ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ກ້ອນ​ກຳລັງ​ກອງພັນ​ໃຫຍ່ 279 ມີ​ຄວາມ​ພູມໃຈ ທີ່​ໄດ້​ເຂົ້າ​ຮ່ວມ​ ພິທີ​ສວນສະໜາມ ຢູ່ ​ສສ ຫວຽດນາມ
ເວລາອອກຂ່າວ: 2025-10-10 09:16:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 806 | ຄວາມນິຍົມ:



ໃນ​ໂອກາດ​ທີ່ກອງພັນໃຫຍ່ 279 ສະຫຼຸບ​ຜົນສຳເລັດ​ໃນການ ​ເຂົ້າ​ຮ່ວມ​ພິທີສວນສະໜາມສະ ເຫຼີມສະຫຼອງ​ການ​ປະຕິວັດເດືອນ ສິງຫາ ແລະ ວັນຊາດ ​ສສ ຫວຽດ ນາມ ຄົບຮອບ 80 ປີ ຢູ່​ທີ່​ສະໜາມ​ຫຼວງ ບາ​ດິງ ນະຄອນຫຼວງ​ຮ່າ​ໂນ່ຍ ​ສສ ຫວຽດນາມ. ສະຫາຍ ພັນ​ເອກ ບຸນ​ປໍ ໄຊ​ວົງສາ ຫົວໜ້າ​ການ​ທະຫານກອງພັນ​ໃຫຍ່ 279 ໃຫ້​ຮູ້​ວ່າ: ເມື່ອ​ໄດ້​ຮັບ​ຄຳ​ສັ່ງ​ຈາກ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 279 ໄດ້​ຈັດ​ຕັ້ງ​ກ້ອນ​ກຳລັງ​ເດີນ​ຂະ​ບວນ​ສວນສະໜາມ ເພື່ອ​ເຂົ້າ​ຮ່ວມ​ພິທີ​ສວນສະໜາມສະ ເຫຼີມສະຫຼອງ​ການ​ປະຕິວັດ​ເດືອນ ສິງຫາ ແລະ ວັນຊາດ ​ສສ ຫວຽດ ນາມ​ຄົບຮອບ 80 ປີ ຢູ່​ສະໜາມ​ຫຼວງ ບາ​ດິງ ນະຄອນຫຼວງ ຮ່າ​ໂນ່ຍ ​ສສ ຫວຽດນາມ, ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ ຄະນະ​ພັກ-ຄະນະ​ບັນຊາ ກໍ​ໄດ້​ເຊື່ອມ​ຊຶມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ເປັນ​ເອກະ​ພາບ​ໃນ​ຄະນະ​ກອງພັນ​ໃຫຍ່ 279 ແລ້ວ​ແບ່ງ​ຄວາມ​ຮັບຜິດຊອບ​ລະອຽດ, ເຜີຍແຜ່​ໃຫ້​ພະນັກງານ-ນັກຮົບ ຮັບ​ຮູ້​ເຂົ້າໃຈ​ແຈ້ງ ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ໃນ​ການ​ເຂົ້າ​ຮ່ວມ​ພິທີ​ສະເຫຼີມສະຫຼອງ ວັນ​ດັ່ງ ກ່າວ ໃນ​ນັ້ນ, ໄດ້​ຄັດ​ເລືອກ​ເອົາ​ບຸກ​ຄະລາ​ກອນ​ຜູ້​ທີ່​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຮັບຜິດຊອບ​ສູງ, ມີ​ພອນ​ສະຫວັນ ແລະ ມີ​ພິກ ໄຫວ​ຄ່ອງ​ແຄ້ວ, ພາຍຫຼັງ​ຄັດ ເລືອກເຝິກຊ້ອມ​ຕົວ​ຈິງ ສາມາດ​ຄັດ​ຈ້ອນ​ໄດ້ 113 ສະຫາຍ ໃນ​ນີ້, ກອງພັນ 792 ໄດ້ 109 ສະ ຫາຍ, ພະ​ແນກ​ເສນາ ແລະ ພະ​ແນກ​ວິຊາ​ການ 4 ສະຫາຍ, ແບ່ງ​ອອກ​ເປັນ 3 ພາກສ່ວນ ຄື: ຜູ້​ບັນຊາ ແລະ ຄະນະ​ຮັບຜິດຊອບ​ລວມ; ກ້ອນ​ທຸງໄຊ; ກ້ອນ​ສວນ ສະໜາມ, ພາຍຫຼັງ​ຈັດ​ຕັ້ງ​ກ້ອນ​ກຳລັງ​ແລ້ວ​ຄະນະ​ພັກ-ຄະນະ​ບັນຊາ ໄດ້​ຖື​ເອົາ​ການ​ສຶກ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບຜູ້​ທີ່​ເຂົ້າ​ຮ່ວມ​ສວນສະໜາມ​ໃນ​ຄັ້ງ​ນີ້ ໃຫ້​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນໃນ​ການ​ປະຕິບັດ​ໜ້າທີ່​ອັນ​ໃຫຍ່​ຫຼວງ ແລະ ໜັກໜ່ວງ​ແຕ່​ມີ​ກຽດ​ສະ ຫງ່າ​ຂອງ​ພັກ-ລັດ ແລະ ກອງທັບ ມອບ​ໝາຍ​ໃຫ້​ໄດ້​ຮັບ​ຜົນສຳເລັດ, ນຳ​ເອົາ​ໄຊຊະນະ​ກຽດ​ສັກ​ສີ ກັບ​ມາສູ່​ກອງທັບ, ປະເທດ​ຊາດ​ຢ່າງ​ຈົບງາມ, ພະນັກງານ-ນັກຮົບຜູ້​ທີ່​ເຂົ້າ​ຮ່ວມ​ຮັບ​ໃຊ້​ຕົວ​ຈິງແມ່ນ​ມີ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຕັ້ງໜ້າ​ພ້ອມພຽງ​ກັນ​ປະກອບສ່ວນ​ເຂົ້າ​ຮ່ວມ​ງານສະ ເຫຼີມສະຫຼອງ​ວັນ​ປະຕິວັດ​ເດືອນ ສິງຫາ ແລະ ວັນຊາດ ​ສສ ຫວຽດ ນາມ ຄົບຮອບ 80 ປີ ໃນ​ຄັ້ງນີ້ ຢ່າງ​ຕັ້ງໜ້າ, ເປັນ​ຂະ​ບວນ​ການ​ຟົດຟື້ນ, ມີ​ຄວາມ​ຫ້າວຫັນ, ເຂັ້ມ ແຂງ ແຕ່​ລະ​ສະຫາຍ​ເຫັນ​ວ່າມີ​ ຄວາມ​ກະ​ຕື​ລື​ລົ້ນ, ມີ​ຄວາມ​ຮັບ ຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ ພ້ອມ​ກັນ​ຫັດ​ແອບ​ຕາມ​ແຜນການ​ຂອງ​ຂັ້ນ​ເທິງ ບັນລຸ​ຕາມ​ຈຸດປະສົງ ແລະ ຄາດໝາຍ, ຄະນະ​ຮັບຜິດຊອບ​ຊີ້​ນຳ​ລວມ ແລະ ວິຊາ​ສະເພາະ​ທີ່​ກ່ຽວຂ້ອງ ກໍ​ໄດ້​ເອົາໃຈໃສ່​ເຮັດ​ວຽກ​ງານ​ຮັບປະກັນ​ທີ່​ໄດ້​ຮັບ​ມອບ​ໝາຍໃຫ້ ເພື່ອ​ອຳນວຍ​ຄວາມ​ສະດວກທຸກ​ປະການ​ໃຫ້​ກ້ອນກຳລັງເຂົ້າ​ຮ່ວມ​ສວນສະໜາມໃນ​ຄັ້ງນີ້ໄດ້​ ມີ​ຜົນສຳເລັດ, ໃນ​ເວລາ​ທີ່ໄປເຝິກ ແອບ​ຮໍ່າຮຽນ​ຢູ່​ທີ່​ສູນ​ເຝິກແອບ ​ການ​ທະຫານ​ເລກ 4 ​ສສ ຫວຽດ ນາມ ກ້ອນ​ກຳລັງ​ສວນສະໜາມ​ຂອງ​ກອງພັນ​ໃຫຍ່ 279 ກໍ​ຮັກ ສາ​ໄດ້​ດ້ານ​ລະບຽບ​ວິໄນ​ຂອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ແມ່ນ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງພັນ​ໃຫຍ່ 279 ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ໃນ​ເວລາ​ເຝິກ ຊ້ອມ ແລະ ສະເຫຼີມສະຫຼອງ​ຕົວ​ຈິງ ອ້າຍ​ນ້ອງ​ທຸກ​ຄົນ​ມີ​ສະຕິ​ໃນ​ການ​ປະຕິບັດ​ໂມງ​ເວລາ​ຢ່າງ​ເຂັ້ມ​ງວດ ພ້ອມ​ທັງ​ປົກ​ປັກ​ຮັກສາ​ອະນາໄມ​ບ່ອນ​ພັກ​ເຊົາ​ສະອາດ​ຈົບງາມ, ນັບ​ແຕ່​ມື້​ໄດ້​ຮັບ​ຄຳ​ສັ່ງ​ເລີ່ມ​ຕົ້ນ​ປະຕິບັດຈົນ​ຮອດ​ມື້​ສຳເລັດ ກົມ​ກອງ​ໄດ້​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ມີ​ການ​ລວມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ, ວາງ​ແຜນການ​ພ້ອມ​ທັງ​ຫາ​ວິທີ​ແກ້​ໄຂ​ຈຸດ​ທີ່​ຍັງ​ບໍ່​ເອກະ​ພາບ​ກັນ ຈຶ່ງ​ເຮັດ​ໃຫ້ການ​ເຂົ້າ​ຮ່ວມ​ສວນສະໜາມ​ໃນ​ຄັ້ງ​ນີ້ ໄດ້​ມີ​ຜົນສຳເລັດ​ຢ່າງ​ຈົບງາມ. ສະຫາຍ ພັນ​ເອກ ບຸນ​ປໍ ໄຊວົງສາ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງໃກ້ຊິດ​ ຈາກ​ຄະນະ​ຮັບຜິດຊອບ​ກ້ອນ​ ກຳລັງ​ສວນສະໜາມ ຈຶ່ງ​ເຮັດ​ໃຫ້ ການ​ເຂົ້າ​ຮ່ວມ​ຂອງ​ກ້ອນ​ກຳລັງ ກອງພັນ​ໃຫຍ່ 279 ມີ​ຜົນສຳ ເລັດ ພ້ອມ​ທັງ​ສະແດງ​ຄວາມ ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດ ຊອບ, ກ້ອນ​ກຳລັງ​ສວນສະໜາມ​ທີ່​ຍາດ​ມາ​ໄດ້ ໂດຍ​ສະເພາະ​ແມ່ນ ການ​ກະກຽມ​ບຸກ​ຄະລາ​ກອນ, ແຜນການ​ຕ່າງໆ, ການ​ເຝິກຊ້ອມ​ກໍ​ຖືກຕ້ອງ​ຕາມ​ເຕັກນິກ​ຫຼັກການ, ການ​ປະຕິບັດ​ໄດ້​ໂມງ​ເວລາ​ໃນ​ການ​ເຄື່ອນ​ທັບ, ປະຕິບັດ​ລະບຽບ​ວິໄນ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມ ອົດທົນ​ສູ້​ຊົນ​ຜ່ານ​ຜ່າ​ຕໍ່​ຄວາມ​ຫຍຸ້ງຍາກ, ພ້ອມ​ທັງ​ນຳ​ເອົາ​ຜົນ ສຳເລັດ, ຜົນງານ​ອັນ​ໃຫຍ່​ຫຼວງ​ມາສູ່​ປະເທດ​ຊາດ, ກອງທັບ ກໍຄື ກົມ​ກອງ, ໃນຕໍ່ໜ້າ​ນີ້ຕ້ອງໄດ້ ເອົາໃຈໃສ່​ບຸກ​ບືນ​ໃຫ້​ສູງ​ຂຶ້ນກ່າວ ​ເກົ່າ​ຖ້າ​ທຽບໃສ່​ກົມ​ກອງ​ເພື່ອນ, ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະ ນັກງານ-ນັກຮົບ ມີ​ຄວາມ​ໜັກ​ແໜ້ນ ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ຕໍ່​ການ​ມອບ​ໝາຍ, ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ, ພ້ອມ​ທັງ​ປັບປຸງ​ກຳລັງ​ໃຫ້​ມີ​ສຸຂະ ພາບ​ຮ່າງກາຍ​ທີ່​ແຂງແຮງ ເພື່ອ​ເຂົ້າ​ຮ່ວມ​ໃນ​ການເຝິກແອບ​ຮໍ່າ ຮຽນ​ໃນຕໍ່ໜ້າ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ, ເຂັ້ມແຂງ, ສວຍ​ງາມ, ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ອັນ​ໃໝ່ ໃຫ້​ມີ​ຜົນສຳເລັດ​ໃຫຍ່​ຫຼວງ​ກວ່າ​ເກົ່າ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ