ຮອງຫົວໜ້າກົມໂຄສະນາອົບຮົມ ລົງກວດກາຄວາມພ້ອມ ຮັບຮອງນັກຮົບ ແລະ ກົມກອງວັດທະນະທຳຢູ່ກອງພັນທະຫານຮາບ 17
ເວລາອອກຂ່າວ: 2025-10-15 09:07:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ: ![]()
ໃນວັນທີ 13 ຕຸລາ 2025 ນີ້, ສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ສົມຄິດ ຄູນນະວົງ ຮັກສາການຫົວໜ້າພະແນກໂຄສະນາອົບຮົມ ທະຫານແຂວງສາລະວັນ, ມີຮອງເລຂາຄະນະພັກກອງພັນທະຫານຮາບ 17, ພ້ອມດ້ວຍຄະນະ, ໄດ້ກວດກາຄວາມພ້ອມ ຮັບຮອງນັກ ຮົບ ແລະ ກົມກອງວັດທະນະທຳ ຢູ່ກອງພັນທະຫານຮາບ 17, ໂດຍການຕ້ອນຮັບຂອງ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງຢູ່ກອງພັນທະຫານຮາບ 17.
ສະຫາຍ ພັນເອກ ໄຊຊະນະ ສະເຫຼີມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານໄຊຊະນະທີ່ກອງພັນທະຫານຮາບ 17 ຍາດມາໄດ້ ແລະ ເນັ້ນໜັກຫຼາຍບັນຫາທີ່ສຳຄັນໃຫ້ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງຢູ່ກອງພັນທະຫານຮາບ 17 ຈົ່ງຍົກສູງສະຕິຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານການເມືອງຂອງຕົນ, ຊີ້ນຳ-ນຳພາ ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ ຕໍ່ແນວທາງການນຳພາຂອງພັກ-ລັດ, ປະກອບສ່ວນຈັດຕັ້ງປະຕິບັດມະຕິຕ່າງໆ ຂອງພັກຂອງກອງທັບ, ມີແບບແຜນວິທີເຮັດວຽກທີ່ໂປ່ງໃສ ແລະ ຂາວສະອາດ, ຈັດຕັ້ງປະຕິບັດ 7 ລະ ບອບ 18 ວຽກ ແລະ ບັນດາຂໍ້ກຳກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນ ເຮັດໃຫ້ສະພາບກົມກອງມີຄວາມສະຫງົບ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ມູນເຊື້ອຂອງກົມກອງ, ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະ ນາກົມກອງ ໃຫ້ມີໂສມໜ້າອັນໃໝ່, ເອົາໃຈໃສ່ຕໍ່ວຽກງານສ້າງ
ພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ ໄປຄຽງຄູ່ກັບການສ້າງກົມກອງ 3 ປອດ, ຕິດພັນກັບການສ້າງກົມກອງວັດທະນະທຳ-ນັກຮົບ, ວັດທະ ນະທຳ ໂດຍປິ່ນອ້ອມຕາມ 4 ໜ້າໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່ຊີວິດຂອງກົມກອງໃນຕໍ່ໜ້າໃຫ້ເປັນຮູບປະທຳຕົວຈິງ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















