
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕອນຮັບເອກອັກຄະລັດຖະທູດແຫ່ງ ສ ຣັດເຊຍ ເຂົ້າຢ້ຽມອຳລາ
ເວລາອອກຂ່າວ: 2019-08-29 09:37:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1414 | ຄວາມນິຍົມ:
ໃນວັນທີ 28 ສິງຫານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ໄດ້ໃຫ້ ກຽດຕ້ອນຮັບ ທ່ານ ມີຄາອິນ ບຼາລານົບ ເອກອັກຄະລັດຖະທູດ ແຫ່ງ ສະຫະພັນຣັດເຊຍ ປະຈຳ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ເນື່ອງໃນໂອກາດຈະສຳເລັດໜ້າ ທີ່ການທູດຢູ່ ສປປ ລາວ ໃນທ້າຍ ເດືອນກັນຍາ 2019.
ໂອກາດດັ່ງກ່າວນີ້, ທ່ານ ມີຄາອິນ ບຼາລານົບ ເອກອັກຄະ ລັດຖະທູດ ແຫ່ງ ສ ຣັດເຊຍ ປະ ຈຳ ສປປ ລາວ ໄດ້ກ່າວສະແດງ ຄວາມຮູ້ບຸນຄຸນຕໍ່ລັດຖະມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ ຕະຫຼອດໄລຍະເວລາທີ່ຕົນມາ ດຳລົງຕຳແໜ່ງເປັນເອກອັກຄະ ລັດຖະທູດປະຈຳ ສປປ ລາວ ພ້ອມທັງໄດ້ລາຍງານການເຄື່ອນ
ໄຫວປະຕິບັດໜ້າທີ່ຂອງຕົນໃນ ໄລຍະຜ່ານເປັນຕົ້ນແມ່ນການ ຮ່ວມມືລະຫວ່າງສອງປະເທດ ກໍຄື ສອງກອງທັບ ລາວ-ຣັດເຊຍ
ແມ່ນມີການພົວພັນຮ່ວມມືທີ່ ເປັນມູນເຊື້ອມາແຕ່ຍາວນານ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານຕ່າງໆມາໂດຍຕະ ຫຼອດ ເຊິ່ງມັນເປັນການຮັດແໜ້ນ ຄວາມສາມັກຄີໃຫ້ນັບມື້ນັບຍິ່ງ ຂະຫຍາຍຕົວຂຶ້ນເປັນກ້າວໆ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມ ຊົມເຊີຍ ແລະ ຂອບໃຈມາຍັງທ່ານ ເອກອັກຄະລັດຖະທູດ ສ ຣັດເຊຍ
ປະຈຳ ສປປ ລາວ ທີ່ໄດ້ເອົາໃຈໃສ່
ໃນການປະຕິບັດໜ້າທີ່ຂອງຕົນ ຈົນສຳເລັດຢ່າງສະຫງ່າງາມ ແລະ ມີໝາກຜົນທີ່ພົ້ນເດັ່ນຫຼາຍ ດ້ານ ເຊິ່ງມັນແມ່ນບາດກ້າວໜຶ່ງ
ໃນການຮ່ວມມືເພື່ອເສີມສ້າງ ສາຍພົວພັນມິດຕະພາບຄວາມສາ ມັກຄີຂອງສອງປະເທດ ລາວ- ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ. ພ້ອມ ກັນນີ້, ທ່ານ ພົນເອກ ຈັນສະໝອນ
ຈັນຍາລາດ ກໍໄດ້ປະດັບຫຼຽນ ກາລະນຶກ 70 ປີ ຂອງກອງທັບ ປະຊາຊົນລາວ ແລະ ປະດັບຫຼຽນ ໄຊພິລາດອາດຫານ ຊັ້ນ II ໃຫ້ແກ່ ທ່ານ ມີຄາອິນ ບຼາລານົບ ໃນໂອ ກາດສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ ນຳອີກ.
ໂດຍ: ນາງ ຕູ່ ນາດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ