ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 24 ມັງກອນ 2026

  

ປະກາດການອະນຸມັດໃຫ້ຫົວໜ້າຫ້ອງ-ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປືພັກການ ກຽມຮັບບໍານານ
ເວລາອອກຂ່າວ: 2025-09-11 14:50:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5419 | ຄວາມນິຍົມ:



ວັນທີ 10 ກັນຍາ 2025 ນີ້, ທີ່ ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດຕັ້ງພິທີ ປະກາດ ການອະນຸມັດໃຫ້ຫົວໜ້າຫ້ອງ-ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປື ພັກການ ກຽມຮັບບໍານານ ແລະ ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປື ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ອົງການ 5 ຫ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງເຕັກນິກ ເຂົ້າຮ່ວມ. ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງອັດຕະປື ພັກການ ກຽມຮັບບຳນານ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018 ໃນພາກທີ llI ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບບຳນານ ຂອງນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມ ການສະເໜີ ຂອງກົມໃຫຍ່ເຕັກນິກກອງທັບ, ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີ ຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ສະຫາຍ ພັນເອກ ບຸນມີ ໄຊປັນຍາ ຮັບຜິດຊອບວຽກງານເຕັກນິກ, ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປື ແລະ ສະຫາຍ ພັນໂທ ບຸນຍືນ ກຸນສາພົງ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປື ພັກການ ເພື່ອຮັບບຳນານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ໜອມໃຈ ພິລາວົງ ເປັນຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປື, ແຕ່ງຕັ້ງ ສະຫາຍ ພັນໂທ ສຳລານ ວໍລະກຸມມານ ເປັນຫົວໜ້າພະແນກແຜນການເຕັກນິກ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນລໍ່າ ສິນທະນຸເພັດ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງອັດຕະປື. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ໂອລົມຕໍ່ຜູ້ທີ່ໄດ້ຮັບນະໂຍບາຍພັກການ ກຽມຮັບບຳນານ ແລະ ໄດ້ເນັ້ນໜັກບາງບັນຫາຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງພ້ອມກັນເອົາໃຈໃສ່ເຮັດສຳເລັດໜ້າທີ່ການເມຶອງ ທີ່ຂັ້ນເທິງມອບໝາຍໃຫ້, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ເປັນເຈົ້າການເຝິກຝົນຫຼໍ່ຫຼອມຕົນເອງ ໃນການຊອກຮູ້ຮໍ່າຮຽນໃນທຸກດ້ານ ເພື່ອນຳມາຈັດຕັ້ງປະຕິບັດ ປະກອບສ່ວນເຮັດວຽກງານວິຊາສະເພາະຂອງຕົນ ໃຫ້ມີຜົນສຳເລັດ. ພາບ-ຂ່າວ: ສຸກສະໄໝ ນວນມະລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ