ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 07 ມິຖຸນາ 2026

  

ປະກາດການແຕ່ງຕັ້ງ ຜູ້ຈັດການທີມ ຄູເຝິກ, ແພດ ແລະ ອະນຸກຳມະການ ຮັບຜິດຊອບຫັດແອບກິລາ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-09-11 15:21:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8131 | ຄວາມນິຍົມ:



ໃນວັນທີ 11 ກັນຍາ 2025 ນີ້, ທີ່ ກອງກິລາກອງທັບ ໄດ້ປະກາດການແຕ່ງຕັ້ງ ຜູ້ຈັດການທີມ, ຄູເຝິກ, ແພດ ແລະ ອະນຸກຳມະການ ຮັບຜິດຊອບຫັດແອບກິລາ ກະຊວງປ້ອງກັນປະເທດ ເຂົ້າຮ່ວມແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທ້າຍປີ 2025 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໂດຍການປັນປະທານ ຂອງສະຫາຍ ພັນເອກ ແສງອຳພອນ ພູມີເງິນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ນັກກິລາເຂົ້າຮ່ວມ. ສະຫາຍ ພັນໂທ ໄພວັນ ດວງດີ ຮັກສາການຫົວໜ້າພະແນກກິລາກາຍາກໍາ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ຜູ້ຈັດການທີມ, ຄູເຝິກ, ແພດ ແລະ ອະນຸກຳມະການ ຮັບຜິດຊອບຫັດແອບກິລາ ກະຊວງປ້ອງກັນປະເທດ ເຂົ້າຮ່ວມແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທ້າຍປີ 2025 ທີ່ນະຄອນຫຼວງວຽງຈັນ ເຈົ້າພາບ. ອີງຕາມ ແຜນການກະກຽມກິລາ ກະຊວງປ້ອງກັນປະເທດ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ອີງຕາມ ແຜນການຫັດແອບ, ເຝິກຊ້ອມ ປະເພດກິລາຕ່າງໆ ທີ່ຈະເຂົ້າຮ່ວມແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025. ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ຕັ້ງຈັດການທີມ, ຄູເຝິກ ຈໍານວນ 23 ປະເພດກິລາ. ພ້ອມດຽວກັນນີ້, ຍັງໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບນັກກິລາ, ຄູເຝິກ ແລະ ຜູ້ຈັດການພິມ ໃນໄລຍະ 1 ເດືອນຜ່ານມາ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ