ກົມໃຫຍ່ການເມືອງກອງທັບ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ
ເວລາອອກຂ່າວ: 2025-10-10 13:55:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1614 | ຄວາມນິຍົມ: ![]()
ໃນວັນທີ 10 ຕຸລາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ຍົກໃຫ້ເຫັນບາງເຫດການ ຂອງການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດ ຂອງຊາດລາວ ເປັນຄັ້ງທຳອິດຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ ວັນດັ່ງກ່າວນັ້ນ, ໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ຂອງກອງທັບ ແລະ ປະຊາຊົນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ.
ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ ເຮັດໃຫ້ການຕໍ່ສູ້ ຂອງປະຊາຊົນບັນດາປະເທດໃນອິນດູຈີນ ມີແນວທາງ ແລະ ມີຍຸດທະສາດອັນຈະແຈ້ງ; ການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າໄດ້ກ້າວເຂົ້າສູ່ໄລຍະໃໝ່, ດ້ວຍຄຸນນະພາບອັນໃໝ່ ພາຍໃຕ້ການນຳພາ-ຊີ້ນຳ ຂອງອົງຄະນະພັກແຄວ້ນລາວ ບັນດານັກຮົບກອມມູນິດຮຸ່ນທຳອິດຂອງລາວ ໄດ້ເອົາຕົວເຈືອຈານເຂົ້າກັບປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ໄດ້ດຳເນີນການໂຄສະນາຂົນຂວາຍ ແລະ ຈັດຕັ້ງຮາກຖານປະຕິວັດຂຶ້ນແບບປິດລັບ ຢູ່ຫຼາຍບ່ອນ ເປັນຕົ້ນ ຢູ່ບໍ່ແຮ່, ໂຮງຈັກ ໂຮງງານ, ໂຮງຮຽນ, ໃນຕົວເມືອງ, ໃນຊົນນະບົດ, ຄ້າຍທະຫານ; ໄດ້ເຕົ້າໂຮມ ແລະ ຈັດຕັ້ງ ນຳພາປະຊາຊົນ, ບັນດາຊັ້ນຄົນ ລຸກຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງພິລະອາດຫານ, ເນື່ອງນິດລຽນຕິດ ແລະ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວກວ້າງອອກໄປໃນທົ່ວປະເທດ ໃນຂະນະດຽວກັນນັ້ນ, ການຈັດຕັ້ງນຳພາຊີ້ນຳ ກໍມີລັກສະນະລວມສູນເປັນເອກະພາບ ມີຍຸດທະວີທີທີ່ຄ່ອງແຄ່ວ, ມີຍຸດທະສາດອັນຈະແຈ້ງ ແລະ ມີແກນນຳທີ່ສະຫຼຽວສະຫຼາດເຂັ້ມແຂງ.
ເມື່ອກາລະໂອກາດໄດ້ມາເຖິງ ພັກໄດ້ເດັດດ່ຽວນຳພາປະຊາຊົນລຸກຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດຈາກກຳມື ຂອງພວກຂຸນເສິກຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ, ຂະບວນການຢຶດອຳນາດຢູ່ວຽງຈັນ ໄດ້ເລີ່ມຈາກຂະບວນການຕໍ່ສູ້ ຂອງກຳມະກອນ ແລະ ຕໍ່ມາໃນວັນທີ 23 ສິງຫາ 1945 ຈຶ່ງມີການໂຮມຊຸມນຸມໃຫຍ່ທີ່ມີຄົນເຂົ້າຮ່ວມໝື່ນກວ່າຄົນ ໂດຍມີຕົວແທນ ຂອງກຳລັງປະຕິວັດເປັນແກ່ນສານນຳພາ ແລະ ປຸກລະດົມມວນຊົນສາມັກຄີກັນເດັດດ່ຽວຕໍ່ສູ້ກູ້ເອົາເອກະລາດ ແລະ ອິດສະຫຼະພາບອັນແທ້ຈິງມາໃຫ້ປະເທດຊາດ.
ຈາກເຫດການດັ່ງກ່າວນັ້ນ, ຂະບວນການຢຶດອຳນາດໄດ້ແຜ່ລາມໄປຫຼາຍແຂວງ ເປັນຕົ້ນ: ຢູ່ສະຫວັນນະເຂດ (ໃນວັນທີ 30 ສິງຫາ), ຢູ່ທ່າແຂກ (ໃນວັນທີ 1 ກັນຍາ), ຢູ່ຊຳເໜືອ (ແຕ່ວັນທີ 26 ສິງຫາ ເຖິງຕົ້ນເດືອນຕຸລາ) ແລະ ຢູ່ແຂວງອື່ນໆ ເຊິ່ງໄດ້ສ້າງເງື່ອນໄຂໃຫ້ແກ່ການລຸກຮືຂຶ້ນຢຶດອຳນາດຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດແຫ່ງຊາດ ໃນວັນທີ 12 ຕຸລາ 1945.
ການປະກາດເອກະລາດ ວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວ ກໍຄືຮັບຮູ້ອະທິປະໄຕຂອງຊາດລາວ ກໍຄືເຂດນໍ້າແດນດິນ ຂອງປະເທດລາວ ພ້ອມກັນນັ້ນ, ກໍຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າ ຊາດລາວຄົນລາວ ກໍເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະຫຼະພາບ, ເປັນເຈົ້າຊະຕາກຳຂອງຕົນເອງ ແລະ ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນວັດທະນາ ຍ້ອນແນວນັ້ນ, ພວກເຮົາຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສຳຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ ບົນຈິດໃຈ ຍອມຕາຍ ດີກວ່າເປັນຂ້ອຍຂ້າ; ຕາຍເພື່ອເອກະລາດ ດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ; ຈາກນັ້ນມາ ນໍ້າໃຈວັນທີ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊ ຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນຳພາຂອງພັກ ສາມາດປົດປ່ອຍຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















