ຫ້ອງການກົມໃຫຍ່ການເມືອງກອງທັບ ຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ
ເວລາອອກຂ່າວ: 2025-11-18 09:54:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1205 | ຄວາມນິຍົມ: ![]()
ໃນວັນທີ 13 ພະຈິກ 2025 ນີ້, ຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມ ຮັບມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ, ໂດຍການເປັນປະທານຂອງສະຫາຍ ພັນເອກ ກົງວັນ ສຸລິວັນ ກຳມະການຄະນະໜ່ວຍພັກ, ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍ ຄະນະໜ່ວຍພັກ, ຫົວໜ້າຈຸພັກ ຕະຫຼອດຮອດສະມາຊິກພັກ ສົມບູນ-ສຳຮອງພາຍໃນໜ່ວຍພັກເຂົ້າຮ່ວມ.
ສະຫາຍ ພັນໂທ ອີນລະປະ ວໍລະສານ ກຳມະການຄະນະໜ່ວຍພັກ, ຫົວໜ້າພະແນກກຳລັງພົນ ຫ້ອງການ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດ ໃຫ້ມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງໃໝ່ ຈຳນວນ 2 ສະຫາຍ ຄື: ສະຫາຍ ຮ້ອຍໂທ ສຸກ ເລື່ອງລີວົງ ແລະ ສະຫາຍ ວາທີ ຄຳສິງ ຄັນທະຈັກ
ຈາກນັ້ນ, ສະຫາຍ ພັນເອກ ກົງວັນ ສຸລິວັນ ກໍໄດ້ກ່າວຮັບສະມາຊິກພັກໃໝ່ ພ້ອມທັງປະກາດລະບຽບການຕ່າງໆ ແລະ ຊັບຊ້ອນຈຸເຂົ້າຮ່ວມຊີວິດພັກ ພ້ອມທັງໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ເພື່ອເປັນບ່ອນອີງໃຫ້ແກ່ສະມາຊິກພັກໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















