ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຫ້ອງ​ການເມືອງ ​ກມທ ເປີດ​ຮຽນ​ສະໜັບສະໜູນ ແລະ ກົດ​ລະບຽບ​ພັກ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ
ເວລາອອກຂ່າວ: 2025-10-17 09:03:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1016 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 14 -16 ຕຸລາ 2025 ນີ້, ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ເປີດ​ຮຽນ​ເອກະສານ​ສະໜັບສະໜູນ ແລະ ກົດ​ລະບຽບ​ພັກ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ, ເປົ້າ​ໝາຍ​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ​ໃໝ່ ຢູ່​ບັນດາ​ກົມ, ຫ້ອງການ, ກອງ​ໃນ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ, ໂດຍ​ການ​ບັນ​​​ຍາຍ​ຂອງ ສະຫາຍ ພັນ​ໂທ ສອນ​ໄຊ ອິນ​ທະ​ວົງ, ຄະນະ​ພັກ​ຫ້ອງ​ການເມືອງ, ຮອງ​ຫົວ ໜ້າ​ຫ້ອງການເມືອງກົມໃຫຍ່​ການເມືອງກອງທັບ, ມີມະຫາ ຊົນ​ຜູ້​ກ້າວໜ້າ, ເປົ້າໝາຍຈະ ເຂົ້າເປັນ​ສະມາຊິກພັກໃໝ່ໃນ ທົ່ວກົມໃຫຍ່ການເມືອງ​ກອງທັບ​ເຂົ້າ​ຮ່ວມ ຈຳນວນ 52 ສະຫາຍ, ຍິງ 24 ສະຫາຍ. ສະຫາຍ ພັນ​ຕີ ທັດ​ຊາຍ ລຸດ​ຈະ​ດາ ຊ່ວຍ​ວຽກ​ພະ​ແນກ​ໂຄສະນາ​ອົບຮົມ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງກອງທັບ, ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະ ນະ​ປະຈຳ​ພັກ​ກົມ​ໃຫຍ່​ການ ເມືອງ​ກອງທັບ ສະບັບ​ເລກ​ທີ 76-77/​ຄປຈພ, ລົງ​ວັນ​ທີ 24 ຕຸລາ 2025 ວ່າ​ດ້ວຍການອະນຸມັດ ​ເປີດຮຽນ​ສະໜັບສະໜູນ ແລະ ວ່າ​ດ້ວຍການອະນຸມັດເປີດຮຽນ ກົດລະບຽບພັກໃຫ້ມະຫາຊົນ​ຈະຂະຫຍາຍເຂົ້າ​ເປັນ​ສະມາ ຊິກ​ພັກ ຢູ່ ​ກມທ ຄັ້ງ​ທີ III ປີ 2025 ໂດຍ​ປະຕິບັດ​ຕາມ​ກົດລະ ບຽບ​ພັກ​ປະຊາຊົນ​ປະຕິວັດລາວ ສະໄໝ​ທີ XI ໝວດ​ທີ I ມາດຕາ 2 ວ່າ​ດ້ວຍ​ລະບຽບ​ການ​ຂະ ຫຍາຍ​ພັກ. ໃນ​ນີ້, ມີ​ມະຫາຊົນ ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ສະໜັບສະ ໜູນ 30 ສະຫາຍ, ຍິງ 14 ສະ ຫາຍ ແລະ ມີ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ກົດ​ລະບຽບ​ພັກ 22 ສະຫາຍ, ຍິງ 10 ສະຫາຍ. ສຳລັບ​ເອກະສານ​ທີ່​ນຳ​ມາ​ເປີດ​ຮຽນ​ໃຫ້​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ເຂົ້າ​ພັກ​ຄັ້ງ​ນີ້​ມີ​ເອກະສານ​ຮຽນ​ສະໜັບສະໜູນ​ພັກ ແລະ ເອກະສານ​ກົດ​ລະບຽບ​ພັກ​ປະຊາ ຊົນ​ປະຕິວັດ​ລາວ​ສະໄໝ​ທີ XI. ເພື່ອ​ຮັບປະກັນ​ໃຫ້​ແກ່​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ​ໃຫ້​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ແຈ້ງ​ຢ່າງ​ເລິກເຊິ່ງ ແລະ ກຳ​ແໜ້ນ​ບັນດາ​ເນື້ອ​ໃນ​ສຳຄັນ ເປັນຕົ້ນ​ແມ່ນ ຮັບ​ຮູ້​ໄດ້​ມາດຖານ​ເງື່ອນໄຂ, ສິດ ແລະ ຂໍ້​ຫ້າມ​ຂອງ​ສະມາຊິກ​ພັກ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ໂດຍ: ຄຳ​ແພງ ພົມ​ມະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ