ກອງບັນຊາການທະຫານແຂວງສະຫວັນນະເຂດ ອວຍພອນກອງຂຸດຄົ້ນອັດຖິ 584
ເວລາອອກຂ່າວ: 2025-09-11 09:23:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5131 | ຄວາມນິຍົມ: ![]()
ເນື່ອງໃນໂອກາດວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພັນໂທ ພອນປະສົງ
ກົມມະສິດ ກຳມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງການກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າ
ດອກໄມ້ ແລະ ກະຕ່າຂອງຂວັນ ໄປອວຍພອນກອງຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ຂອງແຂວງສະຫວັນນະເຂດ ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນຕີ ຫງຽນວັນເຟືອງ ຮອງຫົວໜ້າການທະຫານ ກອງຂຸດຄົ້ນອັດຖິ 584 ພ້ອມດ້ວຍຄະນະ
ໃນໂອກາດນີ້, ສະຫາຍ ພັນໂທ ພອນປະສົງ ກົມມະສິດ ໄດ້ກ່າວຄຳອວຍພອນໄຊອັນປະເສີດມາຍັງຄະນະກອງຂຸດຄົ້ນອັດຖິ 584 ຕະຫຼອດຮອດພະນັກງານທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້. ຕະຫຼອດໄລຍະທີ່ກອງດັ່ງກ່າວ ມາປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ພື້ນທີ່ແຂວງສະຫວັນນະເຂດແມ່ນໝາກຜົນຂອງການພົວພັນຮ່ວມມືຂອງສອງພັກ, ສອງລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ພົວພັນຮ່ວມມືແບບພິເສດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຮອບດ້ານຕະຫຼອດມາ, ເວົ້າສະເພາະແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດ ກັບ ກອງບັນຊາການທະຫານແຂວງກວາງຈິ ກໍຄື ກອງຂຸດຄົ້ນອັດຖິ 584 ເຫັນວ່າ ມີຜົນສຳເລັດຫຼາຍດ້ານທີ່ໜ້າເພິ່ງພໍໃຈ ພ້ອມທັງອວຍພອນຄວາມສາມັກຄີພິເສດ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ພັດທະນາກ້າວສູ່ລວງເລິກຍິ່ງໆຂຶ້ນ.
ພ້ອມນັ້ນ, ສະຫາຍ ພັນຕີ ຫງຽນວັນເຟືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງສະຫວັນນະເຂດທີ່ໄດ້ມາອວຍພອນໃນໂອກາດວັນສະຖາປະນາ ສສ ຫວຽດນາມ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າສະເພາະກອງຂຸດຄົ້ນອັດຖິ 584 ກອງບັນຊາການທະຫານແຂວງກວາງຈິ ກັບ ກອງບັນຊາການທະຫານແຂວງສະຫວັນນະເຂດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















