
ຄະນະພັກຮາກຖານໂຮງຮຽນສື່ສານ 205 ຈັດພິທີມອບ-ຮັບນາມມະຍົດກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-08-29 09:28:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 400 | ຄວາມນິຍົມ:
ວັນທີ 27 ສິງຫາ 2019 ນີ້, ຄະນະພັກຮາກຖານໂຮງຮຽນ ເຫຼົ່າຮົບສື່ສານ 205 ໄດ້ຈັດຕັ້ງ ພິທີມອບ-ຮັບນາມມະຍົດກອງ ແຂງ-ໜ່ວຍພັກຮູ້ນຳພາຮອບ ດ້ານປະຈຳປີ 2018 ຂຶ້ນ, ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ກຳມະການຄະນະ ພັກອົງການກົມໃຫຍ່ເສນາທິ ການກອງທັບ, ຫົວໜ້າກົມລົດຕັງ ຍານເກາະ, ມີຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດສະມາຊິກ ພັກສົມບູນ-ສຳຮອງພາຍໃນກົມ ກອງເຂົ້າຮ່ວມ. ສະຫາຍ ພັນເອກ ເປັງສວນ ພຸດທະໄຊ ເລຂາຄະນະພັກຮາກ ຖານໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ຂຶ້ນສະຫຼຸບຄືນຜ່ານການ ນຳພາວຽກງານໃນຂະບວນການ ກໍ່ສ້າງກອງແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານປະຈຳປີ 2018 ແລະ ຜ່ານທິດທາງແຜນການກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ໃຫ້ຮູ້ ວ່າຜົນສຳເລັດໃນການນຳພາຕໍ່ຂະ ບວນການກໍ່ສ້າງກອງແຂງໜ່ວຍ ພັກ, ຮູ້ນຳພາຮອບດ້ານປະຈຳປີ 2018 ຜ່ານມາ, ຄະນະພັກໄດ້ຖືສຳ ຄັນຕໍ່ວຽກງານສຶກສາອົບຮົມການ
ເມືອງ-ນຳພາແນວຄິດໃຫ້ພະນັກ, ງານສະມາຊິກພັກພາຍໃນກົມ ກອງມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່
26 ແຜນງານທີ່ຄະນະພັກກະ ຊວງປ້ອງກັນປະເທດວາງອອກ. ດ້ານວຽກງານວິຊາສະເພາະຄະ ນະພັກຮາກຖານໄດ້ເອົາໃຈໃສ່ຊີ້ ນຳ-ນຳພາຄຸ້ມຄອງກວດກາ ແລະ
ບົວລະບັດຜັດເຊັດສ້ອມແປງພາ ຫະນະເຕັກນິກ ແລະ ກວດກາ ພາຫະນະເຄື່ອງຈັກ ເພື່ອຮັບປະ ກັນໃຫ້ແກ່ວຽກງານຂອງກົມ ກອງໄດ້ເປັນຢ່າງດີຕິດພັນກັບ ການກໍ່ສ້າງພັກໃຫ້ມີຄວາມປອດ ໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳຂອງພັກ ເຊິ່ງເຮັດໃຫ້ແຕ່ລະມາດຖານ ສາມາດບັນລຸ 75% ຂຶ້ນໄປ, ປັດຈຸບັນຄະນະພັກຮາກຖານ ໂຮງຮຽນເຫຼົ່າຮົບສື່ສານມີສະ ມາຊິກພັກທັງໝົດ 141 ສະຫາຍ ຍິງ 42 ສະຫາຍ, ສາມາດຄັດ ເລືອກໄດ້ສະມາຊິກພັກແຂງ ຮອບດ້ານ 132 ສະຫາຍ, ແຂງ 5 ສະຫາຍ, ນອກນີ້ກົມກອງຍັງ ໄດ້ເອົາໃຈໃສ່ປະຕິບັດວຽກງານ ແກ້ໄຂຊີວິດການເປັນຢູ່ ເຊິ່ງປີ ຜ່ານມາປູກ ແລະ ເກັບກູ້ພືດຜັກ ຊະນິດຕ່າງໆໄດ້ 6.342 ກິໂລ, ເພາະພັນກົບ ໄດ້ກົບນ້ອຍ 9.500
ໂຕ, ໝູນ້ອຍໄດ້ 12 ໂຕ, ມີງົວ ລວມ 42 ໂຕ, ສາມາດຕອບສະ ໜອງດ້ານພືດຜັກເຂົ້າເຮືອນຄົວ ລວມ ແລະ ສາມາດສ້າງລາຍຮັບ ໄດ້ທັງໝົດ 146.729.000 ກີບ ສະເລ່ຍໃສ່ຫົວຄົນໄດ້ 596.729 ກີບຕໍ່ຄົນຕໍ່ປີ ແລະ ໄດ້ນຳໃຊ້ເຂົ້າ ໃນການກໍ່ສ້າງຫ້ອງນໍ້າຊາຍ ໂສດສຳນັກງານ 1 ຫຼັງ ມູນຄ່າ 24.161.000 ກີບ. ໃນພິທີຕາງ ໜ້າອະນຸກຳມະການກວດກາ ກອງແຂງ ໜ່ວຍພັກຮູ້ນຳພາຮອບ ດ້ານຂອງກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນ ປະເທດວ່າດ້ວຍການຮັບຮອງ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານ ແລະ ຂໍ້ ຕົກລົງຍ້ອງຍໍຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍກອງແຂງ- ໜ່ວຍພັກຮູ້ນຳພາຮອບດ້ານ ປະ ຈຳປີ 2018 ແລະ ໃຫ້ກຽດຂຶ້ນ ມອບໂດຍ ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຄະນະພັກ ອົງການກົມໃຫຍ່ເສນາທິການ ກອງທັບ, ຄະນະພັກຮາກຖານ ໂຮງຮຽນໄດ້ຮັບນາມມະຍົດ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານ 3 ສະໄໝ, 10 ສະໄໝ ຕິດຕໍ່ກັນ ມີ 3 ໜ່ວຍ, 3 ສະໄໝ 3 ໜ່ວຍ ແລະ 2 ສະໄໝ 1 ໜ່ວຍ.
ໂດຍ: ບຸນຫຼັກ ວົງພົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ