ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ມີນາ 2026

  

ສຸມ​ໃສ່​ອົບຮົມ​-ຫັດ​ແອບ ສ້າງ​ກຳລັງໃຫ້​ມີ​ຄວາມ​ເຂັ້ມແຂງ​ໜັກ​ແໜ້ນ
ເວລາອອກຂ່າວ: 2025-11-07 09:16:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 762 | ຄວາມນິຍົມ:



ວຽກ​ງານ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ, ເຝິກ ຝົນ​ກຳລັງ​ແຮງ​ກາຍ ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ມີ​ພາລະ​ບົດບາດ​ສຳ ຄັນ ຕັດສິນ​ເຖິງ​ຄຸນ​ນະພາບ​ສັງ​ລວມ, ກຳລັງ​ແຮງ​ສູ້​ຮົບ ແລະ ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍ ຕົວ ກໍ​ຄື​ ຄວາມ​ເຂັ້ມແຂງ​ຂອງ​ກອງທັບ ໃນ​ນີ້, ສະເພາະ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ ຄຳ​ໄຊ ແມ່ນ​ກົມ​ກອງໜຶ່ງທີ່ໄດ້ ເອົາໃຈໃສ່​ນຳພາ-ຊີ້​ນຳ ຈັດຕັ້ງປະ ຕິບັດ​ວຽກ​ງານ​ອົບຮົມ-ຫັດ​ແອບ, ປັບປຸງ​ກໍ່ສ້າງ​ກຳລັງຢ່າງ​ ເປັນ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ ສາມາດ​ຮັບປະກັນ​ເຮັດ​ໃຫ້​ພະນັກງານ-ນັກຮົບ ໃນ​ກົມ​ກອງ​ມີ​ສຸຂະພາບ​ແຂງແຮງ, ທົນ​ທານ​ໜຽວ​ແໜ້ນ, ມີ​ໄຫວ​ພິກ, ມີ​ຄວາມ​ຊຳນິຊຳນານ ຕໍ່​ການຈັດຕັ້ງ​ປະຕິບັດ ໜ້າທີ່​ວຽກ​ງານ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ໃນ​ທຸກ​ສະພາບ​ການ. ສະຫາຍ ພັນ​ໂທ ວິ​ສັນ ທິບ​ວົງສາ ຫົວໜ້າ​ຫ້ອງ​ເສນາ​ທິ​ການກອງ​ບັນຊາ​ການ​ທະຫານ ​ແຂວງບໍ​ລິ​ຄຳ​ໄຊ ໄດ້​ໃຫ້ຮູ້ວ່າ: ໄລຍະທີ່​ຜ່ານ​ມາ ຄະນະ​ພັກ-ຄະ ນະ​ບັນຊາ ໄດ້​ຊີ້​ນຳ​ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ທີ່​ຮັບຜິດຊອບ​ວຽກ​ງານ​ອົບຮົມ-ຫັດ​ແອບ​ໃນ​ທົ່ວ​ກົມ​ກອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ ສຸມ​ໃສ່ການ ຈັດຕັ້ງ​ປະຕິບັດ​ວຽກ​ງານ​ອົບ ຮົມ-ຫັດ​ແອບຕາມ​ແຜນການ​ຂອງ​ຂັ້ນ​ເທິງຢ່າງ​ຕໍ່​ເນື່ອງເຊິ່ງ​ສາມາດ​ຍາດ​ໄດ້​ຜົນສຳເລັດ​ອັນ​ຈົບງາມ ໃນ​ນີ້, ໄດ້​ຖື​ເອົາ​ພາກ​ທິດ​ສະ​ດີ ຫຼັກການ​ເປັນ​ພື້ນຖານ, ພາກ​ປະຕິບັດ​ຕົວ​ຈິງ​ເປັນ​ບັນຫາ​ສຳຄັນ, ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ​ປະຈຳ​ປີ ໃຫ້​ບັນດາ​ກົມກອງ, ໄດ້​ລົງ​ໃກ້ຊິດຕິດແທດ​ກວດກາ ຊຸກຍູ້​ບັນດາ​ກົມ​ກອງ ຈັດ​ຕັ້ງອົບ ຮົມ-ຫັດ​ແອບ​ຢ່າງ​ຖືກຕ້ອງ​ຕາມ​ເນື້ອ​ໃນ ແລະ ກຳນົດ​ເວລາຕາມ​ທີ່​ຂັ້ນ​ເທິງ​ໄດ້​ກຳນົດ, ສະເພາະປີ 2025 ທົ່ວ​ທະຫານ​ແຂວງ ໄດ້ຈັດ​ຕັ້ງ​ອົບຮົມ-ຫັດ​ແອບທັງ​ໝົດ 27 ກົມ​ກອງຄົບຖ້ວນ​ຕາມແຜນການ, ຜ່ານ​ການ​ອົບ ຮົມ-ຫັດ​ແອບ ສາມາດ​ຕີ​ລາຄາ​ໝາກຜົນ​ໄດ້ 89% ຕິດ​ພັນ​ກັບ​ວຽກ​ງານ​ອົບຮົມ-ຫັດ​ແອບ ຍັງ​ໄດ້​ປັບປຸງ​ລະບຽບ​ແບບແຜນ ເຝິກຝົນ​ກຳລັງ​ແຮງ​ກາຍ ແລະ ໄດ້​ປະຕິບັດ​ບັນດາ​ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ ໂດຍ​ສະເພາະ 7 ລະບອບ 18 ວຽກ​ຂອງ​ກອງທັບ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. ນອກຈາກ​ວຽກ​ງານ​ອົບຮົມ-ຫັດ​ແອບ​ໃຫ້​ບັນດາ​ອົງການ ແລະ ກົມ​ກອງ​ຮາກ​ຖານ​ແລ້ວ ຍັງ​ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ​ໃຫ້​ກອງ​ຫຼອນ, ກຳລັງ​ປ້ອງ​ກັນ​ຕົວ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ທະຫານ​ທ້ອງຖິ່ນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ. ສະຫາຍ ພັນ​ໂທ ວິ​ສັນ ທິບ​ວົງສາ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ ງານ​ອົບຮົມ-ຫັດ​ແອບ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ຂຶ້ນ​ເລື້ອຍໆ​ໃນຕໍ່ໜ້າ​ຄະນະ​ພັກ-ຄະນະ​ບັນຊາ, ຜູ້​ຮັບຜິດຊອບ​ຊີ້​ນຳ​ວຽກ​ງານ​ອົບຮົມ-ຫັດ​ແອບ ທຸກ​ຂັ້ນ​ໃນ​ທົ່ວ​ກົມ​ກອງ ຈະ​ໄດ້​ພ້ອມ​ກັນ​ສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໃຫ້​ສູງ​ຂຶ້ນ​ຕື່ມ ພ້ອມ​ທັງ​ມີ​ວິທີ​ການ​ມາດ​ຕະການ​ອັນ​ເດັດຂາດ ​ເຮັດ​ໃຫ້ການ​ອົບຮົມ-ຫັດ​ແອບ ພາຍ​ໃນ​ກົມ​ກອງ​ມີ​ອັນ​ປ່ຽນແປງ​ໃໝ່ ດີ​ຂຶ້ນ​ກວ່​​າ​ເກົ່າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ອົບ​ຮົບ-ຫັດ​ແອບ ໃນ​ແຕ່​ລະ​ໄລຍະ ຕາມ​ຄຳ​ສັ່ງ​ແນະນຳຂອງຂັ້ນເທິງ ທີ່​ກົມ​ກອງ​ຈັດ​ຂຶ້ນ ​ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ ແນໃສ່​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກດ້ານ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຕາມ​ຄວາມ​ໄວ້ເນື້ອ​ເຊື່ອ​ໃຈ​ຂອງ​ຂັ້ນ​ເທິງ ຢ່າງ​ຈົບງາມ. ໂດຍ: ແສງ​ເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ