ປະທານກຳມາທີການ ປກຊ-ປກສ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຢູ່ກອງພົນທີ 2
ເວລາອອກຂ່າວ: 2019-08-23 08:43:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 366 | ຄວາມນິຍົມ:
ເມື່ອບໍ່ດົນມານີ້, ສະຫາຍ ພົນ ຈັດຕະວາ ຄໍາສຸກ ວິອິນທະວົງ ປະ
ທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ, ສະມາຊິກສະພາ
ແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ໄດ້ເຄື່ອນໄຫວ ເຜີຍແຜ່ຜົນສຳເລັດຂອງກອງປະ ຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດ ແລະ ກອງປະ ຊຸມປິ່ນອ້ອມຕ່າງໆຢູ່ກອງພົນທີ 2 ໂດຍມີ ຄະນະພັກ-ຄະນະບັນຊາ ກອງພົນ, ພ້ອມດ້ວຍພະນັກງານ
ຫຼັກແຫຼ່ງທົ່ວກອງພົນທີ 2 ເຂົ້າ ຮ່ວມຮັບຟັງຢ່າງພ້ອມພຽງ. ສະ ຫາຍ ພົນຈັດຕະວາ ຄໍາສຸກ ວິອິນ ທະວົງ ໄດ້ກ່າວວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະ ພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2019 ຢູ່ທີ່ຫໍປະຊຸມແຫ່ງຊາດ ( ຫຼັກ 6 ) ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທ່ານ ຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານ
ສະພາແຫ່ງຊາດ ພ້ອມດ້ວຍບັນດາ
ທ່ານຮອງປະທານສະພາແຫ່ງ ຊາດ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ຄະນະບໍລິຫານງານ ສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນ
ດາທ່ານຜູ້ນໍາ, ອາດີດການນໍາຂັ້ນ
ສູງຂອງພັກ-ລັດ, ນັກປະຕິວັດອາ
ວຸໂສ, ຜູ້ຊົງຄຸນວຸດທິ, ອົງການ ແນວລາວສ້າງຊາດ, ອົງການຈັດ
ຕັ້ງມະຫາຊົນ, ນັກທຸລະກິດ ແລະ ຜູ້ຕ່າງໜ້າພາກສວນຕ່າງໆ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂົ້າຮ່ວມທັງໝົດ 300 ກວ່າ
ທ່ານ ກອງ ປະຊຸມໃນຄັ້ງນີ້ໄດ້ຮັບ
ຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະ ມານແຫ່ງລັດ 4 ເດືອນ, ຄາດຄະ
ເນ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການໃນ 6 ເດືອນທ້າຍປີ 2019 , ຮັບຟັງບົດລາຍງານຂອງ ລັດຖະບານກ່ຽວກັບຜົນການຈັດ ຕັ້ງປະຕິບັດມະຕິກອງປະຊຸມສະ ພາແຫ່ງຊາດ ສະບັບເລກທີ 081/ ສພຊ ລົງວັນທີ17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວຕິດ ພັນກັບການຈັດຕັ້ງປະຕິບັດປີ ທ່ອງທ່ຽວ ລາວ-ຈີນ ປີ 2019, ຮັບຟັງບົດລາຍງານກ່ຽວກັບ ການພັດທະນາຊັບພະກອນມະນຸດ ທີ່ຕິດພັນກັບການພັດທະນາເສດ ຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະການສ້າງຊັບພະ ຍາກອນມະນຸດໃຫ້ໄປຕາມບຸລິມະ ສິດເປັນຕົ້ນວິຊາສະເພາະດ້ານໃນ
ສາຂາວິຊາ ກະສິກໍາ, ຄູ ແລະພະ
ຍາບານ ເພື່ອສາມາດຕອບສະ ໜອງໃຫ້ແກ່ການພັດທະນາປະ ເທດຊາດ ແລະ ແກ້ໄຂຄວາມທຸກ
ຍາກ , ຮັບຟັງກ່ຽວກັບຜົນການຈັດ ຕັ້ງປະຕິບັດມະຕິກອງປະຊຸມສະ ພາແຫ່ງຊາດ ສະບັບເລກທີ 080/ສພຊ ລົງວັນທີ 17ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານ, ກອງປະຊຸມຍັງ ໄດ້ພິຈາລະນາເນື້ອໃນທັງໝົດ 10 ເນື້ອໃນ ແລະ ໄດ້ຮັບຮອງເປັນມະຕິຂອງກອງປະຊຸມສາໄໝສາມັນ ເທື່ອທີ 7 ລວມມີ 8 ເນືອໃນເຊັ່ນ: ຮັບຮອງເອົາບາງມາດຖານເພີ່ມ ເຕີມເພື່ອມອບໃຫ້ລັດຖະບານສືບ ຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ແຜນດັດແກ້ງົບປະມານ ແຫ່ງລັດ 6 ເດືອນທ້າຍປີ 2019,
ຮັບຮອງເອົາການຄຸ້ມຄອງການອອກໃບຕາດິນຊໍ້າຊ້ອນໃນໄລຍະ ຜ່ານມາ ແລະ ມາດຕະການຕໍ່ໜ້າ, ຮັບຮອງເອົາບົດລາຍງານຂອງ ລັດຖະບານຊີ້ແຈ້ງຕໍ່ການຊັກຖາມ
ກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກໄມ້, ຮັບຮອງເອົາບົດລາຍງານ ຂອງລັດຖະບານກ່ຽວກັບການ ພັດທະນາຊັບພະຍາກອນມະນຸດ ຕາມຂະແໜ່ງການບູລິມະສິດ ສາຂາວິຊາກະສິກໍາ, ຄູ ແລະ ພະຍາບານ, ກອງປະຊຸມໄດ້ເລືອກ
ຕັ້ງເອົາ ທ່ານ ຄໍາພາ ແສງດາລາ ເປັນປະທານສານປະຊາຊົນສູງ ສຸດ ແລະ ຮັບຮອງແຕ່ງຕັ້ງທ່ານ ວິດົງ ໄຊຍະສອນ ເປັນລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະ ມົນຕີ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດຄໍາຕັດສິນຂອງ ສານໃຊ້ຢ່າງເດັດຂາດຕາມມະ ຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ. ພິຈາ ລະນາຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາ ຊົນສູງສຸດກ່ຽວກັບການຕິດຕາມ ກວດກາປະຕິບັດກົດໝາຍ ແລະ ອົງການສືບສວນ-ສອບສວນ, ພິ ຈາລະນາ ແລະ ຮັບຮອງເອົາກົດ
ໝາຍສະບັບປັບປຸງ ແລະ ກົດໝາຍ ສ້າງໃໝ່ຈໍານວນ 10 ສະບັບດ້ວຍ ຄະແນນສຽງສ່ວນຫຼາຍ, ກອງປະ
ຊຸມຍັງໄດ້ຮັບຟັງການລາຍງານ ສະພາບການຊີ້ນໍາ-ນໍາພາຂອງ ຄະນະປະຈໍາສະພາແຫ່ງຊາດຕໍ່ ວຽກງານສະພາແຫ່ງຊາດໃນ 6 ເດືອນຕົ້ນປີ ແລະ ກໍານົດແຜນວຽກ
ຈຸດສຸມ 6 ເດືອນທ້າຍປີ2019. ຈາກນັ້ນທ່ານ ພົນຈັດຕະວາ ຄໍາ
ສຸກ ວິອິນທະວົງ ກໍໄດ້ສັງລວມໂດຍ
ຫຍໍ້ຕໍ່ຜົນສໍາເລັດກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາ ປະຊາຊົນແຂວງໄຊຍະບູລີ ຊຸດທີ I ໃຫ້ໄດ້ຮັບຟັງຕື່ມອີກ.
ໂດຍ: ຄໍາພັນ ຄອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ