ຫ້ອງການຊາວໜຸ່ມກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ປີ 2025
ເວລາອອກຂ່າວ: 2025-10-15 09:12:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 461 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2025 ນີ້, ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງ
ການຊາວໜຸ່ມກອງທັບ, ມີຄະນະພັກ-ຄະນະຫ້ອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ພັນທະຈັກ ດາສະຫວັນ ຮອງຫົວໜ້າພະແນກ ແຜນການ-ສັງລວມ ຫ້ອງການຊາວໜຸ່ມກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025 ຂອງຫ້ອງການຊາວໜຸ່ມກອງທັບ. ໃນໄລຍະຜ່ານມາ ຄະນະພັກ-ຄະນະຫ້ອງ ໄດ້ເປັນເຈົ້າການໃນການນຳພາ-ຊີ້ນຳ ສຶກສາອົບຮົບການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມະຕິ, ຄຳສັ່ງຂອງຂັ້ນເທິງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ເຮັດສຳເລັດໜ້າທີ່ການເມືອງຕາມທີ່ໄດ້ຮັບມອບໝາຍ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັມແຂງໃນທຸກດ້ານ, ປັບປຸງກໍ່ສ້າງພັກຖືກຕ້ອງຕາມ 5 ຫຼັກການ 3 ທິດນຳຂອງພັກ, ໄດ້ດຳເນີນກອງປະຊຸມສະຫຼຸບຕີລາຄາແບ່ງປະເພດໜ່ວຍພັກ, ສະມາຊິພັກ ແລະ ສະຫຼຸບສະຖິຕິຂອງໜ່ວຍພັກ ປະຈຳປີ 2025 ສຳເລັດ, ດ້ານວຽກງານວິຊາສະເພາະ ໄດ້ຈັດຕັ້ງຮັບສ່ອງແສງວຽກງານຊາວໜຸ່ມປະຈຳເດືອນ ເປັນປົກກະຕິ, ນຳພາຄະນະຜູ້ແທນສົມບູນຂອງຊາວໜຸ່ມກອງທັບ ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ນຳພາກ້ອນກຳລັງຊາວໜຸ່ມກອງທັບ ເຂົ້າອວຍພອນຜົນສຳເລັດກອງປະຊຸມດັ່ງກ່າວ, ສົມທົບກັບອົງການຈັດຕັ້ງມະຫາຊົນກອງທັບ ກະກຽມກ້ອນກຳລັງ (ຊາວໜຸ່ມ,
ແມ່ຍິງ, ກຳມະບານ) ອວຍພອນກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສຳເລັດ, ເຂົ້າຮ່ວມຮັບຟັງປາຖະກະຖາວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 116 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ, ເຂົ້າຮ່ວມກິດຈະກຳຄະຣາວານ ສົ່ງຮັກໃຫ້ນ້ອງ ນຳຄະນະນຳສູນກາງຊາວໜຸ່ມ ແລະ ມອນອຸປະກອນການຮຽນ ໃຫ້ນ້ອງນັກຮຽນຢູ່ເມືອງວັງວຽງ ແຂວງວຽງຈັນ, ສຳເລັດການເຂົ້າຮ່ວມງານບຸນມະໂຫລານຊາວໜຸ່ມ ແລະ ວາງສະແດງຜະລິດຕະພັນຂອງຊາວໜຸ່ມ ຢູ່ສູນການຄ້າ ລາວ-ໄອເຕັກ ເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 70 ປີ ແລະ ເຂົ້າຮ່ວມເຝິກອົບຮົມວຽກງານການເມືອງ-
ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2025 ຈຳນວນ
5 ສະຫາຍ, ວຽກງານຂະບວນການ ໄດ້ຊີ້ນຳຄະນະຊາວໜຸ່ມກົມກອງຮາກຖານ ຈັດຕັ້ງຂະບວນການ ເພື່ອຂໍ່ານັບຮັບຕ້ອນບັນດາວັນສຳຄັນຂອງຊາດ, ຂອງພັກ
ໂດຍສະເພາະວັນສ້າງຕັ້ງພັກ ແລະ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ຈັດຕັ້ງເອົາພະນັກງານ-ສະມາຊິກຊາວໜຸ່ມ ຈຳນວນ 22 ກົມກອງ ເຂົ້າຊົມອະນຸສອນສະ
ຖານ ປະທານ ສຸພານຸວົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 116 ປີ. ນອກຈາກນີ້, ວຽກງານນະໂຍບາຍ, ວຽກງານຮັບປະກັນຊີວິດການເປັນຢູ່, ວຽກງານພົວພັນຮ່ວມມືກັບສາກົນ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງຫ້ອງ ກໍໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສຳເລັດຕົວຈິງ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຊ່ວຍວຽກພາຍໃນຫ້ອງການຊາວໜຸ່ມກອງທັບ ພ້ອມທັງມອບໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ ທີ່ມີຜົນງານໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຕື່ມອີກ.
ໂດຍ: ນາງ ສຸພາພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















