ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ຂອງ​ພະນັກງານ-ນັກຮົບ ໃນ​ກົມ​ກອງ
ເວລາອອກຂ່າວ: 2025-10-17 09:17:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 998 | ຄວາມນິຍົມ:



ຫ້ອງ​ພະລາທິການ ກອງ​ພົນ​ທີ 1 ນອກຈາກ​ຈະ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ ໃນ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ສາມາດ​ເຮັດ​ໃຫ້​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ​ດີ​ແລ້ວ, ຄະນະ​ພັກ-ຄະນະ​ບັນຊາ ຍັງ​ຖື​ສຳຄັນ ຕໍ່​ການ​ນຳພາ​ເຮັດ​ວຽກ​ວິຊາ​ສະເພາະ​ຂອງ​ຕົນ ເຊິ່ງ​ແມ່ນ​ວຽກ​ງານ​ໜຶ່ງ ປຽບ​ເໝືອນ​ສາຍພານ​ລຳລຽງ​ທີ່​ສຳຄັນ​ຂອງ​ກອງ​ພົນ ໃນ​ການ​ເບີກ​ຈ່າຍ, ປັບ ປຸງ​ພື້ນຖານ​ໂຄງ​ລ່າງ ແລະ ຊີ້​ນຳ​ວຽກ​ງານ​ການ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ ຂອງ​ພະນັກງານ-ນັກຮົບ ໃຫ້​ມີ​ຄວາມ​ຮັບປະກັນ​ໃນ​ຂັ້ນ​ພື້ນຖານ ທັງ​ສາມາດ​ສ້າງ​ລາຍ​ຮັບ​ໝູນ​ໃຊ້​ເຂົ້າ​ ໃນ​ການ​ປັບປຸງ​ກໍ່ສ້າງ ດ້ານພື້ນ ຖານ​ໂຄງ​ລ່າງ​ຕ່າງໆ ຂອງ​ກົມ​ກອງ ໃຫ້​ມີ​ຄວາມ​ແໜ້ນໜາ​ຖາ ວອນ, ເປັນ​ລະບຽບ​ຈົບງາມ ຕາມ​ທິດ​ສ້າງ​ກອງ​ວັດທະນະທຳ ແລະ ເຮັດ​ໃຫ້​ກົມ​ກອງ​ນັບ​ມື້​ມີ​ໃບ​ໜ້າ​ໃໝ່​ພົ້ນ​ເດັ່ນ​ຂຶ້ນ​ເປັນ​ກ້າວໆ. ສະຫາຍ ພັນ​ໂທ ສີ​ພັນ​ດອນ ແກ້ວ​ກັນຍາ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 1 ໄດ້​ໃຫ້​ຮູ້​ວ່າ: ຍ້ອນ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ພະລາທິການ ໄດ້​ມີ​ຄວາມ​ສະດຸ້ງ​ໄວ​ຕໍ່​ແນວທາງ​ຂອງ​ພັກ-ລັດ ໂດຍ​ສະເພາະ​ແມ່ນ​ແນວທາງ​ເສດຖະກິດ ກໍ​ຄື ເນື້ອ​ ໃນ​ມະຕິ​ວ່າ​ດ້ວຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ບວກ​ກັບ​ການ​ຕັ້ງໜ້າ​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ເຊື່ອມ​ຊຶມ​ກຳ​ແໜ້ນ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ທັງ​ຮູ້​ປຸກລະດົມ​ຊຸກຍູ້​ພະນັກງານ-ນັກຮົບ ພ້ອມ​ກັນ​ສ້າງ​ຄວາມ​ຕັດສິນ​ໃຈ​ບຸກ​ບືນ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ ທີ່​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 1 ວາງ​ອອກ ໂດຍ​ສະເພາະ​ແມ່ນຂະ​ບວນ​ການ​ເພີ່ມ​ພູນ​ຜະ ລິດຜົນ ປູກຝັງ-ລ້ຽງສັດ ຢ່າງ​ເປັນ​ຂະ​ບວ​ການ​ຟົດຟື້ນ​ແຂງແຮງ ແລະ ມີ​ຈຸດ​ສຸມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄຸນ​ນະ​ພາບ​ຊີວິດ​ການ​ເປັນ​ຢູ່ ແລະ ຊີວິດ​ວັດທະນະທຳ​ໃນ​ກົມ​ກອງ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ ໃນ​ເງື່ອນໄຂ​ສະພາບ​ເສດຖະກິດ​ລວມ​ຂອງ​ຊາດ ໃນ​ປັດຈຸບັນ ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ການ​ເໜັງ​ຕີງ ຂອງ​ສະພາບ​ເສດຖະ ກິດ​ໂລກ ແລະ ພາກ​ພື້ນ​ໃນ​ຫຼາຍ​ດ້ານ, ວຽກ​ງານ​ພະລາທິການ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ຍິ່ງ​ມີ​ບົດ ບາດ ແລະ ມີ​ຄວາມ​ຈຳເປັນໃນ​ ກອງທັບ ທັງ​ໝົດ​ນັ້ນ, ຫ້ອງພະ ລາທິການ ກອງ​ພົນ​ທີ 1 ໄດ້ຖືເປັນ​ ປັດ​ໄຈ​ໜຶ່ງ​ທີ່​ສຳຄັນໃນ​ການ​ປະ ກອບສ່ວນ​ຕັດສິນ​ຜົນສຳເລັດ​ຂອງ​ໜ້າທີ່​ວຽກ​ງານ​ລວມ ຂອງ​ກົມ​ກອງ ສະນັ້ນ, ຄະນະ​ພັກ-ຄະ ນະ​ບັນຊາ ຫ້ອງ​ພະລາທິການຈຶ່ງ ​ໄດ້​ເອົາໃຈໃສ່​ວຽກ​ງານ​ປັບປຸງ ​ກໍ່ສ້າງ​ກຳລັງ​ພະລາທິການໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ການ​ຢ່າງ​ພຽງພໍ ແລະ ໄດ້​ສຶກ​ສາ​ອົບຮົມ​ທາງ​ດ້ານ​ທັດ ສະນະ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ສະຕິ​ຕໍ່​ການຈັດຕັ້ງ​ທຸກ​ຂັ້ນຄຽງ​ຄູ່​ກັບ​ຈິດໃຈ​ປະຕິວັດ​ບຸກ ຂອງ​ພະນັກງານ-ນັກຮົບ ໃນການ ​ເຮັດ​ວຽກ​ງານ​ພະລາທິການໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ ເຂັ້ມແຂງ. ສະຫາຍ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ພົນ​ທີ 1 ຍັງ ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ໄລຍະ 1 ປີ ຜ່ານມາ​ນີ້, ຄະນະ​ພັກ-ຄະນະ​ບັນ ຊາ ຫ້ອງ​ພະລາທິການ ໄດ້​ຈັດ​ຕັ້ງ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ເປັນ​ເສນາ​ທິ​ການ​ໂດຍ​ກົງ ແລະ ຮອບດ້ານ ໃຫ້​ຜູ້​ບັນຊາ​ທາງ​ດ້ານ​ວຽກ​ງານ​ຮັບປະກັນ​ພະລາທິການ ປະກອບສ່ວນ​ໃຫ້​ກົມ​ກອງ ເຮັດ​ສຳເລັດ​ໜ້າທີ່​ກຽມພ້ອມ​ສູ້​ຮົບ, ເຄື່ອນ​ໄຫວ​ສູ້​ຮົບ, ອົບຮົມ-ຫັດ​ແອບ ແລະ ວຽກ​ງານ​ປັບປຸງກໍ່ ສ້າງ​ພື້ນຖານ​ໂຄງ​ລ່າງ ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຈົບງາມ ໂດຍ​ຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງ​ທັບ-ລ້ຽງ​ດູ​ທັບ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ໄດ້​ກິນ​ອີ່ມ, ນຸ່ງ​ອຸ່ນ ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ ການ​ງົບປະມານຕາມ​ລະບອບ​ອັດຕາ​ຂັ້ນ​ເທິງ​ກຳນົດ ໄປ​ຄຽງ​ຄູ່​ກັບ​ການ​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ໃນ​ກົມ​ກອງ ສ້າງ​ແຫຼ່ງ​ສະໜອງ​ວັດຖຸ​ພະລາທິການ ຕາມ​ທິດ​ນຳ​ກຸ້ມ​ຕົນ​ເອງ, ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມເຂັ້ມແຂງ​ດ້ວຍ​ຕົນ​ເອງ ທີ່​ກົມ​ໃຫຍ່ພະລາທິການ​ກອງທັບ​ວາງ​ອອກ ໃຫ້ປະກົດ​ຜົນ​ເປັນ​ຈິງດັ່ງນັ້ນ, ຫ້ອງພະລາ ທິການກອງ​ພົນ​ທີ 1 ສາມາດສ້າງ​ ໄດ້ຜົນງານຫຼາຍດ້ານ ເປັນຕົ້ນ ແມ່ນຮັບປະກັນ​ດ້ານ​ວຽກ​ງານ​ກຽມພ້ອມ​ສູ​ຮົບ, ຮັບປະກັນວຽກ ​ງານ​ແກ້ໄຂຊີວິດ​ການ​ເປັນ​ຢູ່ ແລະ ການ ຈັດຕັ້ງ​ລ້ຽງ​ດູ​ທັບ ໃນ​ນັ້ນ, ທົ່ວ​ກອງ​ພົນ ມີ​ດິນ​ທັງ​ໝົດ 76 ຕອນ, ເນື້ອທີ່ 16.589,04 ເຮັກຕາ ໃນ​ນີ້, ດິນ​ທຳ​ການ​ຜະລິດ (ປູກຝັງ-ລ້ຽງສັດ) ມີ​ຈຳນວນ 15 ຕອນ ເນື້ອທີ່​ທັງ​ໝົດ 1.422,49 ເຮັກ ຕາ, ໂດຍ​ປະຕິບັດ​ຕາມ​ທິດຊີ້ນຳ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາ ທິການ​ກອງທັບ​ວາງ​ອອກ ກອງ​ພົນ​ໄດ້​ສຸມ​ໃສ່​ຂຸດ​ຄົນ​ທຸກ​ຄວາມ​ສາມາດ ແລະ ທ່າແຮງ​ບົ່ມ​ຊ້ອນ​ທີ່​ມີ​ໃນ​ກົມ​ກອງ​ເຂົ້າ​ໃນ​ການ​ປູກ-ການ​ລ້ຽງ ເພື່ອ​ແນໃສ່​ແກ້​ໄຂ​ຊີ ວິດ​ການ​ເປັນ​ຢູ່ ແລະ ຜະລິດ​ເປັນ​ສິນຄ້າ ໃນ​ເນື້ອທີ່​ດິນ​ດັ່ງກ່າວ ສາມາດ​ປູກ​ຜັກ​ຊະນິດ​ຕ່າງໆ ໄດ້ 358.857 ກິ​ໂລກ​ຣາມ, ປູກ​ພືດ​ເປັນ​ສິນຄ້າ 401.571 ກິ​ໂລກ​ຣາມ, ປູກ​ເຂົ້ານາ ເນື້ອທີ່ 2 ເຮັກຕາ ຜົນ​ຜະລິດ​ເຂົ້າເປືອກ 2.950 ກິ​ໂລກ​ຣາມ, ຢາງ​ພະ​ລາ ເກັບ​ກູ້​ໄດ້ 9.086 ກິ​ໂລກ​ຣາມ, ສັດລ້ຽງ​ຂອງ​ກົມ​ກອງ ມີ​ຄວາຍ 27 ໂຕ, ງົວ 406 ໂຕ, ໝູ​ລາດ 96 ໂຕ, ໝູ​ພັນ​ຊີ້ນ 10 ໂຕ, ແບ້ 173 ໂຕ, ສັດ​ປີກ 24.434 ໂຕ, ມີ​ໜອງ​ປາ 20 ໜອງ, 16 ອ່າງ, ປ່ອຍ​ປາ-ກົບ 61.590 ໂຕ, ເອົາ​ອອກ​ຂາຍ​ໄດ້ 2.028,6 ກິ​ໂລ ກ​ຣາມ ລວມ​ຍອດ​ລາຍ​ຮັບ​ຈາກ ການ​ປູກ-ການ​ລ້ຽງ ທົ່ວ​ກອງ​ພົນ​ທີ 1 ໄດ້ 6.578.494.000 ກີບ ໃນ​ນັ້ນ, ຮັບ​ຈາກ​ການ​ປູກຝັງ 3.761.977.000 ກີບ ແລະ ລາຍ​ຮັບ​ຈາກ​ການ​ລ້ຽງສັດ 2.816.517.000 ກີບ. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ