ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ພະຈິກ 2025

  

ກອງປະຊຸມຄະນະກໍາມະການຮ່ວມມືດ້ານເຕັກນິກການທະຫານ ລາວ-ເບລາຣຸສ ຄັ້ງທີ 8
ເວລາອອກຂ່າວ: 2025-10-09 14:41:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 846 | ຄວາມນິຍົມ:



ວັນທີ 9 ຕຸລາ 2025 ນີ້, ທີ່ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄະນະກໍາມະການຮ່ວມມືດ້ານເຕັກນິກການທະຫານ ລາວ-ເບລາຣຸສ ຄັ້ງທີ 8, ຝ່າຍລາວ ນໍາໂດຍ ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືດ້ານເຕັກນິກການທະຫານ ລາວ-ເບລາຣຸສ ພ້ອມດ້ວຍຄະນະ, ຝ່າຍເບລາຣຸສ ນຳໂດຍ ທ່ານ ພົນຈັດຕະວາ ໂອເລັກ ກຣີໂກຣີເຢັບວິດ ມີເຊັນໂກ ຮອງປະທານກຳມາທິການອຸດສາຫະກຳປ້ອງກັນຊາດ ແຫ່ງ ສ ເບລາຣຸສ, ປະທານຄະນະກຳມະການຮ່ວມມືດ້ານເຕັກນິກການທະຫານ ເບລາຣຸສ-ລາວ ພ້ອມດ້ວຍຄະນະ. ກອງປະຊຸມດັ່ງກ່າວ, ໄດ້ດຳເນີນໃນທ່າມກາງບັນຍາກາດຖານເພື່ອນມິດທີ່ເປັນມູນເຊື້ອອັນດີງາມ, ທັງສອງຝ່າຍໄດ້ມີການແລກປ່ຽນທັດສະນະຕ່າງໆ ທີ່ກ່ຽວຂ້ອງກັບຂົງເຂດວຽກງານການຮ່ວມມືທາງດ້ານເຕັກນິກການທະຫານ. ຜົນສຳເລັດໃນການຢ້ຽມຢາມ, ພົບປະແລກປ່ຽນ ແລະ ເຮັດວຽກຮ່ວມກັນ ຢູ່ ສ ເບລາຣຸສ ໃນລະຫວ່າງວັນທີ 17-22 ສິງຫາ 2024 ຜ່ານມາ ກ່ຽວກັບການສະເໜີ ຂອງຝ່າຍ ເບລາຣຸສ ເປັນຕົ້ນແມ່ນ ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາທີ່ໄດ້ລະບຸຮ່ວມກັນ ໂດຍສະເພາະສັນຍາ ສະບັບເລກທີ L-19, ລົງວັນທີ 19 ທັນວາ 2012 ແລະ ການສະເໜີໃນການສະໜອງອຸປະກອນດ້ານເຕັກນິກການທະຫານ ບົນພື້ນຖານຕາມເນື້ອໃນທີ່ເອກະພາບຮ່ວມກັນ ທັງສອງຝ່າຍ ແລະ ຈະສືບຕໍ່ການຮ່ວມມືດ້ານເຕັກນິກການທະຫານ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບ ເບລາຣຸສ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ. ຈາກນັ້ນ, ທັງສອງຝ່າຍໄດ້ພ້ອມກັນ ລົງນາມບົດບັນທຶກການຮ່ວມມືທາງດ້ານເຕັກນິກການທະຫານໃນຕໍ່ໜ້າ ຕື່ມອີກ. ໂດຍ: ບຸນຊ້ອຍ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ