ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ພະຈິກ 2025

  

ສູນ​ເສຍ​ອົງຄະ​ພິເສດ 790 ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ
ເວລາອອກຂ່າວ: 2025-10-17 08:53:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 677 | ຄວາມນິຍົມ:



ວັນ​ທີ 14 ຕຸລາ 2025, ສູນ​ເສຍ​ອົງຄະ​ພິເສດ 790 ໄດ້​ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ, ນຳພາ​ໂດຍ ສະຫາຍ ພັນ​ໂທ ພູ​ສັນ ສຸດທິ​ຈັກ ຫົວໜ້າ​ການ​ຫານ ສູນ​ເສຍ​ອົງຄະ​ພິເສດ 790, ມີ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ການ​ອອກແຮງ​ລວມ​ໃນ​ຄັ້ງ​ນີ້ ໄດ້​ພ້ອມ​ກັນ​ສ້າງ​ເດີ່ນ​ກີລາ​ບານສົ່ງ, ອະນາໄມ​ໜານ​ດອກ​ໄມ້, ເຮັດ​ຄອກ​ເປັດ​ຄອກ​ໄກ່​ລວມ​ຂອງ​ສູນ ແລະ ອະນາໄມ​ຕາມ​ສະຖານທີ່​ຄ້າຍ​ຄູ່​ເຂດ​ຮັບ ຜິດຊອບ ບໍລິເວນ​ເວນ​ອ້ອມ​ຮອບ​ສະໂມສອນ; ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ປັບປຸງ​ສະຖານທີ່​ຄ້າຍ​ຄູ່​ຂອງ​ສູນ​ໃຫ້​ມີ​ຄວາມ​ຈົບ​ງານ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ບັນດາ​ວັນ​ສຳຄັນ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເວົ້າ​ລວມ ເວົ້າ​ສະເພາະ ວັນຊາດ 2 ທັນວາ ຄົບຮອບ 50 ປີ​ແລະ ວັນ​ເກີດ​ປະທານ​ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ຢ່າງ​ຕໍ່ ​ເນື່ອງ. ໂດຍ: ນາງ ຫຼ້າ ສຸ​ລິ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ