ກົມກອງຕ່າງປາຖະກະຖາວັນສ້າງຕັ້ງສະຫະພັນນັກເກົ່າແຫ່ງຊາດລາວ
ເວລາອອກຂ່າວ: 2025-09-11 09:13:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5076 | ຄວາມນິຍົມ: ![]()
ຕົ້ນເດືອນກັນຍາ 2025 ນີ້, ໂຮງຮຽນທະຫານຊາຍແດນ 712, ກອງບັນຊາການທະຫານແຂວງຫຼວງນ້ຳທາ, ກອງພັນໃຫຍ່ປືນໃຫຍ່ໜ້າດິນ 619, ກອງພັນໃຫຍ່ປືນໃຫຍ່ໜ້າດິນ 611, ສູນເຝິກອົບຮົມກອງພົນທີ 3 ແລະ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າຄົບຮອບ 23 ປີ ເຊິ່ງແຕ່ລະກົມກອງຕາງກໍໄດ້ເຕົ້າໂຮມພະນັກ
ງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງ.
ເຊິ່ງຢູ່ແຕ່ແຫ່ງໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ, ພາລະບົດບາດໜ້າທີ່ ແລະ ບັນດາຜົນງານຕ່າງໆ ຂອງນັກຮົບປະຕິວັດທີ່ໄດ້ປະກອບສ່ວນເຮັດໃຫ້ຊາດລາວເຮົາໄດ້ຮັບຄວາມເປັນເອກະລາດ. ນັກຮົບເກົ່າໃນປັດຈຸບັນແມ່ນນັກຮົບປະຕິວັດ ເປັນກຳລັງຕົ້ນຕໍທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດເປັນຜູ້ທີ່ເສຍສະຫຼະເລືອດເນື້ອ, ເພື່ອແລກເອົາຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ຊາດລາວເຮົາ ຕະຫຼອດ 23 ປີທີ່ຜ່ານມາໄດ້ຕໍ່ສູ້ຕ້ານຈັກກະພັດທັງແບບເກົ່າ ແລະ ແບບໃໝ່, ນັກຮົບເກົ່າປະຕິວັດໄດ້ເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອປະທດຊາດ, ຫຼາຍສະຫາຍໄດ້ເສຍຊີວິດຢູ່ໃນສະໜາມຮົບ, ປະພໍ່ແມ່ທີ່ຄອງຄອຍຢູ່ບ້ານ, ປະລູກໃຫ້ເປັນກຳພ້າ, ກຳພອຍ, ປະເມຍໃຫ້ເປັນໝ້າຍເປັນຮ້າງ ກໍເພາະຍົກສູງຜົນປະໂຫຍດສ່ວນລວມຫຼາຍກວ່າຜົນປະໂຫຍດສ່ວນຕົວ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ບັນດາສະຫາຍນັກຮົບປະຕິວັດກໍ່ມີອາຍຸກະສຽນເຖົ້າແກ່, ສຸຂະພາບອ່ອນເພຍຈຳຕ້ອງ
ໄດ້ພັກຜ່ອນເຂົ້າຮັບບຳເນັດ, ບຳນານເປັນພົນລະເມືອງດີ ແລະ ສ້າງເສດຖະກິດຄອບຄົວຕາມນະໂຍບາຍຂອງພັກ ນັບແຕ່ມື້ສ້າງຕັ້ງອົງການນັກຮົບເກົ່າເປັນຕົ້ນມາ ໄດ້ຕັ້ງໜ້າປັບປຸງອົງການນັກຮົບເກົ່າແຕ່ລະຂັ້ນໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ເຕົ້າໂຮມເອົາບັນດາພະນັກງານນັກຮົບເກົ່າທົ່ວປະເທດເຂົ້າຢູ່ໃນການຈັດຕັ້ງ
ແຕ່ລະຂັ້ນ, ເອົາອົງການນັກຮົບເກົ່າເປັນບ່ອນດຳເນີນຊີວິດການເມືອງ, ເປັນບ່ອນສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີພາຍໃຕ້ການນຳພາຂອງພັກແຕ່ລະຂັ້ນ, ຈຶ່ງເຮັດໃຫ້ຖັນແຖວນັກຮົບຂອງພວກເຮົາມີຄວາມເພິງພໍໃຈຕໍ່ພັກ-ລັດ, ເປັນແບບຢ່າງອັນດີໃຫ້ແກ່ລູກຫຼານຮຸ້ນສືບທອດກ່ຽວກັບທາດແທ້ປະຕິວັດ ແລະ ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີພາລະບົດບາດທຽບເທົ່າກັບອົງການຈັດຕັ້ງທາງການເມືອງຂອງພັກ, ອົງການຈັດຕັ້ງມະຫາຊົນ ແລະ ອົງການທຽບເທົ່າຂັ້ນຕ່າງໆ, ເປັນເສນາທິການໃຫ້ແກ່ກົມການ
ເມືອງສູນກາງພັກ ແລະ ຄະນະເລຂາສູນກາງພັກ ເພື່ອເຕົ້າໂຮມຖັນແຖວພະນັກງານ-ນັກຮົບ ເກົ່າທີ່ພັກຜ່ອນຮັບບຳເນັດ, ບຳນານ ແລະ ສ້າງເສດຖະກິດຄອບຄົວ ໃຫ້ເຂົ້າຢູ່ໃນອົງການຈັດຕັ້ງຂອງນັກຮົບເກົ່າແຕ່ລະຂັ້ນ, ພົວພັນຮ່ວມມືກັບສະຫະພັນນັກຮົບເກົ່າຕ່າງປະເທດ, ພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ໂດຍສະເພາະແມ່ນອົງການນັກຮົບເກົ່າອາຊຽນ ແລະ ເພື່ອນມິດຍຸດທະສາດ ມີໜ້າທີ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແກ່ຖັນແຖວນັກຮົບເກົ່າທົ່ວປະເທດ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເປັນພື້ນຖານຄວາມສາມັກຄີປອງດອງພາຍໃຕ້ການນຳພາຂອງພັກແຕ່ລະຂັ້ນ ເພື່ອໃຫ້ທຸກຄົນຍົກສູງນ້ຳ
ໃຈຮັກຊາດ, ຮັກລະບອບໃໝ່ ແລະ ຍຶດໝັ້ນອຸດົມການສັງຄົມນິຍົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງພັກ, ສ້າງລັດ ແລະ ພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ. ສ່ວນສູນເຝິກກອງພົນທີ 3, ກອງພັນໃຫຍ່ປືນໃຫຍ່ໜ້າ
ດິນ 611 ແລະ ກອງບັນຊາການທະຫານແຂວງໄຊຍະບູລີ ນອກຈາກປາຖະກະ ຖາວັນສ້າງຕັ້ງສະຫະພັນນັກເກົ່າແລ້ວຍັງໄດ້ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ນອກນັ້ນສູນເຝິກ ກອງພົນທີ 3 ຍັງໄດ້ມອບບັດສະ
ມາຊິກພັກ ຊຸດທີ XII ໃຫ້ສະມາຊິກພັກສົມບູນ ຈຳນວນ 22 ສະຫາຍ, ຍິງ 1 ສະຫາຍ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















