ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ເມສາ 2026

  

ກອງພັນໃຫຍ່ 497 ມອບບັດສະມາຊິກພັກສົມບູນ ຊຸດທີ VIII
ເວລາອອກຂ່າວ: 2025-09-11 09:15:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5115 | ຄວາມນິຍົມ:



ວັນ​ທີ 4 ກັນຍາ 2025 ນີ້, ກອງພັນ​ໃຫຍ່ 497 ໄດ້​ຈັດ​ພິທີ​ມອບ-ຮັບ​ບັດ​ສະມາຊິກ​ພັກ​ສົມບູນຊຸດ​ທີ VIII ໃຫ້​ພະນັກງານ​ສະມາຊິກ​ພັກ​ສົມບູນ ໂດຍ​ການ​ເປັນ​ປະທານຂອງ​ ສະຫາຍ ພັນ​ເອກ ພອນ​ໄຊ ບໍ​ລະດົມ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 497, ມີ​ຄະນະ​ບໍລິຫານ​ງານ​ພັກ​ກອງພັນ​ໃຫຍ່, ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ ຂະແໜງການ​ທີ່​ກ່ຽວ ຂ້ອງ ຕະຫຼອດ​ຮອດ​ບັນດາສະຫາຍ​ສະມາຊິກ​ພັກ​ສົມບູນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ທອນ ໝື່ນ​ແກ້ວ ຄະນະ​ພັກ​ກອງພັນ​ໃຫຍ່ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 497 ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກລົງ; ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ຮັບຮອງ​ອອກ​ບັດ​ສະມາຊິກ​ພັກ​ສົມບູນ ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ບົດ​ແນະນຳ​ຂອງ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ ອອກ​ບັດ-ມອບ​ບັດ ສະມາຊິກ​ພັກ​ໃຫ້​ສະມາຊິກພັກ​ສົມບູນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ອີງ​ຕາມ ການ​ຄົ້ນຄວ້າ​ເຫັນ​ດີ​ເປັນ​ເອກະ​ພາບ​ຂອງ​ຄະນະ​ຊີ້​ນຳ ອອກ​ບັດ ໃຫ້​ສະມາຊິກ​ພັກ​ສົມບູນ​ຢູ່​ກອງພັນ​ໃຫຍ່ 497 ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ: ຮັບຮອງ​ການ ອອກ​ບັດ-ມອບ​ບັດສະມາຊິກ​ພັກ​ສົມບູນ ຊຸດ​ທີ VIII ໃຫ້​ບັນ ດາ​ສະຫາຍ​ສະມາຊິກ​ພັກ​ສົມບູນ ຢູ່​ຄະນະ​ພັກ​ກອງພັນ​ໃຫຍ່ 497 ຈຳນວນ 75 ສະຫາຍ, ຍິງ 14 ສະຫາຍ. ໃຫ້​ກຽດ​ມອບ​ບັດ​ສະມາຊິກ​ພັກ​ສົມບູນ​ໃນ​ຄັ້ງ​ນີ້ ໂດຍ​ແມ່ນ​ສະຫາຍ ພັນ​ໂທ ນານ ວັນ​ທອງ ຄະນະ​ພັກ​ກອງພັນ​ໃຫຍ່ ຫົວໜ້າ​ພະ​ແນກ​ເສ​ນິ​ການ ກອງພັນ​ໃຫຍ່ 497 ຢ່າງ​ສົມ​ກຽດ. ໂອກາດ​ນີ້, ສະຫາຍ ພັນ​ເອກ ພອນ​ໄຊ ບໍ​ລະດົມ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ຜົນງານ​ທີ່​ສະມາຊິກ​ພັກ​ສົມບູນ​ຍາດ​ມາ​ໄດ້, ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ, ຄວາມ​ສຳຄັນ ແລະ ຄວາມ​ຈຳເປັນ ຂອງ​ການ​ອອກ​ບັດ, ການ​ນຳ​ໃຊ້​ບັດ​ສະມາຊິກ​ພັກ, ພ້ອມ​ທັງ​ຮຽກ​ຮອງ​ໃຫ້​ເອົາໃຈໃສ່ຮັກສາ​ຜົນງານ ແລະ ຮັກ ສາ​ບັດ​ຂອງ​ຕົນ​ໃຫ້​ດີ, ສືບຕໍ່​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ ກົດໝາຍ​ຂອງ​ລັດ ແລະ ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ, ຂອງ​ພັກ​ໃຫ້​ເຂັ້ມ​ງວດ ພ້ອມ​ກັນ​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຢ່າງຮອບດ້ານ ເຊີດ​ຊູ​ຄວາມ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ມະຫາຊົນ, ອອກແຮງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ, ໃຫ້​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ