
ຮອງປະທານສະພາແຫ່ງຊາດ ລົງຕິດຕາມກວດກາວຽກງານຢູ່ແຂວງຈຳປາສັກ
ເວລາອອກຂ່າວ: 2019-08-22 08:47:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 516 | ຄວາມນິຍົມ:
ວັນທີ 19 ສິງຫາ 2019 ທີ່ ສະພາປະຊາຊົນແຂວງ (ສພຂ)
ຈໍາປາສັກ, ທ່ານ ພົນໂທ ແສງ
ນວນ ໄຊຍະລາດ ເລຂາທິການ ສູນກາງພັກ, ຮອງປະທານສະ ພາແຫ່ງຊາດ ພ້ອມດ້ວຍຄະນະ
ໄດ້ລົງເຄື່ອນໄຫວເຮັດວຽກກັບ ຄະນະສະມາຊິກສະພາແຫ່ງ ຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ສພຂ ແລະ ບັນດາພະແນກ ການຂອງແຂວງ, ໂດຍການຕ້ອນ ຮັບຂອງ ທ່ານ ເມກ
ສະຫວັນ ພົມພິທັກ ປະທານຄະ ນະສະມາຊິກສະພາແຫ່ງຊາດປະ ຈໍາເຂດເລືອກຕັ້ງ, ປະທານ ສພຂ
ຈໍາປາສັກ; ເຂົ້າຮ່ວມມີສະມາຊິກ
ສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງ, ສະມາຊິກສະພາປະຊາຊົນ ແຂວງ, ຕາງໜ້າ ພະແນກພາຍໃນ, ອົງການແນວລາວສ້າງຊາດ ແຂວງ, ອົງການໄອຍະການປະ ຊາຊົນ, ກອງບັນຊາການປ້ອງ ກັນຊາດ, ກອງບັນຊາການປ້ອງ ກັນຄວາມສະຫງົບ ແລະ ພາກ ສ່ວນກ່ຽວຂ້ອງຈໍານວນໜຶ່ງ.
ການລົງເຄື່ອນໄຫວເຮັດວຽກ ຂອງ ທ່ານ ຮອງປະທານສະ ພາແຫ່ງຊາດໃນຄັ້ງນີ້ແມ່ນເພື່ອ ຕິດຕາມກວດກາການຈັດຕັ້ງປະຕິ
ບັດກົດໝາຍ ແລະ ລະບຽບການ
ທີ່ກ່ຽວຂ້ອງຜູ້ເຊື່ອຖືສາສະໜາ ຕ່າງໆ ແລະ ການເຄື່ອນຍ້າຍພົນ ລະເມືອງຂອງປະຊາຊົນສອງຟາກ
ຊາຍແດນທີ່ບໍ່ຖືກຕ້ອງຕາມກົດ ໝາຍ, ຕະຫຼອດຮອດການປະຕິ
ບັດໜ້າທີ່ ແລະ ຄວາມສະດວກ-
ຫຍຸ້ງຍາກຂອງກໍາລັງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ດ່ານຊາຍແດນ.
ບັນດາພະແນກການຂອງ ແຂວງໄດ້ລາຍງານໃຫ້ຊາບວ່າ: ກ່ຽວກັບວຽກງານສາດສະໜາ ແມ່ນມີການເຄື່ອນໄຫວສາສະ ໜາຈໍານວນໜຶ່ງທີ່ຂັດຕໍ່ແນວ ທາງນະໂຍບາຍຂອງພັກ, ລະ ບຽບ-ກົດໝາຍຂອງລັດ, ໂດຍ ສະເພາະແມ່ນຢູ່ເມືອງໂຂງ ແລະ ເມືອງມຸນລະປະໂມກ, ແຕ່ກໍສາມາດແກ້ໄຂ ແລະ ສະ ກັດກັ້ນໄດ້ທັນເວລາ; ການຄ້າ ມະນຸດ ແມ່ນມີການຕົວະຍົວະ ຫຼອກລວງຊາວໜຸ່ມຈໍານວນ ໜຶ່ງໄປອອກແຮງງານຢູ່ປະເທດ ເພື່ອນບ້ານດ້ວຍຫຼາຍຮູບແບບ; ກົນໄກປະສານງານໃນການດໍາ ເນີນຄະດີໄດ້ດໍາເນີນກອງປະ ຊຸມປະສານງານເປັນປົກກະຕິ ທຸກໆ 3 ເດືອນ ລະຫວ່າງອົງ ການໄອຍະການປະຊາຊົນ, ສານ ປະຊາຊົນ, ພະແນກຍຸຕິທໍາ ສພຂ ແລະ ກອງບັນຊາການປ້ອງກັນ ຄວາມສະຫງົບ, ຄະດີສ່ວນໃຫຍ່ ແມ່ນກ່ຽວຂ້ອງກັບຢາເສບຕິດ; ໂດຍລວມສະພາບຊາຍແດນ ແມ່ນສາມາດຮັກສາໄດ້ຄວາມສະ ຫງົບໂດຍພື້ນຖານ.
ທ່ານ ພົນໂທ ແສງນວນ ໄຊຍະລາດ ໄດ້ມີຄໍາເຫັນໂອ ລົມວ່າ: ໃຫ້ແກ້ໄຂບັນຫາທາງ ສາສະໜາດ້ວຍວິທີສຶກສາອົບ ຮົມດ້ວຍເຫດດ້ວຍຜົນບໍ່ໃຫ້ໃຊ້ ຄວາມຮຸນແຮງ, ສືບຕໍ່ເກັບກໍາ ຕິດຕາມບັນຫາການຄ້າມະນຸດ, ໃຫ້ອໍານາດການປົກຄອງແຂວງ ເພີ່ມທະວີວຽກງານກໍ່ສ້າງຮາກ ຖານການເມືອງ ໂດຍການປັບ ປຸງລະບົບການເມືອງຢູ່ຮາກ ຖານ, ປັບປຸງວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ສືບຕໍ່ເອົາໃຈໃສ່ເຂັ້ມງວດຕິດ ຕາມກວດກາການເຂົ້າ-ອອກ ຜ່ານດ່ານຊາຍແດນແຕ່ເຮັດ ແນວໃດເຮັດໃຫ້ເປັນຊາຍແດນ ມິດຕະພາບ; ເພີ່ມທະວີການປະ ສານງານລະຫວ່າງ ສພຂ, ໄອ ຍະການປະຊາຊົນແຂວງ, ສານ
ປະຊາຊົນແຂວງກໍຄືອໍານາດ ການປົກຄອງແຂວງ ໂດຍມີນິ ຕິກໍາເປັນບ່ອນອີງ; ທຸກພາກ ສ່ວນຕ້ອງໄດ້ສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມພັກ 3 ຂັ້ນ ເຊິ່ງຕິດພັນກັບການເລືອກ ບຸກຄະລາກອນໃຫ້ແກ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງຊຸດທີ II, ພ້ອມນັ້ນກໍສ້າງ ຂະບວນການຕ້ອນຮັບກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ; ບັນຫາອື່ນໆແມ່ນຈະເປັນສື່ກາງ ນໍາໄປສະເໜີພາກສ່ວນກ່ຽວ ຂ້ອງເພື່ອແກ້ໄຂ.
ກ່ອນໜ້ານີ້, ວັນອາທິດທີ 18 ສິງຫາ 2019 ທ່ານ ພົນ ໂທ ແສງນວນ ໄຊຍະລາດ ຮອງ
ປະທານສະພາແຫ່ງຊາດໄດ້
ສົມທົບກັບ ທ່ານ ບຸນທຽນ
ທອງແກ້ວ ຮອງປະທານສະ ພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວ ຕິດຕາມກວດກາຢູ່ເມືອງໂຂງ, ດ່ານສາກົນໜອງນົກຂຽນແຂວງ ຈໍາປາສັກ-ກໍາປູເຈຍ ແລະ ພື້ນ ຖານການຜະລິດຈໍານວນໜຶ່ງ.
ຂ່າວໃຫ້ຮູ້ອີກວ່າ: ວັນທີ 16 ສິງຫານີ້ສະຫາຍຮອງປະ ທານສະພາແຫ່ງຊາດກໍໄດ້ເຄື່ອນ ໄຫວເຮັດວຽກຢູ່ແຂວງອັດຕະ ປື ໂດຍການຕ້ອນຮັບຂອງສະ ມາຊິກສະພາແຂວງ ພ້ອມດ້ວຍອົງການຈັດຕັ້ງທີ່ກ່ຽວຂ້ອງໃຫ້ ການຕ້ອນຮັບ.
ໂດຍ: ບຸນເກີດ ວົງໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ