ເຫຼົ່າຮົບເສນາຮັກ ສຸມໃສ່ໃນການເຝິກຊ້ອມ ກອບກູ້ໄພພິບັດຮ່ວມ 3 ກອງທັບ
ເວລາອອກຂ່າວ: 2025-10-15 09:16:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 545 | ຄວາມນິຍົມ: ![]()
ເພື່ອຮັບປະກັນໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດ ນາມ ໃຫ້ສຳເລັດຕາມແຜນ ການ ຂອງຂັ້ນເທິງທີ່ວາງໄວ້, ກົມເສ ນາຮັກ ກົມໃຫຍ່ພະລາທິການ ກອງທັບ ໄດ້ສຸມໃສ່ກະກຽມເນື້ອ ໃນດ້ານຕ່າງໆ ດ້ວຍຄວາມຮັບ ຜິດຊອບສູງ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດການເຝິກຊ້ອມຢ່າງຕັ້ງໜ້າ, ທັງປະສານສົມທົບກັບກອງທັບເພື່ອນ ໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ. ສະຫາຍ ພັນໂທ ຟອງສະໝຸດ ພົມມະຈັນ ຮອງຫົວໜ້າພະແນກ ກວດເຂດນອກ ໂຮງໝໍສູນກາງ 103 ກອງທັບ, ຄະນະຮັບຜິດ ຊອບການເຝິກຊ້ອມພາກສະໜາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສື ພິມກອງທັບວ່າ: ເພື່ອເປັນການຮັບປະກັນໃນການເຝິກຊ້ອມກອບກູ້ໄພພິບັດ ຮ່ວມ 3 ກອງທັບ ກຳ ປູເຈຍ-ລາວ-ຫວຽດນາມ ໃຫ້ມີຜົນສຳເລັດຕາມແຜນການຂອງຂັ້ນເທິງວາງໄວ້ນັ້ນ ເມື່ອໄດ້ຮັບຄຳສັ່ງຈາກຂັ້ນເທິງ ເຫຼົ່າຮົບເສ ນາຮັກ ໄດ້ຈັດຕັ້ງກຳລັງ 57 ສະຫາຍເຂົ້າຍຶດສະໜາມ ໃນວັນທີ 1 ຕຸລາ 2025, ພາຍຫຼັງທີ່ເຂົ້າຍຶດ ແລະ ກໍ່ສ້າງສະໜາມສຳເລັດ ໄດ້ຈັດຕັ້ງປະຕິບັດການ ເຝິກຊ້ອມຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ຢູ່ສະໝາມ ໂດຍໄດ້ຈຳລອງເຫດການ ແລະ ຈັດຕັ້ງເປັນໂຮງໝໍ ຂັ້ນ 1 ແລະ ຂັ້ນ 2 ໃນນັ້ນ, ໂຮງໝໍ ຂັ້ນ 1 ປະກອບມີ ສູນບັນຊາພາກສະໜາມ 3 ຝ່າຍ ກຳປູເຈຍ-ລາວ-ຫວຽດນາມ ແລະ ເຮືອແພດສຸກເສີນ, ມີໜ່ວຍຮັບຕ້ອນຄົນເຈັບທາງນ້ຳ ແລະ ທາງບົກ, ໜ່ວຍຄັດແຍກຄົນເຈັບ ປະກອບມີ 18 ສະຫາຍ (ລາວ 8 ສະຫາຍ, ກຳປູເຈຍ 5 ສະຫາຍ, ຫວຽດນາມ 5 ສະຫາຍ), ໜ່ວຍປິ່ນປົວຄົນເຈັບກາງ ປະກອບມີ ຫວຽດນາມ 5 ສະຫາຍ, ໜ່ວຍປິ່ນປົວຄົນເຈັບເບົາ ປະກອບມີ ກຳປູເຈຍ 5 ສະຫາຍ; ໂຮງໝໍ ຂັ້ນ 2 ປະກອບມີ ໜ່ວຍຮັບຕ້ອນຄົນເຈັບໜັກ ປະກອບມີ ຫວຽດນາມ 8 ສະຫາຍ; ມີໜ່ວຍປິ່ນປົວຄົນເຈັບ 8 ສະຫາຍ ກຳປູເຈຍ, ໜ່ວຍປິ່ນປົວຄົນເຈັບນຳສົ່ງໂຮງໝໍ ແນວຫຼັງ 6 ສະຫາຍ ທີມແພດກອງທັບລາວ ນອກນັ້ນ, ຍັງມີໜ່ວຍຜ່າຕັດເຄື່ອນທີ່.
ການເຝິກຊ້ອມກອບກູ້ໄພ ພິບັດຮ່ວມ 3 ກອງທັບ ໃນຄັ້ງ ນີ້, ເຫຼົ່າຮົບເສນາຮັກ ໄດ້ມີການ ຈັດຕັ້ງແບ່ງປັນໜ້າທີ່ ແລະ ຄັດແຍກຜູ້ບາດເຈັບ (ໜັກ, ກາງ, ເບົາ), ຊ່ວຍເຫຼືອຜູ້ປະສົບໄພທີ່ ຕິດຄ້າງຕາມບ້ານ, ເຮືອນ, ຕົ້ນໄມ້ ແລະ
ເກາະດອນ, ກອບກູ້ ແລະ ຊ່ວຍເຫຼືອເອົາຜູ້ປະສົບໄພທີ່ຖືກ ບາດເຈັບໄຫຼມາຕາມກະແສນ້ຳ, ໜ່ວຍແພດສຸກເສີນປະຖົມພະຍາບານຂັ້ນຕົ້ນກ່ອນນຳສົ່ງໄປໂຮງໝໍ ພາກສະໜາມ; ຊ່ວຍເຫຼືອຜູ້ປະສົບໄພດິນເຈື່ອນທັບຖົມ ປະຕິບັດການຊ່ວຍເຫຼືອຜູ້ປະສົບໄພທາງດ້ານການແພດຕໍ່ຜູ້ບາດເຈັບ ແລະ ເສຍຊີວິດ ແລ້ວນຳສົ່ງ
ຜູ້ປະສົບໄພ ທີ່ມີອາການເຈັບໜັກໄປໂຮງໝໍແນວຫຼັງ ດ້ວຍເຮືອບິນ (MI-17).
ຜ່ານການເຝິກຊ້ອມໃນໄລຍະຫຼາຍວັນທີ່ຜ່ານມາ ເຖິງແມ່ນວ່າ ວຽກງານວິຊາສະເພາະບາງດ້ານ ຈະຍັງບໍ່ທັນສອດຄ່ອງກໍຕາມ, ແຕ່ຍ້ອນການນຳພາ-ຊີ້ນຳຢ່າງ ໃກ້ຊິດຕິດແທດຂອງຂັ້ນເທິງ, ພະນັກງານວິຊາການແພດໝໍ-ນັກເຝິກຊ້ອມ ແລະ ນັກສະແດງ ໄດ້ພ້ອມກັນຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນ, ສຸມສະຕິປັນຍາ, ກຳລັງແຮງກາຍ, ແຮງໃຈ ເຂົ້າໃນການຈັດຕັ້ງປະຕິບັດການເຝິກຊ້ອມກອບກູ້ໄພພິບັດຮ່ວມກັບກອງທັບເພື່ອນ ຕາມແຜນການເຄື່ອນໄຫວເຝິກ ຊ້ອມຕາມແຕ່ລະບາດກ້າວດ້ວຍຄວາມເອົາໃຈໃສ່ ແລະ ເປັນຂະ ບວນການຟົດຟື້ນ. ໃນບັ້ນເຝິກ ຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ເຫຼົ່າຮົບເສນາຮັກ ຈະໄດ້ສືບຕໍ່ເຝິກຊ້ອມໃຫ້ມີຄວາມເປັນເອກະພາບ, ກຳແໜ້ນທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ເພື່ອນຳໄປຈັດຕັ້ງເຝິກຊ້ອມຮ່ວມກັບກຳລັງກອງທັບເພື່ອນໃຫ້ແທດເໝາະກັບຄວາມເປັນຈິງ ໃນນີ້, ຄາດຄະເນວ່າ ຈະສາ ມາດຮັບປະກັນໃຫ້ການເຂົ້າຮ່ວມ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບໃນຄັ້ງນີ້ ໃຫ້ມີຜົນສຳເລັດຕາມແຜນການ.
ໂດຍ: ສຸເວດ ສີດາຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















