ທະຫານແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນສໍາຄັນຂອງຊາດ ແລະ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນຫ້ອງ
ເວລາອອກຂ່າວ: 2025-10-15 14:14:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 574 | ຄວາມນິຍົມ: ![]()
ວັນທີ 14 ຕຸລາ 2025 ນີ້, ທີ່ສະໂມສອນກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ມູນເຊື້ອຄວາມເປັນມາຂອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994 – 07 ຕຸລາ 2025), ວັນສ້າງຕັັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025), ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 38 ປີ ແລະ ຄົບຮອບ 22 ປີ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮອງຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອລະນຶກເຖິງວັນຄູແຫ່ງຊາດ ຄົບຮອບ 31 ປີ, ວັນສ້າງຕັັ້ງການທູດລາວ ຄົບຮອບ 80 ປີ, ວັນປະກາດເອກະລາດ ຄົບຮອບ 80 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 38 ປີ ແລະ ຄົບຮອບ 22 ປີ ເຊິ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນທາງດ້ານປະຫວັດສາດ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາເອກະລາດ ອິດສະຫຼະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຈາກກໍາມື ຂອງຈັກກະພັດຜູ້ຮຸກຮານ, ເພື່ອເປັນການໂຄສະນາສຶກສາອົບຮົບໃຫ້ພະນັກງານ-ນັກຮົບເຂົ້າໃຈເລິກເຊິ່ງ ມູນເຊື້ອຮັກຊາດນໍ້າໃຈພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ຮັບຮູ້ເຂົ້າໃຈຕໍ່ແນວທາງການຕ່າງປະເທດ ຂອງພັກແຕ່ລະໄລຍະຢ່າງເລິກເຊິ່ງ ພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຮັກຊາດ ນໍ້າໃຈພິລະອາດຫານບໍ່ຍ້ອມຈໍານົນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ, ຄວາມສາມັກຄີປອງດອງກັບບັນດາປະເທດ ໂດຍສະເພາະເພື່ອນມິດຍຸດທະສາດ ແລະ ເພື່ອສະແດງຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ນໍາ, ບັນດານັກຮົບປະຕິວັດ, ວິລະຊົນ ແລະ ຜູ້ທີ່ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດ ແລະ ປະຊາຊົນ, ທັງເປັນການໂຄສະນາສຶກສາໃຫ້ພະນັກງານ-ນັກຮົບ ພ້ອມກັນຮໍ່າຮຽນເອົາຄຸນງາມຄວາມດີ ຂອງບັນດານັກຮົບປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີດັ່ງກ່າວ ເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນເອງ.
ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົງສາລີ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາຂັ້ນຫ້ອງ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຜົ້ງສາລີ. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ລິນທອງ ຍອດວິໄລ ເປັນຮອງຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ນາງ ສຸວັນທາ ຈັນດາວົງ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານ, ສະຫາຍ ພັນໂທ ຈັນເຊີນ ຄໍາປະເສີດ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງຜົ້ງສາລີ.
ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ຖືກແຕ່ງຕັ້ງໜ້າທີ່ໃໝ່, ພ້ອມທັງ ຮຽກຮ້ອງຈົ່ງເພີ່ມທະວີຕໍ່ໜ້າທີ່ວຽກງານການເມືອງໃຫ້ສູງ, ເປັນແບບຢ່າງທີ່ດີໃນການປະຕິບັດຂໍ້ກໍານົດກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ຂອງກົມກອງວາງອອກ, ມີຄວາມສາມັກຄີພາຍໃນໝູ່ຄະນະ ແລະ ພະນັກງານນັກຮົບພາຍໃນກົມກອງ, ເຮັດໃຫ້ກົມກອງມີຄວາມສະຫງົບ, ພ້ອມກັນຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິ່ງ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















