ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ຄະນະຮັບຜິດຊອບວຽກງານການເມືອງ ພົບປະຊີ້ນໍາ ຄະນະຮັບຜິດຊອບຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-10-09 16:04:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1909 | ຄວາມນິຍົມ:



ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກ້ອນກຳລັງ ເຂົ້າຮ່ວມເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໃຫ້ໄດ້ຮັບຜົນດີ ໃນວັນທີ 9 ຕຸລາ 2025 ນີ້, ຄະນະຮັບຜິດຊອບວຽກງານການເມືອງ ນໍາໂດຍ ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການ ໜັງສືພິມກອງທັບ, ຄະນະຮັບຜິດຊອບວຽກງານການເມືອງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຊຸກຍູ້ ຄະນະຮັບຜິດຊອບກ້ອນກໍາລັງຫັດແອບເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ສະໜາມເຝິກຊ້ອມ ກອງພັນໃຫຍ່ 11 ໂດຍມີ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ ເຂົ້າຮ່ວມ. ສະຫາຍ ພັນເອກ ວັນເຮືອງ ສີວິໄລ ໄດ້ອະທິບາຍຕໍ່ຄະນະຮັບຜິດຊອບຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ວ່າ: ໂດຍອີງຕາມ ຄໍາແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໄລຍະສັ້ນ ຂອງບັນດາກ້ອນກຳລັງຫັດແອບ, ຄໍາແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຄັດເລືອກຜົນງານຍ້ອງຍໍ ຂອງນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມຫັດແອບເດີນສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມື້ນີ້, ຄະນະຮັບຜິດຊອບວຽກງານການເມືອງ ຈຶ່ງໄດ້ມາຊີ້ນໍາຄະນະຮັບຜິດຊອບກ້ອນກໍາລັງ ໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບທິດຊີ້ນໍາຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການເຝິກຊ້ອມສໍາເລັດຢ່າງມີປະສິດທິຜົນ. ເຊິ່ງທັງໝົດ ເພື່ອເປັນການທົບທວນມູນເຊື້ອ 50 ປີ ແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ເປັນການປຸກລະດົມ-ຊຸກຍູ້ຂະບວນການຮອບດ້ານໃນທົ່ວກອງທັບໃຫ້ມີຜົນງານຕົວຈິງ ໂດຍສະເພາະແມ່ນໄລຍະກະກຽມຫັດແອບກຳລັງ ເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ມີຂະບວນການຟົດຟື້ນຢ່າງແຂງແຮງ ແລະ ຕໍ່ເນື່ອງ ພ້ອມກັນນັ້ນ, ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອພິລະອາດຫານ ຂອງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນການໂຄສະນາປຸກລະດົມ ສ້າງຂະບວນການໃນບັນດາກ້ອນກໍາລັງສວນສະໜາມ ບຸກບືນສູ້ຊົນຈັດຕັ້ງ ປະຕິບັດບັນດາເນື້ອໃນການຫັດແອບ, ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບ ຂອງສະໜາມຫັດແອບ, ຂໍ້ກຳນົດ ຂອງກອງທັບ, ປະຕິບັດກົດໝາຍຂອງລັດຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ການເດີນສວນສະໜາມໂອກາດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃນຄັ້ງນີ້ ມີຜົນສໍາເລັດຈົບງາມ, ເປັນການປຸກລະດົມການປະຕິບັດໜ້າທີ່ການເມືອງ ຂອງບັນດາອະນຸກຳມະການ, ກຳລັງກ້ອນສວນສະໜາມ ນາຍ ແລະ ພົນທະຫານ ທີ່ຖືກແຕ່ງຕັ້ງເຂົ້າຮ່ວມຫັດແອບເດີນສວນສະໜາມໃນໂອກາດ ສະເຫຼີມສະຫຼອງວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນຂະບວນຟົດຟື້ນ, ແນໃສ່ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍສັນລະເສີນ ກົມກອງລວມໝູ່ ແລະ ບຸກຄົນ ໃຫ້ມີຄວາຖືກຕ້ອງສອດຄ່ອງຕາມມາດຕະຖານເງື່ອນໄຂທີ່ໄດ້ວາງອອກ, ເລືອກໄດ້ກົມກອງລວມໝູ່ ແລະ ບຸກຄົນ ທີ່ມີ ຜົນງານດີເດັ່ນໃນຂະບວນການກະກຽມ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເພື່ອຮັບປະກັນການກະກຽມ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ມີຜົນສໍາເລັດ ແລະ ເປົ້າໝາຍການຍ້ອງຍໍ ຕ້ອງຜ່ານຂະບວນການ ແຂ່ງຂັນທຸກຄົງເຂດວຽກງານທັງຮັບປະກັນ 4 ຄາດໝາຍການແຂ່ງຂັນ ຄື: ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ, ໃຫ້ຖືກກົດໝາຍ ແລະ ເພື່ອໃຫ້ການຊ້ອມສວນສະໜາມຄັ້ງນີ້ ຮັບປະກັນໄດ້ຄວາມປອດໄພ 100%. ໂດຍ: ຈອນນີ້ ອິນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ