ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ກໍລະກົດ 2026

  

ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ
ເວລາອອກຂ່າວ: 2025-09-12 15:36:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6899 | ຄວາມນິຍົມ:



ວັນທີ 12 ກັນຍາ 2025 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ບັນດານາຍທະຫານທີ່ໄດ້ຮັບນະໂຍບາຍ ພັກການ ຮັບບໍານານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການຮັບບໍານານ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ), ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງເຫັນດີອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ຈຳນວນ 14 ສະຫາຍ ຮັບເງິນອຸດໜູນບໍານານ ນັບຕັ້ງແຕ່ງວດທີ 4 ປີ 2025 ເປັນຕົ້ນໄປ. ໂອກາດນີ້, ສະຫາຍ ພັນເອກ ອຳພອນ ສຸກວິໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານາຍທະຫານ ທີ່ໄດ້ຮັບນະໂຍບາຍພັກການ ຮັບບຳນານ ທີ່ໄດ້ເອົາໃຈໃສ່ສຸມສະຕິປັນຍາເຫື່ອແຮງຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ພັກ-ລັດ ກໍຄື ການຈັດຕັ້ງກະຊວງປ້ອງກັນປະເທດ ມອບໝາຍ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາພັດທະນາ ກໍ່ສ້າງກຳລັງຖັນແຖວຂອງກອງທັບໃນໄລຍະຜ່ານມາ, ຈົ່ງສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ຮຸ່ນສືບທອດ ແລະ ເປັນເຈົ້າການສຶກສາອົບຮົມລູກຫຼານ ປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ. ໂດຍ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ