ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ມິຖຸນາ 2026

  

ແຂວງຈຳປາສັກຈັດງານແຂ່ງຂັນນັກຮ້ອງ-ນັກຂັບລໍາສຽງດີ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັາຕ່າງໆ
ເວລາອອກຂ່າວ: 2025-09-11 09:17:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4631 | ຄວາມນິຍົມ:



ໃນ​ວັນ​ທີ 5 ກັນຍາ 2025 ນີ້, ຢູ່​ທີ່​ຫໍ​ວັດທະນະທຳ ແຂວງ​ຈຳປາ​ສັກ ໄດ້​ຈັດ​ງານ​ແຂ່ງຂັນ​ນັກ​ຮ້ອງ-ນັກ​ຂັບ​ລຳ​ສຽງ​ດີ​ຂື້ນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ແກ້ວ​ລັດຕະນະ ສີ​ຫາ​ວົງ ຄະນະ​ປະຈຳ​ພັກ​ແຂວງ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ, ຫົວໜ້າ​ອະນຸ​ກຳມະການ​ກໍ່ສ້າງ​ຂະ​ບວນ​ການ, ໂຄສະນາ​ອົບຮົມ-ຖະແຫຼງ​ຂ່າວ, ມີ ສະຫາຍ ​ປອ ວັນນະ​ໄຊ ຊາດ​ຕະກຸນ ກຳມະການ​ພັກ​ແຂວງ ຫົວໜ້າ​ພະ​ແນກ​ວັດທະນະທຳ ແລະ ທ່ອງ​ທ່ຽວ​ແຂວງ​ຈຳປາ​ສັກ, ມີ​ການ​ນຳ​ຂອງ​ແຂວງ, ພະແນກການ, ກົມ​ກອງ​ອ້ອມ​ຂ້າງ​ແຂວງ, ການ​ນຳ​ວິ​ສາ​ຫະ​ກິດ, ນັກທຸລະກິດ, ນັກ​ຮ້ອງ-ນັກ​ຂັບ​ລຳ ທີ່​ເຂົ້າ​ຮ່ວມ​ແຂ່ງຂັນ ແລະ ມວນ​ຊົນ​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​ຊົມ. ການ​ຈັດ​ງານ​ແຂ່ງຂັນ​ນັກ​ຮ້ອງ-ນັກ​ຂັບ​ລຳ​ສຽງ​ດີ ໃນ​ຄັ້ງ​ນີ້, ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ ເວົ້າ​ລວມ, ເວົ້າ​ສະເພາະ ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງ​ຈຳປາ​ສັກ, ວັນ​ສະຖາປະນາ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຄົບຮອບ 50 ປີ ແລະ ວັນ​ຄ້າຍ​ວັນ​ເກີດ ປະທານ​ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ເປັນ​ຂະ​ບວນ​ການ​ຢ່າງ​ກວ້າງຂວາງ. ນອກ​ນີ້ ຍັງ​ເປັນ​ການ​ອະນຸລັກ​ຮັກສາ ແລະ ສົ່ງເສີມ​ສິລະ​ປະ​ວັນນະຄະດີ​ອັນ​ດີງາມ ທີ່​ເປັນ​ເອກະລັກ​ຂອງ​ທ້ອງຖິ່ນ ກໍ​ຄື ຂອງ​ຊາດ ໃຫ້​ໄດ້​ຮັບ​ການ​ສືບ​ທອດ​ຕໍ່​ໄປ ທັງ​ເປັນ​ການ​ສົ່ງເສີມ​ການສະແດງ​ອອກ​ຂອງ​ຊາວ​ໜຸ່ມ-ໄວ​ໜຸ່ມ ໃຫ້​ຫັນ​ມາ​ຮັກ​ມັກ, ສົນໃຈ ແລະ ເຊີດ​ຊູ​ໃນ​ດ້ານ​ສິລະ​ປະ-ວັນນະຄະດີ ໂດຍ​ສະເພາະ ປະເພດ​ເພງ-ຂັບລຳ ຂອງ​ລາວ​ເຮົາ ຫຼາຍ​ຂຶ້ນ ສຳລັບ​ການ​ແຂ່ງຂັນ​ມີ​ຜູ້​ສະໝັກ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 22 ຄົນ, ແຂ່ງຂັນ​ໃນ 2 ປະເພດ ຄື: ການ​ແຂ່ງຂັນ​ບົດ​ເພງ ທີ່​ມີ​ແລ້ວ ຈຳນວນ 11 ເພງ ແລະ ການ​ແຂ່ງຂັນ​ບົດ​ເພງ​ທີ່​ແຕ່ງ​ຂຶ້ນ​ໃໝ່ ຈຳນວນ 11 ເພງ. ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ ປະເພດ​ເພງ​ທີ່​ມີ​ແລ້ວ ທີ 1 ໄດ້ແກ່ ສະຫາຍ ໂອ​ເລ້ ສັດຕະ​ວົງ ໃນ​ບົດ​ເພງ​ຢືນ​ຍາມ​ແຄມ​ຂອງ ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ ພ້ອມ​ໃບ​ຍ້ອງຍໍ, ທີ 2 ໄດ້ແກ່ ສະຫາຍ ນາງ ປູ​ນາ ເຄື່ອ​ຄຳ ໃນ​ບົດ​ເພງ​ແດນ​ແຫ່ງ​ອິດສະຫຼະ ໄດ້​ຮັບ​ເງິນສົດ 3 ລ້ານ​ກີບ ພ້ອມ​ໃບ​ຍ້ອງ, ທີ 3 ໄດ້ແກ່ ສະຫາຍ ຫຼັກໄຊ ມາ​ບົວ ໃນ​ບົດ​ເພງ ມູນເຊື້ອ​ລົດ​ຕັງ ໄດ້​ຮັບ​ເງິນສົດ 2 ລ້ານ​ກີບ ພ້ອມ​ໃບ​ຍ້ອງຍໍ, ປະເພດ​ບົດ​ເພງ ທີ່​ແຕ່ງ​ຂຶ້ນ​ໃໝ່ທີ 1 ໄດ້ແກ່ ສະຫາຍ ສຸ​ລິ​ເດດ ສ້ອຍ​ຄຳ ໃນ​ບົດ​ເພງ ຂໍ່ານັບ​ຊົມເຊີຍ 3 ວັນ​ປະຫວັດສາດ​ໄດ້​ຮັບ​ເງິນສົດ 7 ລ້ານ​ກີບ ພ້ອມ​ໃບ​ຍ້ອງຍໍ, ທີ 2 ໄດ້ແກ່ ສະຫາຍ ຮ້ອຍ​ໂທ ຄຳ​ສຸກ ບຸດ​ແກ້ວ ໃນ​ບົດ ​ເພງ ພັກ​ນຳພາ​ຊາດ​ລາວ​ວິລະ​ຊົນ ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ ພ້ອມ​ໃບ​ຍ້ອງຍໍ, ທີ 3 ໄດ້ແກ່ ສະຫາຍ ຮ້ອຍ​ເອກ ບຸນ​ທັນ ສີ​ພະຈັນ ໃນ​ບົດ​ເພງ ມ່ວນຊື່ນ​ສະຫຼອງ​ໄຊ​ວັນ​ປະ​ຫັວດ​ສາດ ໄດ້​ຮັບ​ເງິນສົດ 4 ລ້ານ​ກີບ ພ້ອມ​ໃບ​ຍ້ອງຍໍ ໃຫ້​ ກຽດ​ມອບ​ລາງວັນ​ໂດຍ ສະຫາຍ ແກ້ວ​ລັດຕະນະ ສີ​ຫາ​ວົງ ຄະນະ​ປະຈຳ​ພັກ​ແຂວງ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ ຫົວໜ້າ​ອະນຸ​ກຳມະການ​ກໍ່ສ້າງ​ຂະ​ບວນ​ການ, ໂຄສະນາ​ອົບຮົມ-ຖະແຫຼງ​ຂ່າວ ສ່ວນ​ລາງວັນ​ຊົມເຊີຍ ແມ່ນ​ ໄດ້​ຮັບ​ເງິນສົດ​ຜູ້​ລະ 1 ລ້ານ​ກີບ. ຂ່າວ: ນາງ ສີ​ລິ​ຄານ ສີດາ​ວົງ ພາບ:​ ນາງ ສົມ​ພອນ ແກ້ວ​ມະນີ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ