ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ພະຈິກ 2025

  

ກອງສິລະປະກອນກອງທັບ ສະຫຼຸບການຈັດຕັ້ງປະຕິບັດງານ ປະຈໍາໄຕມາດ III
ເວລາອອກຂ່າວ: 2025-10-10 09:08:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 841 | ຄວາມນິຍົມ:



ໃນ​ວັນ​ທີ 9 ຕຸລາ 2025 ນີ້, ກອງ​ສິລະ​ປະກອນ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປະຈຳ​ໄຕ​ມາດ III ແລະ ວາງ​ທິດ​ທາງ​ປະ ຈຳ​ໄຕ​ມາດ IV ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ອຸດົມ ບຸດ​ຕະ​ວົງ ຫົວໜ້າ​ການ​ທະຫານ ກອງ​ສິລະ​ປະກອນ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ​ນັກຮົບ ທົ່ວ​ກອງ​ສິລະ​ປະກອນ​ກອງທັບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ເພັດ ທອງຄຳ​ພັນ ຮອງ​ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ປະຈຳ​ໄຕ​ມາດ III ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ໄຕ​ມາດ IV ປີ 2025 ຂອງ​ກອງ​ສິ ລະ​ປະກອນ​ກອງທັບ ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເອົາໃຈໃສ່​ສຶກ​ສາ ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ, ສະມາຊິກ​ພັກ ເຊື່ອມ​ຊຶມ, ກຳ​ແໜ້ນ​ແນວທາງ ແຜນ​ນະ​ໂບ​ຍາຍ​ຂອງ​ພັກ, ບັນດາ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຈັດ​ຕັ້ງ​ເຜີຍແຜ່ເຊື່ອມ​ຊຶມ​ບັນດາ​ເອກະສານ​ຂອງ ພັກ-ລັດ, ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ໃຫຍ່ການເມືອງ​ກອງທັບ ທັງ​ໝົດ 18 ຄັ້ງ, ມີ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ​ຮັບ​ຟັງ ຈຳນວນ 257 ເທື່ອ​ຄົນ, ຂະຫຍາຍ​ມະຫາຊົນ​ກ້າວໜ້າ​ຮຽນ​ສະໜັບສະໜູນ​ໄດ້ 6 ຄົນ, ຮຽນ​ກົດ​ລະບຽບ​ພັກ​ໄດ້ 4 ສະຫາຍ, ຂະຫຍາຍ​ສະມາຊິກ​ພັກ​ໃໝ່​ໄດ້ 4 ສະຫາຍ, ເລື່ອນ​ສຳຮອງ​ຂຶ້ນ​ສົມບູນ 4 ສະຫາຍ, ບັນດາ​ໜ່ວຍ​ພັກ​ສຳເລັດ​ບັ້ນ​ດຳເນີນ​ຊີວິດ​ ການເມືອງ ຄັດ​ເລືອກ​ຈັດ​ປະເພດ​ຄຸນ​ທາດ​ການເມືອງ​ຂອງ​ພະນັກງານ​ສະມາຊິກ​ພັກ ແລະ ຄັດ​ເລືອກ​ໜ່ວຍ​ພັກ​ປອດ​ໃສ ປອດ​ໄພ ປອດ​ຄະດີ ທັງ 4 ໜ່ວຍ​ພັກ ນອກ​ນີ້, ຍັງ​ໄດ້​ປັບປຸງ​ການຈັດຕັ້ງ​ຂັ້ນ​ພະ​ແນກ, ຂັ້ນ​ຂະແໜງມີ​ຜົນສຳເລັດ, ໄດ້​ສົ່ງ​ພະນັກງານ​ໄປ​ບຳລຸງ​ພາສາ​ອັງກິດ​ຢູ່​ອົດ​ສະ​ຕຣາ​ລີ ລະບົບ 3 ເດືອນ, ໄດ້​ເຂົ້າ​ເຝິກອົບຮົມ​ທິດ​ສະ​ດີ​ການເມືອງ ລະບົບ​ບຳລຸງ 10 ວັນ 2 ຊຸດ ທີ່​ກົມ​ໂຄສະນາ​ອົບຮົມ​ຈັດ​ຂຶ້ນ ມີ 12 ສະຫາຍ ແລະ 15 ວັນ ຢູ່​ໂຮງຮຽນ​ທິດ​ສະ​ດີ ກອງທັບ 1 ສະຫາຍ, ວຽກ​ວິຊາ​ສະເພາະ ສ້າງ​ລາຍ​ການສະແດງ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ​ທີ VI ມີ​ຜົນສຳເລັດ, ໄດ້​ໄປ​ສະແດງ​ແລກປ່ຽນ​ວັດທະນະທຳ​ຢູ່ ​ສສ ຫວຽດນາມ ເນື່ອງ​ໃນ​ໂອກາດ​ວັນຊາດ ​ສສ ຫວຽດນາມ ຄົບຮອບ 80 ປີ ຈຳນວນ 6 ເທື່ອ​ສະແດງ ແລະ ເຄື່ອນ​ໄຫວ​ສະແດງ​ຮັບ​ໃຊ້​ພິທີການ​ຕ່າງໆ ທັງ​ໝົດ 27 ຄັ້ງ ມີ​ນັກສະແດງ​ເຂົ້າ​ຮ່ວມ 502 ເທື່ອ​ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ