ກອງພົນທີ 1 ປີດຊຸດອົບຮົມ ໄລຍະສັ້ນ ການນຳໃຊ ້ໂປຣແກຣມ ຍິງຈຳລອງ ປືນໃຫຍ່ໜ້າດິນ
ເວລາອອກຂ່າວ: 2025-10-10 09:13:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 819 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງພົນທີ 1 ໄດ້ຈັດພິທີປິດຊຸດອົບຮົມໄລຍະສັ້ນ ການນຳໃຊ້ໂປຣແກຣມຍິງຈຳລອງປືນໃຫຍ່ໜ້າດິນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນໄທ ຄຳມະນີວົງ ຮອງຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະບັນຊາອົງການ, ມີບັນດາພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ກອງພັນ 631 ຕະຫຼອດຮອດ ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ກາທະວີໄຊ ລໍວັນຮຽນ ຫົວໜ້າພະແນກປືນໃຫຍ່ໜ້າດິນ ໄດ້ຜ່ານບົດສະຫຼຸບຜ່ານການອົບຮົມ-ຫັດແອບບຳ ລຸງການນຳໃຊ້ໂປຣແກຣມຍິງຈຳລອງປືນໃຫຍ່ໜ້າດິນດ້ວຍຄອມພິວເຕີໂນດບຸກ ແລະ ໂທ ລະສັບມືຖືໄລຍະສັ້ນໃຫ້ບັນດາກົມກອງປືນໃຫຍ່ໜ້າດິນທີ່ຂຶ້ນກັບກອງພົນທີ 1, ເຊິ່ງສາມາດຕີລາຄາຜົນໄດ້ຮັບ ດັ່ງນີ້: ອົບຮົມການລົງໂປຣແກຣມ 4 ຊົ່ວໂມງ ຜົນໄດ້ຮັບ 85%, ອົບຮົມພາກທິດສະດີຫຼັກການ ການນຳໃຊ້ໂປຣແກຣມ 21 ຊົ່ວໂມງ ຜົນໄດ້ຮັບ 90% ຂຶ້ນໄປ, ຫັດແອບຕາມບົດເຝິກຫັດ 35 ຊົ່ວໂມງ ຜົນໄດ້ຮັບ 90% ຂຶ້ນໄປ, ຫັດແອບປະສານປືນ ແລະ ປ້ອມສັງເກດ 21 ຊົ່ວໂມງ ຕີລາຄາຜົນໄດ້ຮັບ ຄື: ຈັດຕັ້ງລົງຄຳສັ່ງບັນຊາຍິງ ປະຕິບັດໄດ້ 90%, ດ້ານຈັງ ຫວະ ແລະ ບັນຊາຢູ່ສະໜາມປືນ ປະຕິບັດໄດ້ 90%, ການປະສານປືນ-ປ້ອມ ປະຕິບັດໄດ້ 95%, ການຄິດໄລ່ ແລະ ແປງຍິງ ປະຕິບັດໄດ້ 90%.
ສະຫາຍ ພັນເອກ ບຸນໄທ ຄຳມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການອົບຮົມ-ຫັດແອບຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນັກເຝິກອົບຮົມ ແຕ່ລະສະຫາຍ ຈົ່ງພ້ອມກັນກຳແໜ້ນທິດສະດີ, ຫຼັກການ ແລະ ນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງກົມກອງ ມີຜົນສຳເລັດສູງ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















