ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ພະຈິກ 2025

  

ບໍລິສັດ ກູດ​ຈະເລີນ​ການ​ຊ່າງ ຈຳກັດ ມອບ​ລົດຈັກ​ໄຟຟ້າ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2025-10-15 09:05:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 388 | ຄວາມນິຍົມ:



ໃນ​ວັນ​ທີ 10 ຕຸລາ 2025 ນີ້, ບໍລິສັດ ກູດ​ຈະເລີນ​ການ​ຊ່າງ ຈຳກັດ ໄດ້​ມອບ​ລົດຈັກ​ໄຟຟ້າ ຍີ່ຫໍ້ Ewave ຈຳນວນ 2 ຄັນ ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ລວມ​ມູນ​ຄ່າ​ທັງ​ໝົດ 71.000.000 ກີບ, ໂດຍ​ການ​ກ່າວ​ມອບ​ໂດຍ ທ່ານ ມະໂນພາບ ປໍສະຫວັດດີ ຜູ້ອຳນວຍການ​ບໍລິ ສັດ ກູດ​ຈະເລີນ​ການ​ຊ່າງ ຈຳກັດ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ບຸນ​ພົບ ວິໄລ​ສັກ ຮັກສາ​ການ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ. ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ພົບ ວິໄລ​ສັກ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນ ຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ກ່າວ​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ມາ​ຍັງ​ບໍລິສັດ ກູດ​ຈະເລີນ​ການ​ຊ່າງ ຈຳກັດ ທີ່​ໄດ້​ນຳ​ເອົາ​ລົດ​ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ ແລະ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ໃຊ້​ລົດ​ດັ່ງກ່າວ​ເຂົ້າ​ໃນ​ວຽກ​ງານ​ຂອງ​ກົມ​ກອງ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ