ກອງບັນຊາການທະຫານຊາຍແດນ ປະກາດປະດັບທຽບຊັ້ນນາຍທະຫານ ຜູ້ທີ່ຮຽນຈົບວິຊາສະເພາະຈາກສາຍລັດ
ເວລາອອກຂ່າວ: 2025-10-10 09:09:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 787 | ຄວາມນິຍົມ: ![]()
ໃນວັນທີ 9 ຕຸລາ 2025 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ຈັດພິທີປະກາດການປະດັບທຽບຊັ້ນໃຫ້ນາຍທະຫານຜູ້ທີ່ຮຽນຈົບວິຊາສະເພາະຈາກ ສາຍລັດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດາວໄກ ເລີດລີວັນ ຫົວໜ້າຫ້ອງການເມືອງ ກອງບັນຊາທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ໂຮງຮຽນທະຫານຊາຍແດນ 712 ພ້ອມດ້ວຍນາຍທະ
ຫານທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຜ່ລ້ອມ ໄຊຍະວົງສາ ຫົວໜ້າພະແນກພະນັກງານ ກອງບັນຊາທະຫານຊາຍແດນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ຜູ້ທີ່ຮຽນຈົບວິຊາສະເພາະຈາກສາຍລັດ ໃນນີ້, ຕົກລົງປະດັບທຽບຊັ້ນຮ້ອຍໂທ ໃຫ້ນາຍທະຫານທີ່ຮຽນຈົບປະລິນຍາຕີ ແລະ ຊັ້ນສູງ ຈຳນວນ 8 ສະຫາຍ.
ໂດຍ: ກາ ຫຼ້າພາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















