ຫ້ອງການເມືອງທະຫານແຂວງສະຫວັນນະເຂດ ປິດບັ້ນອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-11-17 09:33:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 950 | ຄວາມນິຍົມ: ![]()
ໃນຕົ້ນເດືອນພະຈິກຜ່ານມານີ້, ຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປິດບັ້ນອົບຮົມ-ຫັດແອບ ການເມືອງ-ການທະຫານ ປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ຄູນສະໄໝ ລິນສັນຍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະຄູເຝິກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຊົມການສະແດງວິຊາລະບຽບຮູບແຖວຂັ້ນກອງ ຮ້ອຍ, ຂັ້ນໝວດ ແລະ ໝູ່.ຈາກນັ້ນ, ຄະນະຄູເຝິກ ໄດ້ຜັດປ່ຽນກັນແນະນຳກົດລະບຽບ, ກະຕິກາ ແລະ ແຜນການສອບເສັງຍິງລູກປືນແທ້ ໄລຍະ 100 ແມັດ ແລະ ຈັດຕັ້ງປະຕິບັດຍິງເປົ້າໝາຍຕົວຈິງ ສຳເລັດຢ່າງຈົບງາມພ້ອມທັງຮັບປະກັນຄວາມປອດໄພໄດ້ 100%. ສຳລັບຜົນການອົບຮົມ-ຫັດແອບ ສາມາດຕີລາຄາໄດ້ດັ່ງນີ້: ພາກການເມືອງ ປະຕິບັດໄດ້ 90%, ລະບຽບພາກສະໜາມ ປະຕິບັດໄດ້ 90%, ພາກການທະຫານ ວິຊາລະບຽບຮູບແຖວ ປະຕິບັດໄດ້ 80%, ວິຊາສິລະປະຍຸດ ປະຕິບັດໄດ້ 85%, ວິຊາຍຸດທະວິທີ ປະຕິບັດໄດ້ 95% ແລະ ທ່າຈັງຫວະຍິງລູກປືນແທ້ພາກສະໜາມ ປະຕິບັດໄດ້ 90%.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍ ຕໍ່ພະນັກງານ-ນັກຮົບ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມ ແລະ ປະ ຕິບັດແຜນການອົບຮົມ-ຫັດແອບຄັ້ງນີ້ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ນັກຮົບ ພາຍໃນຫ້ອງການເມືອງ ຈົ່ງພ້ອມກັນກຳແໜ້ນ ບົດຮຽນທີ່ໄດ້ຮ່ຳຮຽນໃນແຕ່ລະພາກ ເພື່ອນຳໄປໜູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດໝາກອອກຜົນ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















