ເມືອງຫົງສາ ສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 31 ປີ
ເວລາອອກຂ່າວ: 2025-10-09 14:37:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 669 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 31 ປີ ຢູ່ ສະໂມສອນ ຂອງໂຮງຮຽນ ມສ ຫົງສາ, ໂດຍມີ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງ, ມີການນຳຂອງເມືອງ, ຜູ້ອຳນວຍການໂຮງຮຽນ, ແຂກຖືກເຊີນ, ສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ ພ້ອມດ້ວຍນັກຮຽນ ໂຮງຮຽນ ມສ ຫົງສາ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມບູນ ແສງທອງຄຳ ອະດີດຜູ້ອຳນວຍການ ໂຮງຮຽນ ມສ ຫົງສາ ໄດ້ເລົ່າຄືນປະຫວັດຄວາມເປັນມາ ຂອງວັນຄູ ແລະ ຄວາມໝາຍຄວາມສຳຄັນ ແຫ່ງການກຳເນີດວັນຄູແຫ່ງຊາດລາວ ໂດຍສະເພາະແມ່ນປະຫວັດ ຂອງນາຍຄູຄຳ. ຈາກນັ້ນ, ທ່ານ ພອນສະຫວັນ ໄຊສົມພັນ ໄດ້ກ່າວບາງຕອນວ່າ: ຜ່ານໄລຍະປະຫວັດສາດ ຂອງລະບອບສັງຄົມມະນຸດ ຄົນເຮົາໄດ້ພັດທະນາຕົນເອງໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ມີການປ່ຽນແປງຈາກລະບອບສັງຄົມນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດແຫ່ງການປ່ຽນແປງດັ່ງກ່າວ, ການປະຕິບັດໜ້າທີ່ຂອງຄູ ແມ່ນປັດໄຈໜຶ່ງທີ່ຊຸກຍູ້ໃຫ້ເກີດການປ່ຽນແປງລະບອບສັງຄົມ ທີ່ບໍ່ມີໃຜປະຕິເສດໄດ້; ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງຂໍຍົກຄໍາເວົ້າທີ່ວ່າ: “ຄົນແນວໃດ ຈຶ່ງເອີ້ນວ່າຄູ” ຄູ ໝາຍເຖິງຜູ້ປະຕິບັດໜ້າທີ່ສິດສອນ, ທີ່ມີຄວາມຮູ້, ມີປະສົບການ, ສາມາດຖ່າຍຖອດຄວາມຮູ້ໄປສູ່ຜູ້ອື່ນ, ຂະບວນການສົ່ງຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ທັນຮູ້ ເອີ້ນວ່າ: ການສອນ-ການຮຽນ. ໝາຍຄວາມວ່າ: ຄູຄືຜູ້ໃຫ້ຄວາມຮູ້, ໃຫ້ໂອກາດ, ໃຫ້ຄວາມຄິດ, ໃຫ້ການຊ່ວຍເຫຼືອ, ໃຫ້ແນວທາງຊີວິດ, ໃຫ້ກຳລັງໃຈ, ໃຫ້ການຊ່ວຍເຫຼືອ ແລະ ຊີ້ສ່ອງທາງເດີນໃຫ້ແກ່ຜູ້ຮຽນ (ລູກສິດ) ເດີນໄປໃນທາງທີ່ຖືກຕ້ອງ ເພື່ອໃຫ້ສາມາດເພິ່ງຕົນເອງ, ກຸ້ມຕົນເອງ, ດໍາລົງຊີວິດຢ່າງມີຄວາມສຸກໃນສັງຄົມ ແລະ ປະກອບສ່ວນໃນການສ້າງສາພັດທະນາບ້ານເມືອງ ກໍຄືປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆ ຂຶ້ນ. ສະນັ້ນ, ຈຶ່ງເວົ້າໄດ້ວ່າ: “ ຄູ ຄືແສງສະຫວ່າງເຍືອງທາງໃຫ້ທຸກຄົນເດີນໄປສູ່ຄວາມສໍາເລັດ”, “ ຄູ ຄືນັກວິສະວະກອນຫຼໍ່ຫຼອມຈິດວິນຍານຂອງຄົນ”.
ການສະເຫຼີມສະຫຼອງວັນຄູແຫ່ງຊາດ ເພື່ອໃຫ້ທຸກຄົນໄດ້ທົບທວນຄືນຄຸນງາມຄວາມດີ ຂອງຄູ-ອາຈານ ທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນ ສັງຄົມໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການຕ່າງໆ ເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໄຈ, ປະກອບຄໍາເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ. ດັ່ງນັ້ນ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບລັດຖະການ ຂອງນາຍຄູຄໍາ ເຊິ່ງແມ່ນຄູຜູ້ມີສັນຊາດລາວຄົນທໍາອິດ ໃນປີ 1907 ແລະ ຈັດຕັ້ງສະເຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ.
ໃນພິທີ ຍັງໄດ້ມອບໃບຍ້ອງຍໍໃຫ້ພະນັກງານ ຄູ-ອາຈານ ທີ່ມີຜົນງານດີເດັ່ນໃນການສິດສອນ, ພ້ອມທັງຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ຫຼິ້ນເກມຕ່າງໆ ຈາກນັກຮຽນ ຕື່ມອີກ.
ພາບ-ຂ່າວ: ຄ.ອ.ມ ຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















