ເຜີຍແຜ່ຂໍ້ມູນຂ່າວສານ ການໃຫ້ບໍລິການ ແລະ ການເຂົ້າເຖິງທາງດ້ານການເງິນ, ດ້ານເງິນຝາກ ແລະ ເງິນກູ້ຢືມ ຢູ່ກອງພັນ 619
ເວລາອອກຂ່າວ: 2025-09-11 09:22:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5502 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ທ່ານ ພວງເພັດ ໄຊຍະວົງ ຫົວໜ້າໜ່ວຍງານບໍລິການ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ພັດທະນາອຸດົມໄຊ, ໜ່ວຍບໍລິການເມືອງຮຸນ ແຂວງອຸດົມໄຊ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຂໍ້ມູນຂ່າວ-ສານຂອງການໃຫ້ບໍລິການ ແລະ ການເຂົ້າເຖິງ ທາງດ້ານການເງິນ, ດ້ານເງິນຝາກ ແລະ ເງິນກູ້ຢືມ ໃຫ້ແກ່ພະນັກງານ-ນັກຮົບ ຢູ່ກອງພັນ 619 ກອງພົນທີ 3, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຂົ້າໃຈກ່ຽວກັບລະບຽບຫຼັກການ ໃນການຝາກເງິນ ແລະ ການກູ້ຢືມເງິນ ຂອງສະຖາບັນການເງິນຈຸລະພາກ.
ໂອກາດນີ້, ທ່ານ ພວງເພັດ ໄຊຍະວົງ ຍັງໄດ້ຕາງໜ້າສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ພັດທະນາອຸດົມໄຊ ມອບເງິນສົດຈຳນວນ 2.700.000 ກີບ ໃຫ້ກອງພັນ 619 ເພື່ອປະກອບສວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງ, ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ຄອນສະຫວັນ
ດວງຈຳປາ ຫົວໜ້າການເມືອງ ກອງພັນ 619 ພ້ອມດ້ວຍຄະນະ.
ໂດຍ: ວັນເສັງ ບຸນຫຼົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















