ຫຼາຍກົມກອງເປີດອົບຮົມ-ຫັດແອບ
ເວລາອອກຂ່າວ: 2025-10-15 09:14:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ: ![]()
ວຽກງານອົບຮົມ-ຫັດແອບ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນຂອງກອງທັບເຮົາ ເພື່ອປັບປຸງລະບຽບແບບແຜນໃຫ້ມີ ຄວາມຮັດກຸມ, ທັງເປັນການປັບ ປຸງກໍ່ສ້າງກຳລັງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ ໃນສະເພາະໜ້າ ແລະ ຍາວນານ, ເຊິ່ງໃນບໍ່ດົນຜ່ານມານີ້, ມີຫຼາຍກົມກອງໄດ້ຈັດຕັ້ງເປີດບັ້ນອົບຮົມ-ຫັດແອບ ໃຫ້ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ ໃນນັ້ນ, ກອງບັນຊາການທະຫານແຂວງຄຳມ່ວນ: ໄດ້ເປີດອົບຮົມ-ຫັດແອບການເມືອງ, ການທະຫານ, ພະ ລາທິການ ແລະ ເຕັກນິກໃຫ້ອົງ ການ 5 ຫ້ອງ ປະຈຳປີ 2025. ໃນນີ້, ພາກການເມືອງຈະໄດ້ອົບ ຮົມເອກະສານເປົ້າໝາຍອຸດົມຄະ ຕິສູ້ຮົບຂອງກອງທັບປະຊາຊົນລາວ, ພາລະບົດບາດ ແລະ ໜ້າ ທີ່ຂອງກອງທັບປະຊາຊົນລາວ ແລະ ກົດລະບຽບຂອງກອງທັບ, ພາກການທະຫານອົບຮົມວິຊາລະບຽບ-ກິລາ, ລະບຽບບຸກຄົນມືເປົ່າ-ມີປືນ ຄົງທີ່-ເຄື່ອນທີ່, ລະບຽບຮູບແຖວຂັ້ນໝູ່-ກອງ ພັນ, ຮູບແຖວເຄົາລົບທຸງ, ກົດ ລະບຽບ 12 ຂໍ້, 7 ລະບອບ 18 ວຽກ, ພິທີການເຄົາລົບທຸງຊາດ, ຫັດກາຍມືເປົ່າ 2 ບົດ 24 ຈັງ ຫວະ, ຫັດກາຍແທງກະບ່ີ 28 ຈັງຫວະ, ຫັດກາຍມວຍ 16 ຈັງ ຫວະ, ສິລະປະຍຸດ-ຍຸດທະວິທີ, ວຽກງານພະລາທິການອົບຮົມອະນາໄມກັນພະຍາດ, 5 ເຕັກ ນິກການແພດ, ວຽກງານພະລາ ທິການຮັບໃຊ້ສູ້ຮົບ ແລະ ວຽກງານເຕັກນິກ ອົບຮົມພາລະໜ້າທີ່ຂອງວຽກງານເຕັກນິກ, ການບົວ ລະບັດຮັກສາອາວຸດ-ລູກກະສຸນ ແລະ ການບົວລະບັດຮັກສາລົດສູ້ຮົບ.
+ ກອງບັນຊາການທະຫານນະ ຄອນປາກເຊ ແຂວງຈຳປາສັກ: ເປີດຊຸດອົບຮົມ-ຫັດແອບ ການ ເມືອງ, ການທະຫານ ໃຫ້ກຳລັງກອງຫຼອນ ໃນທົ່ວນະຄອນປາກເຊ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ຄອນສະຫວັນ ວັນນິວົງຄຳ ກຳ ມະການຄະນະປະຈຳພັກນະຄອນປາກເຊ, ມີສະຫາຍ ພັນໂທ ວິໄລ ສັນທະວີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ເຂົ້າຮ່ວມ. ຈຸດປະສົງ ກໍເພື່ອເຮັດໃຫ້ກຳລັງກອງຫຼອນ-ກຳລັງປ້ອງກັນຕົວໄດ້ເຊື່ອມຊຶມກຳແໜ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ-ລັດ ໃນສະພາບການໃໝ່, ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນານ, ຄ່ອງແຄ້ວ ຖືກຕ້ອງກັບສະພາບພູມີປະເທດຕົວຈິງ ທັງເປັນການປູກຈິດສຳນຶກໃຫ້ກອງຫຼອນ ມີນໍ້າໃຈຮັກຊາດ, ຮູ້ສ້າງແຜນການ-ແບບແຜນວິທີເຮັດວຽກ ແລະ ຮູ້ນຳໃຊ້ອາວຸດ-ຍຸດໂທປະກອນເຂົ້າໃນການປະ ຕິບັດຕົວຈິງ. ສຳລັບເນື້ອໃນການ ອົບຮົມ-ຫັດແອບ ມີ: ພາກການ ເມືອງ, ພາກສິລະປະຍຸດ ແລະ ພາກຍຸດທະວິທີ, ກຳນົດເວລາອົບຮົມ 7 ວັນ.
+ ໂຮງຮຽນການທະຫານທ້ອງຖິ່ນ ແຂວງເຊກອງ: ໄດ້ເປີດ ຮຽນກໍ່ສ້າງນາຍສິບຊຸດທີ X ສົກຮຽນ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສົມຈິດ ນີລະພົນ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງເຊກອງ. ການ ເປີດຮຽນຄັ້ງນີ້ ເປັນການປະຕິ ບັດຕາມໂຄງການຫຼັກສູດການກໍ່ສ້າງນາຍສິບທະຫານຮາບລະ ບົບ 1 ປີ, ເຊິ່ງມີນັກຮຽນເຂົ້າອົບຮົມທັງໝົດ 100 ກວ່າສະ ຫາຍ. ຈຸດປະສົງ ກໍເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ມີຄວາມຮູ້ຄວາມສາມາດດ້ານວິຊາສະ ເພາະການບັນຊາຂັ້ນພື້ນຖານ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອມຊຶມແນວທາງການທະຫານຂອງພັກ, ແນໃສ່ເພື່ອສ້າງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນສ້າງກົມກອງຮາກຖານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີລະບຽບແບບແຜນທີ່ທັນສະໄໝ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.
+ ກອງພັນໃຫຍ່ 644: ໄດ້ເປີດອົບຮົມ-ຫັດແອບ ວຽກງານ ຮັບປະກັນເຕັກນິກ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ໄພບູນ ກິ່ງຄຳເພັດ ຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 644. ການອົບຮົມ-ຫັດແອບຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍຄຳສັ່ງແນະນຳຂອງກົມປ້ອງກັນອາ ກາດ ວ່າດ້ວຍການຈັດຕັ້ງປະຕິ ບັດແຜນການອົບຮົມ-ຫັດແອບວຽກງານເຕັກນິກ ປະຈຳປີ 2025 ໃຫ້ເປັນຮູບປະທຳ, ແນ ໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພະນັກງານ-ນັກ ຮົບມີຄວາມຊຳນານໃນການເຮັດວຽກງານຮັບປະກັນເຕັກນິກ ໃນເວລາເຄື່ອນໄຫວເຮັດໜ້າທີ່ສູ້ຮົບຕົວຈິງ, ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະ ນັກງານ-ນັກຮົບກຳໄດ້ເນື້ອໃນ, ລະບຽບການ, ວິທີການຊີ້ນຳ-ບັນຊາ ແລະ ການເຮັດວຽກງານ ວິຊາສະເພາະເຕັກນິກຢ່າງມີຫົວ ຄິດປະດິດສ້າງ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນແຕ່ລະໄລຍະ.
+ ກອງບັນຊາການທະຫານເມືອງຍອດອູ ແຂວງຜົ້ງສາລີ: ໄດ້ເປີດຊຸດອົບຮົມ-ຫັດແອບ ການ ທະຫານ, ການເມືອງ, ພະລາ ທິການ, ເຕັກນິກ ປະຈຳໄຕມາດ II ປີ 2025, ໂດຍມີ ສະຫາຍ ສົມຫວັງ ສຸ່ມວິໄລ ເລຂາພັກເມືອງຍອດອູ ເຂົ້າຮ່ວມ. ຕາມແຜນການອົບຮົມ-ຫັດແອບ ພາກການເມືອງຈະໄດ້ອົບຮົມ 8 ວັນ, ພາກການທະຫານ 71 ວັນ, ພາກພະລາທິການ 6 ວັນ ແລະ ພາກເຕັກນິກວິຊາສະເພາະ 5 ວັນ, ກຳນົດເວລາອົບຮົມ-ຫັດແອບ ທັງໝົດ 91 ວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















