ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນຮອງຫົວໜ້າກອງພັນໃຫຍ່ 641
ເວລາອອກຂ່າວ: 2025-10-16 16:21:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1035 | ຄວາມນິຍົມ: ![]()
ພິທີປະກາດການແຕ່ງຕັ້ງ ຂັ້ນຮອງຫົວໜ້າກອງພັນໃຫຍ່ ຮັບຜິດຊອບວຽກງານເຕັກນິກ, ຫົວໜ້າ-ຮອງຫົວໜ້າ ພະແນກ ແລະ ປະກາດການອະນຸມັດໃຫ້ນາຍທະຫານພັກການ ເພື່ອກຽມຮັບບໍານານ ຢູ່ກອງພັນໃຫຍ່ 641, ໄດ້ຈັດຂຶ້ນວັນທີ 16 ຕຸລາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ເລຂາຄະນະພັກ, ຫົວຫນ້າການເມືອງ ກອງພັນໃຫຍ່ 641, ມີຄະນະພັກ-ຄະນະບັນຊາ, ພະແນກການ, ຄະນະກອງພັນ ແລະ ພະນັກງານ - ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບໄດ້ຜ່ານ ຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກອງພັນໃຫຍ່, ຮັບຜິດຊອບວຽກງານເຕັກນິກ ກອງພັນໃຫຍ່ 641. ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ວົງສະໄໝ ຈັນທະລັງສີ ເປັນຮອງຫົວໜ້າກອງພັນໃຫຍ່ ຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າ ພະແນກເຕັກນິກ ກອງພັນໃຫຍ່ 641, ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າ ພະແນກເຕັກນິກ ກອງພັນໃຫຍ່ 641. ກົມໃຫຍ່ ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຕຸ້ຍ ສຸລິດາ ເປັນຮອງຫົວໜ້າ ພະແນກເຕັກນິກ ກອງພັນໃຫຍ່ 641. ໃນພິທີ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 641 ພັກການເພື່ອກຽມຮັບບໍານານ. ກະຊວງປ້ອງກັນປະເທດຕົກລົງ ອະນຸມັດໃຫ້ ສະຫາຍ ພັນໂທ ບຸນປັນ ຄໍາກ້ອນ ຮອງຫົວໜ້າກອງພັນໃຫຍ່ ຮັບຜິດຊອບວຽກງານເຕັກນິກ, ຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 641 ພັກການເພື່ອກຽມຮັບບໍານານ.
ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ ພະນັກງານ-ນັກຮັບ ກົມກອງຕົນເປັນປົກກະຕິ, ເອົາໃສ່ໃຈເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທໍາປະຕິວັດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເອົາໃຈໃສ່ສຶກສາຄົ້ນຄວ້າກ່ຽວກັບຂໍ້ແນະນໍາວຽກງານເຕັກນິກ (ວັນເຕັກນິກ), ຕັ້ງໜ້າປະກອບສ່ວນປັບປຸງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເວົ້າລວມ ເວົ້າສະເພາະ ກໍ່ຄືພະແນກເຕັກນິກ ກອງພັນໃຫຍ່ 641 ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ກອງເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















