ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ຄະນະ​ພັກ​ສອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຂົ້າ​ຮ່ວມ ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກຳລັງ​ປະກອບ​ອາວຸດ​ນະຄອນ​ເຫວ້ ​ສສ ຫວຽດນາມ
ເວລາອອກຂ່າວ: 2025-09-11 09:19:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5086 | ຄວາມນິຍົມ:



ໃນ​ວັນ​ທີ 4 ກັນຍາ 2025 ນີ້, ສະຫາຍ ພັນ​ເອກ ໂພ​ໄຊ ໂພ​ໄຊ​ຍະ​ວົງ ຫົວໜ້າ​ການເມືອງ ທະຫານ​ແຂວງ​ສາລະ​ວັນ ແລະ ສະຫາຍ ພັນ​ເອກ ສົມ​ຈິດ ນິລະ​ພົນ ຫົວໜ້າ​ການເມືອງທະຫານ​ແຂວງ​ເຊ​ກອງ ພ້ອມ​ດ້ວຍ​ຄະນະ, ໄດ້​ເຂົ້າ​ຮ່ວມ​ພິທີ​ສະເຫຼີມສະຫຼອງ​ວັນ​ສະ​ຖາ​ປາ​ນາ ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ເວົ້າ​ລວມ-ເວົ້າ​ສະເພາະ ແມ່ນ​ວັນ​ສ້າງຕັ້ງ​ກຳລັງ​ປະກອບ​ອາວຸດ ນະຄອນ​ເຫວ້ ​ສສ ຫວຽດນາມ ຄົບຮອບ 80 ປີ (5 ກັນຍາ 1945-5 ກັນຍາ 2025) ເຊິ່ງ​ພິທີ​ດັ່ງກ່າວ​ໄດ້​ຈັດ​ຂື້ນ ຢູ່​ທີ່​ສະໂມສອນ ນະຄອນ​ເຫວ້ ​ສສ ຫວຽດນາມ ໂດຍ​ໃຫ້​ກຽດ​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຈາກ​ບັນດາ​ສະຫາຍ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນ​ເຫວ້ ​ສສ ຫວຽດນາມ ໃນ​ພິທີ​ດັ່ງກ່າວມີ ສະຫາຍ ພົນ​ໂທ ຟາມ ເຈື່ອງ ເຊີນ, ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ ກອງທັບ​ປະຊາຊົນ​ຫວຽດນາມ, ສະຫາຍ ພົນ​ຕີ ຮ່າ ທໍ ບິງ, ຜູ້​ບັນຊາ​ການ​ທະຫານ​ເຂດ 4, ສະຫາຍ ພົນ​ຈັດຕະວາ ຫວໍ ຕຽນ ງິ ຮອງ​ຜູ້​ບັນຊາ​ການ​ທະຫານ​ຊາຍ​ແດນ​ສູງ​ສຸດ, ສະຫາຍ ເລ ເຈືອງ ລິວ, ກຳມະການ​ຄະນະ​ບໍລິຫານ​ສູນ​ກາງ​ພັກ, ເລຂາ​ຄະນະ​ກຳ​ມະການ​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ, ຫົວໜ້າ​ຄະນະ​ຜູ້​ແທນ​ສະພານະຄອນ​ເຫວ້ ແລະ ສະຫາຍ ຫງຽວ​​ນ ວັນ​ເຟືອງ, ຮອງ​ເລຂາ​ຄະນະ​ກຳມະການ​ພັກ​ນະຄອນ, ປະທານ​ຄະນະ​ກຳມະການ​ປົກຄອງ ນະຄອນ​ເຫວ້, ພ້ອມ​ດ້ວຍ ພະນັກງານ​ອາວຸໂສ​ປະຕິວັດ, ອົງ​ ກ່ຽວຂ້ອງ, ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ​ເຂົ້າ​ຮ່ວມ; ກ່ອນ​ເຂົ້າ​ພິທີ​ຢ່າງ​ເປັນ​ທາງ​ການ​ຄະນະ​ຜູ້​ແທນ​ໄດ້​ຮັບ​ຊົມ​ລາຍ​ການສະແດງ​ສິລະ​ປະ​ວັນນະຄະດີ, ກ່ຽວ​ກັບ​ບົດ​ມູນເຊື້ອ​ໃນ​ສະໄໝ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ, ເບິ່ງ​ຮູບ​ພາບ​ວີ​ດີ​ໂອ​ກ່ຽວ​ກັບ​ມູນເຊື້ອ​ການ​ເຄື່ອນ​ໃຫວ​ຕໍ່ສູ້, ບັ້ນ​ຮົບ-ບັນ​ຕີ ແຕ່ລະ​ບາດກ້າວ, ແຕ່​ລະ​ໄລຍະ​ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ ຈົນ​ໄດ້​ຮັບ​ໄຊຊະນະຢ່າງ​ມີ​ໄຊ; ຈາກ​ນັ້ນ​ກໍ​ໄດ້​ຮັບ​ຟັງ​ປະຫວັດ​ຄວາມ​ເປັນ​ມາ ແລະ ມູນເຊື້ອ​ຢ່າງ​ພິລະ​ອາດ​ຫານ ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ ທີ່​ໄດ້​ອຸທິດ​ຊີວິດ​ເລືອດ​ເນື້ອ​ເພື່ອ​ພາ ລະກິດ​ປະຕິວັດ ກໍ​ຄື​ພາລະກິດ​ປະຫວັດສາດ​ຂອງ​ຊາດ, ທັງ​ເປັນ​ຜູ້​ສ້າງ​ພາລະ​ກຳ​ປະຫວັດສາດ ​ອັນ​ຍິ່ງ​ໃຫຍ່ ຮັບ​ໃຊ້​ການ​ສູ້​ຮົບ​ປົດ​ປ່ອຍປະ​ເທດ​ຊາດ ຕ້ານ​ການ​ຮຸກ​ຮານ ຂອງ​ພວກ​ຈັກກະພັດ​ຕ່າງ​ດ້າວ​ຢ່າງ​ອັນ​ລະ​ອິດ, ລະ​ອ້ຽວ, ຍືດ​ເຍື້ອ​ຍາວ​ນານ​ມາ​ຫຼາຍ​ສິບ​ປີ, ວິລະ​ກຳ​ຂອງ​ພວກ​ເພີ່ນ​ຍັງ​ເປັນ​ອຳ​ມະຕະ ແລະ ສະຖິດ​ຢູ່​ໃນ​ໃຈ ​ຂອງ​ປະຊາຊົນ​ຫວຽດນາມ​ຜູ້​ຮັກ​ຊາດ, ຮັກ​ຄວາມ​ເປັນ​ເອກະລາດ-ອິດສະຫຼະພາບ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ​ມີ​ຄວາມ​ເດັດດ່ຽວ​ໜ້ຽວ​ແໜ້ນ, ຮັກສາ​ທາດ​ແທ້​ມູນເຊື້ອ​ປະຕິວັດ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະເທດ​ຊາດ ຢ່າງ​ບໍ່​ມີ​ຂອບ​ເຂດ, ມີ​ຄວາມ​ຕັດສິນ​ໃຈ ແລະ ເສຍສະຫຼະ​ຢ່າງ​ສູງ​ສົ່ງ, ເພື່ອ​ຜົນ​ປະໂຫຍດ​ສ່ວນ​ລວມ​ຂອງ​ປະເທດ​ຊາດ, ມີ​ແບບແຜນ​ດຳລົງ​ຊີວິດ​ທີ່​ປອດ​ໃສ​ຂາວ​ສະອາດ, ເປັນ​ແວ່ນ​ແຍງ​ໃຫ້​ຄົນ​ລຸ້ນ​ສືບ​ທອດ, ບໍ່​ວ່າ​ທາງ​ດ້ານ​ແບບແຜນ​ດຳລົງ​ຊີວິດ, ອຸດົມ​ຄະຕິ​ຫຼັກ​ໝັ້ນ​ຊົນ​ຊັ້ນ ກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ, ດູດດື່ມ​ເປັນ​ກຳລັງ​ແຮງ​ທາງ​ດ້ານ​ສະຕິ​ປັນຍາ, ມັນສະໝອງ, ເພື່ອ​ເຂົ້າ​ຮ່ວມ​ກໍ່ສ້າງ​ລະບອບ​ການເມືອງ​ປະຊາ ທິປະໄຕ​ປະຊາຊົນ ທີ່​ມີ​ພັກ​ປະຊາຊົນ​ຫວຽດນາມ ເປັນ​ແກ່ນ​ນຳ-ນຳ​ໜ້າ​ໃນ​ທຸກໆ​ຂະ​ບວນ​ການ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ ຕະຫຼອດ​ໄລຍະ 80 ປີຜ່ານມາ ຢ່າງ​ໜັກ​ແໜ້ນ- ເຂັ້ມແຂງ, ຮອບດ້ານ; ມາ​ຮອດ​ປັດຈຸບັນ ຍັງ​ໄດ້​ພ້ອມ​ກັນ​ຕັ້ງໜ້າ​ປະກອບສ່ວນ​ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ຮັ່ງມີ​ຜາ​ສຸກ ທັງ​ໝົດ​ນີ້ ກໍ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ພະນັກງານ-ນັກຮົບ​ລຸ້ນ​ສືບ​ທອດ​ປຽ່ນ​ແທນ, ຕ້ອງ​ໄດ້​ພ້ອມ​ກັນ​ນຳ​ ເອົາ​ມູນເຊື້ອ​ອັນ​ສຳຄັນ​ດັ່ງກ່າວ ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງ, ເພື່ອ​ສືບຕໍ່​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ, ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ ແລະ ເພື່ອນ​ມິດ​ຍຸດ​ທະ​ສາດ ລະຫວ່າງ ​ຫວຽດນາມ-ລາວ, ລາວ-ຫວຽດນາມ​ໃຫ້​ມີ​ຄວາມ​ໝັ້ນຄົງ​ທະ​ນົງ​ແກ່ນຕະຫຼອດໄປ. ພາບ-ຂ່າວ: ທອງ​ມີ ຈັນທະ​ວີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ