50 ປີ ແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ
ເວລາອອກຂ່າວ: 2025-10-09 15:30:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 885 | ຄວາມນິຍົມ: ![]()
ເມື່ອຫວນຄືນວັນຊາດ ທີ 2 ທັນວາ 1975 ເຊິ່ງເປັນວັນໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນ ຂອງຊາດລາວ ກໍຄືຂອງປະຊາຊົນລາວບັນດາເຜົ່າ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ.
ເນື່ຶອງໃນໂອກາດ ວັນຊາດ ທີ 2 ທັນວາ ທີ່ຈະມາເຖິງນີ້, ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງເລຂາຄະນະພັກ, ຮັກສາການຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ໃຫ້ທັດສະນະວ່າ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງຊາດລາວ, ເຊິ່ງກ່ອນໜ້ານີ້ 50 ປີ ປະເທດລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຕ່າງດ້າວ ທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮືຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ ຂອງປະຊາຊົນລາວ ໄດ້ຮັບໄຊຊະເປັນກ້າວໆ ມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ດັ່ງນັ້ນ, ເພື່ອເປັນການສືບຕໍ່ພາລະກິດດັ່ງກ່າວ, ຫ້ອງວ່າການ ກະຊວງປ້ອງກັນປະທດ ໄດ້ສຸມໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ ໃນນີ້, ຖືເອົາວຽກງານຂະບວນການເຮັດໃຫ້ສະພາບມີຄວາມສະຫງົບ ໃນຂອບເຂດທີ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ຮັບຜິດຊອບເປັນພື້ນຖານ.
ໄປພ້ອມກັນນັ້ນ, ດ້ານຂະບວນການປັບປຸງກໍ່ສ້າງກຳລັງ ແມ່ນໜ້າທີ່ໜຶ່ງທີ່ສຳຄັນຂອງວຽກງານພັກ-ວຽກງານການເມືອງ ຢູ່ໃນກອງທັບປະຊາຊົນລາວ ດັ່ງນັ້ນ, ຄະນະພັກ-ຄະນະບັນຊາ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຍູ້ແຮງຂະບວນການປິ່ນອ້ອມໜ້າທີ່ການເມືອງ ຂອງຫ້ອງວ່າການ ກະຊວງປ້ອງກັນປະເທດ ເປັນຕົ້ນແມ່ນຂະບວນການຫັດແອບສິລະປະຍຸດ-ຍຸດທະວິທີ, ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ, ຂະບວນການອອກແຮງງານລວມໝູ່, ອະນາໄມສະຖານທີ່ຄ້າຍຄູ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເປັນລະບຽບຈົບງາມ, ປະດັບປະດາ, ຕິດທຸງຊາດ, ທຸງພັກ, ທຸງທິວ ໃຫ້ມີສີສັນງາມຕາ, ຈັດຕັ້ງເຜີຍແຜ່ໂຄສະນາ-ປາຖະກະຖາມູນເຊື້ອ ຂອງ 3 ວັນປະຫວັດສາດດັ່ງກ່າວ ໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເພື່ອຂ່ຳນັບຊົມເຊີຍ ວັນຊາດ ທີ 2 ທັນວາ ທີ່ຈະມາເຖິງໃຫ້ມີເນື້ອໃນກວ້າງຂວາງ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ.
ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຍັງໄດ້ກ່າວຕື່ມອີກວ່າ: ໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ຕາງໜ້າໃຫ້ຄະນະນໍາ, ນາຍ ແລະ ພົນທະຫານ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໃນແຕ່ລະໄລຍະ ແລະ ອວຍພອນໄຊອັນປະເສີດ ໃຫ້ບັນດາທ່ານ ການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ຕະຫຼອດເຖິງປະຊາ ຊົນລາວບັນດາເຜົ່າ ໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີພາລະໄມສົມບູນ, ມີຄວາມພາສຸກ ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ໃນປີ 2025 ໂດຍສະເພາະ ວັນຊາດ ທີ 2 ທັນວາ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ບິກໄຊ ສົມພູ
(ວິທະຍຸກະຈາຍສຽງກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















