍ່ສ້າງ​ພັກ, ສ້າງ​ລັດ ແລະ ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ແຕ່​ລະ​ໄລຍະ. ສ່ວນ​ສູນ​ເຝິກ​ກອງ​ພົນ​ທີ 3, ກອງພັນ​ໃຫຍ່​ປືນ​ໃຫຍ່​ໜ້າ ດິນ 611 ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະບູ​ລີ ນອກຈາກ​ປາຖະກະ ຖາ​ວັນ​ສ້າງຕັ້ງ​ສະຫະພັນ​ນັກ​ເກົ່າ​ແລ້ວຍັງ​ໄດ້​ປາຖະກະຖາ ວັນຊາດ ​ສສ ຫວຽດນາມ ຄົບຮອບ 80 ປີ ນອກ​ນັ້ນ​ສູນ​ເຝິກ​ ກອງ​ພົນ​ທີ 3 ຍັງ​ໄດ້​ມອບ​ບັດ​ສະ ມາຊິກ​ພັກ​ ຊຸດ​ທີ XII ໃຫ້​ສະມາຊິກ​ພັກ​ສົມບູນ​ ຈຳນວນ 22 ສະຫາຍ, ຍິງ 1 ສະຫາຍ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ