ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2019-08-23 08:40:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 373 | ຄວາມນິຍົມ:



ພິທີປະກາດການຈັດຕັ້ງໃຫ້ພະ ນັກງານຂັ້ນນໍາພາ-ບັນຊາຂອງ ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ຈັດຂຶ້ນກາງ ເດືອນສິງຫານີ້ ຢູ່ທີ່ສະໂມສອນ ກອງບັນຊາການ ໂດຍການເປັນ ປະທານຂອງ ສະຫາຍ ສາຍ ສະໝອນ ຄົມທະວົງ ຮອງເລຂາ ພັກແຂວງ, ປະທານສະພາປະ ຊາຊົນແຂວງ ຫຼວງພະບາງ, ມີ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກ ແຂວງ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງ, ສະ ຫາຍ ພົນຈັດຕະວາ ສົມຈັນ ແກ້ວ ຈັນດາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ຫ້ອງການປ້ອງກັນຊາດ, ພະແນກ ການກ່ຽວຂ້ອງ, ຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງ, ອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງທົ່ວທະຫານ ແຂວງເຂົ້າຮ່ວມ. ອີງຕາມໜັງສືສະເໜີຂອງກົມ ໃຫຍ່ການເມືອງກອງທັບ ສະບັບ ເລກທີ 3655/ກມທ, ລົງວັນທີ 8 ກໍລະກົດ 2019 ວ່າດ້ວຍການ ປະກາດການຈັດຕັ້ງຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງພະບາງ. ທ່ານ ມອນ ໄຊ ລາວມົວຊົ່ງ ຫົວໜ້າຄະນະ ຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຄໍາສັ່ງ ຂອງນາຍົກລັດຖະມົນຕີເລກທີ 07/ນຍ, ລົງວັນທີ 20 ມິຖຸນາ 2019 ວ່າດ້ວຍການຍົກຍ້າຍ ສະຫາຍ ພົນຈັດຕະວາ ບຸນຊູ ດວງ ຄໍາມີ ຫົວໜ້າການເມືອງກອງບັນ ຊາການທະຫານແຂວງຫຼວງພະ ບາງ ໄປຮັບໜ້າທີ່ໃໝ່ຢູ່ກົມແຜນ ການ-ການເງິນ ກົມໃຫຍ່ພະລາ ທິການກອງທັບ ກະຊວງປ້ອງກັນ ປະເທດ. ດໍາລັດຂອງນາຍົກລັດ ຖະມົນຕີ ເລກທີ 177/ນຍ ລົງວັນ ທີ 20 ມິຖຸນາ 2019 ວ່າດ້ວຍການ ແຕ່ງຕັ້ງ ສະຫາຍ ພັນໂທ ວິລ່ຽມ ວົງທິສານ ເປັນຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຫຼວງພະບາງ ແລະ ໂອກາດນີ້ຍັງ ໄດ້ຜ່ານມະຕິຕົກລົງຂອງຄະນະ ປະຈໍາພັກແຂວງຫຼວງພະບາງ ສະບັບທີ 118, ລົງວັນທີ 12 ກໍ ລະກົດ 2019 ວ່າການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ເປັນເລຂາຄະນະພັກກອງ ບັນຊາການ, ສະຫາຍ ພັນໂທ ວິລ່ຽມ ວົງທິສານ ເປັນຮອງເລ ຂາຄະນະພັກ ແລະ ສະຫາຍ ພັນ ໂທ ແປ້ນຄໍາ ບຸດຈັນແພງ ເປັນຄະ ນະປະຈໍາພັກກອງບັນຊາການ ຕື່ມອີກ. ຕອນທ້າຍກອງປະຊຸມສະ ຫາຍ ສາຍສະໝອນ ຄົມທະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກຜູ້ໃໝ່ ຈົ່ງອອກແຮງຊີ້ນໍາ-ນໍາພາສຶກສາ ອົບຮົມການເມືອງນໍາພາແນວຄິດ ໃນຖັນແຖວພະນັກງານສະມາ ຊິກພັກ-ນັກຮົບໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການ ເມືອງ, ເຂັ້ມແຂງດ້ານການຈັດຕັ້ງ ແນ່ໃສເຮັດໃຫ້ຂອບເຂດແຂວງ ຫຼວງພະບາງມີສະຖຽນລະພາບ, ສັງຄົມມີເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພຮອ້ຍສ່ວນ ຮ້ອຍ, ປັບປຸງກໍ່ສ້າງກົມກອງໃຫ້ມີ ການຫັນປ່ຽນດີຂື້ນເປັນກ້າວໆ, ສູ້ ຊົນຍົກລະດັບປັບປຸງແກ້ໄຂຊີວິດ ການເປັນຢູ່ຂອງກົມກອງບົນຈິດ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນ ເຮັດສໍາເລັດໜ້າທີ່ວຽກງານທີ່ ການຈັດຕັ້ງພັກ-ລັດ ແລະ ປະຊາ ຊົນໄດ້ມອບໝາຍໃຫ້. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ