ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ເຜີຍແຜ່ເອກະສານການແຈ້ງຊັບສິນ ແລະ ລາຍຮັບຂອງນາຍທະຫານຂອງນາຍທະຫານ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ຢູ່ທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-11-13 09:41:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 935 | ຄວາມນິຍົມ:



ໃນວັນວັນທີ 11 ພະຈິກ 2025 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຕັ້ງເຜີຍແຜ່ເອກະສານແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆຂອງນາຍທະຫານຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ປະຈຳສົກປີ 2023-2024 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ, ມີສະຫາຍພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີບັນດາຄະນະພັກ,ອົງການ, ກົມກອງອ້ອມຂ້າງ ຕະຫຼອດຮອດພະແນກການ ແລະ ພະນັກງານວິຊາການເຂົ້າຮ່ວມ. ສະຫາຍ ພັນຕີ ຂັນທະວີ ສຸວົງໄຊ ວິຊາການ ກົມກວດກາ ໄດ້ຂຶ້ນຜ່ານແຈ້ງການຂອງກະຊວງປ້ອງກັນປະເທດວ່າດ້ວຍການຈັດຕັ້ງດຳເນີນການແຈ້ງຊັບສິນແລະ ລາຍຮັບໃນກໍລະນີຕ່າງໆທົ່ວກອງທັບ ປະຈຳປີ 2023-2024 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບເຜີຍແຜ່ເອກະສານ, ຊຸກຍູ້ການແຈ້ງຊັບສິນໃນທົ່ວກອງທັບປະຈຳປີ 2023-2024. ການຈັດຕັ້ງເຜີຍແຜ່ເອກະສານແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ການແຈ້ງຊັບສິນຂອງພະນັກງານ ນາຍ ແລະ ພົນທະຫານ ທົ່ວກອງບັນຊາການທະຫານແຂວງສະຫວັນນະເຂດ ດຳເນີນໃຫ້ຖືກຕ້ອງຕາມຂັ້ນຕອນ, ລະບຽບການທີ່ໄດ້ກຳນົດໄວ້, ມີມາດຕະການຕໍ່ຜູ້ທີ່ແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານຂັ້ນສູນກາງຄຸ້ມຄອງ, ນາຍ ແລະ ພົນທະຫານ ທີ່ໄດ້ເລື່ອນຊັ້ນໃໝ່, ເລື່ອນຕຳແໜ່ງໃໝ່, ຍົກຍ້າຍໄປຮັບໜ້າທີ່ໃໝ່, ຜູ້ທີ່ພົ້ນຕຳແໜ່ງ ແລະ ຜູ້ທີ່ຈະອອກພັກຜ່ອນຮັບບຳນານ ຫຼື ອອກຈາກລັດຖະການທົ່ວກອງທັບ, ແຕ່ລະຂັ້ນເພື່ອຊາບ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ